top of page

ເຮັດສິ່ງເຫລົ່ານີ້ໃນມື້ນີ້, ເຈົ້າຈະເຫັນສິ່ງທີ່ແຕກຕ່າງໃນຊີວິດໃນມື້ອື່ນຢ່າງແນ່ນອນ.

ການປະຕິບັດຕາມ 7 ຢ່າງດັ່ງຕໍ່ໄປນີ້ ໃນມື້ນີ້, ມັນຈະສາມາດເຮັດໃຫ້ໃນມື້ອື່ນຂອງເຈົ້າດີຂື້ນກວ່າເກົ່າຢ່າງແນ່ນອນ.

ການປ່ຽນແປງໃນຊີວິດຂອງເຮົາມັກຈະເປັນໄປຕາມຂອງຂະບວນການທີ່ຄ່ອຍເປັນ, ຄ່ອຍໄປ ແລະ ຕໍ່ເນື່ອງ, ເຮົາບໍ່ຄ່ອຍທີ່ຈະມັກພົບກັບການປ່ຽນແປງຢ່າງວ່ອງໄວ ຫລື ເຫັນໄດ້ຢ່າງທັນທີ່ທັນໃດ, ແຕ່ຖ້າເຮົາເປັນຄົນທີ່ໃຈຮ້ອນ ແລະ ຕ້ອງການທີ່ຈະເຫັນຜົນຂອງການປ່ຽນແປງໃນຊົ່ວຂ້າມຄຶນ, ນີ້ຄຶບາງສິ່ງທີ່ເຮົາສາມາດເຮັດໄດ້ໃນມື້ນີ້ ແລ້ວມັນຈະເຮັດໃຫ້ຊີວິດຂອງເຮົາປ່ຽນແປງໄດ້ໃນມື້ຕໍ່ມາຢ່າງແນ່ນອນ.

1. ເກັບມ້ຽນສິ່ງທີ່ມັນສົບສົນປົນເປໃຫ້ເຂົ້າທີ່-ເຂົ້າທາງ.

ເຈົ້າເຄີຍຊິນໃນການໃຊ້ໂຕະເຮັດວຽກຂອງເຈົ້າໃຫ້ກາຍເປັນບ່ອນເກັບ ຫລື ຮວບຮວມເຄື່ອງ ຫລື ສິ່ງຕ່າງໆໄວ້ຫລືບໍ່, ຖ້າມັນເປັນແບບນັ້ນຈົ່ງເລີ່ມເກັບມ້ຽນສິ່ງຕ່າງໆເຫລົ່ານັ້ນຊະ ບໍ່ວ່າມັນຈະຢູ່ໃນເຮືອນ ຫລື ໃນຫນ້າໂຕະເຮັດວຽກຂອງເຈົ້າ. ການທີ່ເຮົາຢູ່ໃນສະພາບແວດລ້ອມທີ່ມີຄວາມເປັນລະບຽບ ຫລື ສະອາດງາມຕາ ເຮັດໃຫ້ເຮົາສາມາດຄິດໄດ້ຢ່າງຊັດເຈນ ແລະ ຮູ້ສຶກມີສະມາທິຫລາຍຂື້ນ, ຈົ່ງສະສາງ-ມ້ຽນມັດ ສິ່ງທີ່ມັນສົບສົນປົນເປກັນເຫລົ່ານັ້ນໃຫ້ເຂົ້າທີ່, ເຂົ້າທາງ ແລ້ວເຮົາຈະໄດ້ຮູ້ສຶກດີຂື້ນທັນທີ ແລະ ຮູ້ວ່າສິ່ງຂອງໆ ເຮົາມັນໄດ້ຖືກເກັບມ້ຽນໄວ້ບ່ອນໃດ ເມື່ອເຮົາຕ້ອງການໃຊ້ມັນ.

2. ປະຕິບັດຕົນໃຫ້ເປັນຄົນທີ່ຮູ້ສຶກດີ.

ເມື່ອເວລາທີ່ເຮົາໄດ້ມີການປະຕິສຳພັນກັບຄົນອື່ນໆ ຖ້າຫາກເຮົາເກີດມີຄວາມກະວົນກະວາຍ ຫລື ປະຕິບັດຕົນອອກໄປໃນທາງລົບ ແນ່ນອນວ່າຄົນພວກນັ້ນກໍ່ຈະຕອບສະຫນອງກັບມາຫາເຮົາໃນລັກສະນະດຽວກັນ. ແນວໃດກໍ່ຕາມ ພະຍາຍາມຢ່າເກີດອາລົມໂມໂຫ, ປະພຶດຕົນເອງໃຫ້ດີ ແລ້ວເບິ່ງວ່າຜົນຂອງມັນເປັນແນວໃດ, ເພາະຄວາມຈິງແລ້ວ ການທີ່ເຮົາພະຍາຍາມປະພຶດ-ປະຕິບັດຕົນໃຫ້ເປັນຄົນດີກັບທຸກໆຄົນທີ່ເຮົາພົບ ແມ່ນມັນຈະເຮັດໃຫ້ຊ່ວງເວລານັ້ນເປັນຊ່ວງເວລາທີ່ສົດໃສ ແລະ ເຮັດໃຫ້ຄົນທີ່ເຮົາພົບນັ້ນສາມາດແຜ່ກະຈາຍໄປສູ່ຄົນອື່ນໆທີ່ພວກເຂົາພົບໄດ້ອີກເຊັ່ນກັນ.

3. ການຕິດຕໍ່ພົວພັນ.

ເຈົ້າເຄີຍຕິດຕໍ່ກັບຍາດພີ່ນ້ອງ ຫລື ຫມູ່ເພື່ອນເກົ່າຂອງເຈົ້າຫລືບໍ່? ຢ່າປະປ່ອຍໃຫ້ເວລາມັນກາຍມາດົນທີ່ບໍ່ໄດ້ຕິດຕໍ່ຫາພວກເຂົາ. ໂທຫາພວກເຂົາ ແລະ ນັດມາພົບກັນ ຖ້າຫາກວ່າເຈົ້າ ແລະ ເຂົາຢູ່ບໍ່ຫ່າງໄກກັນເກີນໄປ, ມັນຈະເຮັດໃຫ້ເຮົາຮູ້ສຶກດີທີ່ໄດ້ຕິດຕໍ່ພົວພັນກັບພວກເຂົາ ແລະ ສຳຄັນຄຶມັນຈະຊ່ວຍປະສານຄວາມສຳພັນຂອງເຂົາ ແລະ ເຮົາໃຫ້ດີຂື້ນ, ພ້ອມທັງຍັງສາມາດຮັກສາມິດຕະພາບໄວ້ໄດ້ ຫລື ການຕິດຕໍ່ຫາຄົນທີ່ເຮົາຮູ້ວ່າເຂົາກຳລັງປະສົບກັບບັນຫາຢູ່ ເຊິ່ງແນ່ນອນວ່າມັນຈະສາມາດຊ່ວຍໃຫ້ເຂົາໄດ້ຮັບກຳລັງໃຈ ພ້ອມທັງຮູ້ສຶກດີຂື້ນຢ່າງແນ່ນອນ.

4.ຢຸດເສຍເວລາໄປກັບ ອິນເຕີເນັດ ແລະ ສື່ສັງຄົມອອນໄລ໌.

ເຈົ້າກຳລັງຕິດການໃຊ້ງານຢູ່ກັບສື່ສັງຄົມອອນໄລ໌ຢູ່ຫລືບໍ່? ແລະ ເຈົ້າໄດ້ໃຊ້ເວລາຢູ່ກັບພວກມັນເປັນເວລາເທົ່າໃດ, ເຊິ່ງຂ້ອຍສາມາດກາລັງຕີໄດ້ວ່າ ເຈົ້າໄດ້ໃຊ້ມັນໄປຫລາຍກວ່າໃນການທີ່ເຈົ້າກຳລັງຄິດຫາຄຳຕອບນີ້ຢູ່. ຈົ່ງກຳນົດຂອບເຂບ ໃນການໃຊ້ງານມັນວ່າເຈົ້າຈະສົມຄວນທີ່ຈະໃຊ້ເວລາຢູ່ກັບມັນດົນເທົ່າໃດ ແລະ ພ້ອມທີ່ຈະປິດກັ້ນພວກມັນກັບໂຕເຮົາຫາກເຮົາໄດ້ຮູ້ສຶກວ່າມັນຍາກທີ່ເຮົາຈະຕ້ານທານໄດ້, ຖ້າເຮົາສາມາດເຮັດໄດ້ແລ້ວ ເຮົາຈະຮູ້ວ່າເຮົາຈະມີເວລາໃຫ້ກັບຄົນອື່ນໆທີ່ຢູ່ອ້ອມຂ້າງເຮົາຫລາຍຂື້ນ, ພ້ອມທັງສາມາດທີ່ຈະໃຊ້ເວລາຂອງເຮົາໃຫ້ມັນຄຸ້ມຄ່າໄດ້ກວ່າເກົ່າຢ່າງແນ່ນອນ.

5. ຈົ່ງແກ້ໄຂບັນຫາໃນທັນທີ, ທັນໃດ.

ເຮົາຮູ້ສຶກວ່າເມື່ອຍ ກໍ່ຈົ່ງຫາວິທີທາງເພື່ອທີ່ຈະກ້າວຂ້າມຜ່ານ ໃນສິ່ງທີ່ຫນ້າເບື່ອເຫລົ່ານັ້ນໄປໃຫ້ໄດ້, ແຕ່ບັນຫາຂອງມັນກໍ່ຄຶການທີ່ເຮົາມີບັນຫາທີ່ມັນໄດ້ສະສົມກອງລວມກັນເຫລົ່ານັ້ນ, ຖ້າເປັນແບບນີ້ແລ້ວ ເຮົາຈະຮູ້ສຶກອິດເມື່ອຍ ແລະ ທໍ້ໃຈ. ເຖີງຢ່າງໃດກໍ່ຕາມ ຖ້າເຮົາຮູ້ສຶກເຊັ່ນນັ້ນແລ້ວ ສິ່ງທີ່ສາມາດແກ້ໄຂບັນຫານີ້ໄດ້ກໍ່ຄື ການແກ້ໄຂບັນຫາເຫລົ່ານັ້ນໃນທັນທີທັນໃດເລີຍ ຢ່າປະປ່ອຍໄວ້ໃຫ້ມັນຍຶດເຍື້ອຍາວນານອີກຕໍ່ໄປ. ສຸດທ້າຍແລ້ວ ເຮົາຈະຮູ້ສຶກດີ ແລະ ຕື່ນເຕັ້ນກັບການທີ່ຕື່ນນອນຂື້ນມາໃນເຮືອນຂອງເຮົາທີ່ຮູ້ສຶກວ່າມີຄວາມສະອາດ ແລະ ທຸກສິ່ງທີ່ໄດ້ຮັບການປ່ຽນແປງ, ນັ້ນກໍ່ຄຶການແກ້ໄຂບັນຫາທີ່ຄົງຄ້າງຂອງເຮົານັ້ນຫມົດໄປ.

6. ຄິດບວກ.

ພະຍາຍາມຝືກນິໃສໃຫ້ໂຕເຮົາກາຍເປັນຄົນທີ່ຄິດບວກ, ເພາະສິ່ງນີ້ມັນເປັນນິໃສທີ່ເຮົາທຸກຄົນສາມາດຝຶກຝົນໄດ້ ແລ້ວເຮົາຈະເຫັນໄດ້ເຖີງຄວາມແຕກຕ່າງຢ່າງແທ້ຈິງ ຖ້າຫາກວ່າເຮົາສາມາດ "ເບິ່ງໃນມຸມທີ່ມີຄວາມສະຫວ່າງ" ໄດ້ໃນທຸກສະຖານະການ, ແລ້ວເຮົາຍັງຈະພົບວ່າມັນຊ່ວຍໃຫ້ເຮົາມີຄວາມຄິດໃນເຊີງບວກຫລາຍຂື້ນ ແລະ ຈົ່ງຕັດສິນໃຈແນວແນວ່າ ຈະບໍ່ໃຫ້ສິ່ງຕ່າງໆພາຍນອກອື່ນໃດເຂົ້າມາລົບກວນເຮົາໄດ້ອີກ, ແລ້ວມັນຈະຊ່ວຍໃຫ້ເຮົາສາມາດຈັດການກັບສິ່ງທີ່ເກີດຂື້ນກັບເຮົາເຫລົ່ານັ້ນໄດ້ຢ່າງດີຂື້ນ.

7. ໂຍກຍ້າຍຮ່າງກາຍ.

ເຈົ້າຂ້ອນຂ້າງທີ່ຈະ ໃຊ້ຊີວິດຢູ່ແບບປະຈຳທີ່ຫລືບໍ່? ເພາະວ່າຄົນສ່ວນໃຫຍ່ເຂົາມັກຈະໃຊ້ຊີວິດແບບນີ້. ສະນັ້ນຈົ່ງລຸກຂື້ນ ແລະ ອອກມາໃຊ້ຊີວິດຂອງເຈົ້າ ໂດຍເລີ່ມຕົ້ນເຮັດພາຍຫລັງທີ່ໄດ້ອ່ານບົດຄວາມນີ້ຈົບລົງ, ການເຄື່ອນຍ້າຍຮ່າງກາຍຂອງເຮົາ ຊ່ວຍເຮັດໃຫ້ຮ່າງກາຍຂອງເຮົາ ບໍ່ແຂງກະດ້າງເກີນໄປ ແລະ ຊ່ວຍເຮັດໃຫ້ພະລັງງານທີ່ມີຢູ່ໃນຕົນໂຕຂອງເຮົາໄດ້ມີການໄຫລວຽນດີຂື້ນ, ບໍ່ວ່າຈະເປັນການຢ່າງເດີນຫລີ້ນ ຫລື ການເຕັ້ນ ລວມເຖີງທຸກໆຢ່າງທີ່ຊ່ວຍໃຫ້ເຮົາໄດ້ຍັບຍ້າຍຮ່າງກາຍ, ແ

ລ້ວເຮົາຈະຮູ້ສຶກເຖີງການປ່ຽນແປງທັນທີ, ສະນັ້ນຈົ່ງຝຶກຕົນເອງໃຫ້ໄດ້ມີການອອກກຳລັງກາຍຢູ່ເປັນປະຈຳທຸກມື້.

ການປ່ຽນແປງທີ່ເລັກນ້ອຍ ສາມາດສ້າງຄວາມແຕກຕ່າງໄດ້ຢ່າງໄວ ແລະ ຊັດເຈນ, ສະນັ້ນຈົ່ງເລີ່ມໃຫມ່ໃນມື້ນີ້.

SAKXAY SENGALOUN ------------------------------------ YOUTUBE: www.youtube.com/c/sakxaysengaloun WEBSITE: http://www.hisakxay.com/ FACEBOOK: facebook.com/sakxay INSTAGRAM: hi.sakxay


Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page