top of page

ຊີວິດມີ 3 ບາດກ້າວ, ແຕ່ສ່ວນໃຫຍ່ມັກຈະໄປຕິດຢູ່ບາດກ້າວທີ 2, ແລ້ວເຈົ້າເດ ເປັນແນວໃດ?


ເຮົາມີພຽງຫນຶ່ງຊີວິດ ເຖີງຢ່າງໃດກໍ່ຕາມ ເຮົາຈະພົບເຫັນວ່າມີການສຶກສາທາງດ້ານປັດສະຍາ ແລະ ທາງດ້ານຈິດວິນຍານ ຫລາຍໆຢ່າງທີ່ໄດ້ແບ່ງຊີວິດອອກເປັນຫລາຍໆຂັ້ນຕອນ, ເຫັນໄດ້ຢ່າງຊັດເຈນວ່າເຮົາສາມາດແບ່ງຊີວິດອອກເປັນຕາມຂັ້ນຕອນທາງກາຍະພາບ ເຊັ່ນ: ເລີ່ມຈາກການເກີດໃຫມ່, ການເປັນໄວຫລຸ້ນ, ເຂົ້າສູ່ໄວເປັນຜູ້ໃຫຍ່ ຫລື ອື່ນໆ. ແຕ່ນີ້ຂ້ອຍກໍາລັງພະຍາຍາມແຍກຊີວິດອອກໄປຕາມອັດຕາ (ego) ຫລື ຈິດໃຈ. ເພື່ອທີ່ຈະເວົ້າຕໍ່ໄປ ຂ້ອຍໃຫ້ຂໍ້ສັງເກດຄຶ ພວກເຮົາຕ້ອງຜ່ານ 3 ບາດກ້າວໃນຊີວິດນີ້.

ມາເບິ່ງກັນວ່າ ໃນແຕ່ລະຂັ້ນຕອນເຮົາຈະສາມາດຈັດການ ຫລື ເປີດຮັບສິ່ງເຫລົ່ານັ້ນຕໍ່ກັບຊີວິດໄດ້ແນວໃດ.

3 ບາດກ້າວໃນຊີວິດ.

3 ຂັ້ນຕອນເຫລົ່ານີ້ ສາມາດເກີດຂື້ນໄດ້ກັບພຽງຊ່ວງໃດຫນຶ່ງຂອງຊີວິດເຮົາ, ແນວໃດກໍ່ຕາມ ມື້ໃດທີ່ເຮົາສູນເສຍຄວາມຕ້ານທານຕໍ່ກັບຄຳຖາມຂອງຊີວິດ, ນັ້ນຄຶເຮົາໄດ້ມາເຖີງສະຖານະການທີ່ເຖີງຈຸດສູງສຸດຢ່າງຫນຶ່ງຂອງມະນຸດແລ້ວ.

ບາດກ້າວທີ 1. ຂ້ອຍຕ້ອງການຫມົດທຸກຢ່າງ.

ເຮົາເກີດມາໃນໂລກນີ້ ແລະ ມີຄວາມຮູ້ສຶກທີ່ແປກປະຫລາດໃຈກັບຜູ້ຄົນ, ກັບຄວາມຮັກ ແລະ ລວມເຖີງຄວາມງົດງາມຂອງທຳມະຊາດທັງປວງ, ຈາກນັ້ນເຮົາກໍ່ເລີ່ມມີແນວຄິດທີ່ສ້າງໂປຣແກຣມຈິດໃຈດ້ວຍມື້ຕໍ່ມື້, ພວກເຮົາເລີ່ມຕັ້ງຊື່, ຕັ້ງນາມສະກຸນ, ເລີ່ມສ້າງພັກພວກ ແລະ ອື່ນໆ ຈາກນັ້ນເຮົາກໍ່ເອີ້ນສິ່ງເຫລົ່ານັ້ນວ່າມັນຄຶຕົວຕົນຂອງເຮົາ, ແລ້ວເວລາກໍ່ຜ່ານໄປຕາມແບບທີ່ເຄີຍເປັນມາ.

ຈາກນັ້ນເຮົາກໍ່ຖືກຂົ່ມຂູ່ຈາກຄວາມສາມາດຂອງມະນຸດຄົນອື່ນໆ, ສັງຄົມສອນໃຫ້ເຮົາເປັນແບບນີ້, ການບັນລຸເປົ້າຫມາຍນີ້ຈະເຮັດໃຫ້ເຮົາໄປພົບກັບຄວາມສຳເລັດ. ເຮົາເລີ່ມຕົ້ນເຮັດວຽກດ້ວຍການເປັນ ບາງສິ່ງບາງຢ່າງ ນັ້ນຄຶເມື່ອເຮົາຕະຫນັກວ່າ ຂ້ອຍມັນບໍ່ດີພໍ ຖ້າຂ້ອຍມີຄວາມສາມາດກວ່ານີ້ ຂ້ອຍຈະເພີ້ມທັກສະບາງຢ່າງໃຫ້ກັບໂຕຂ້ອຍໄດ້, ເຮົາເລີ່ມເອົາໂຕໄປປຽບທຽບກັບຄົນອື່ນ ມັນເປັນສິ່ງທີ່ກະທົບຢ່າງຮ້າຍແຮງໃຫ້ກັບເຮົາ ທີ່ເຮົາບໍ່ສາມາດທຽບເທົ່າກັບຫມູ່, ກັັບຍາດພີ່ນ້ອງ ຫລື ດາລານັກສະແດງໃນໂທລະທັດ, ໃນວາລະສານ ແລະ ອື່ນໆ

ເຮົາຮູ້ສຶກເສົ້າໃຈກັບຄວາມເປັນຈິງທີ່ວ່າ ຊີວິດບໍ່ໄດ້ເປັນໄປໃນແບບທີ່ເຮົາຕ້ອງການ, ສໍາຫລັບໃຜທີ່ເຄີຍໄດ້ປະສົບກັບຄວາມສຳເລັດໃນຊ່ວງເວລາທີິ່ຜ່ານມາ, ສຳຫລັບໃຜທີ່ເຄີຍໄດ້ຮັບຄຳຍົກຍ້ອງ ແລະ ຄວາມເຄົາລົບ ກໍ່ຈະຮູ້ສຶກໄດ້ວ່າຍັງຂາດສິ່ງເຫລົ່ານັ້ນຢູ່, ມັນຍັງບໍ່ພຽງພໍ, ຫລາຍຄົນຍັງມີຄວາມຕ້ອງການຫລາຍກວ່ານີ້. ເມື່ອຊີວິດບໍ່ສົມຫວັງທີ່ຈະຕອບສະຫນອງຄວາມສົນໃຈຂອງເຮົາ ນັ້ນມັນຄຶຄວາມຈິງຂອງຫມົດທຸກຄົນ ທີ່ຈະເກີດຂື້ນໃນຊ່ວງເວລາທີ່ແສນຈະຍາວນານຂອງຊີວິດເຮົາ ຈົນເຮັດໃຫ້ເຮົາຮູ້ສຶກທໍ້ແທ້ໄປເລີຍ.

ບາດກ້າວທີ 2. ຂ້ອຍເປັນຄົນທີ່ພິເສດ.

ຂ້ອຍຈະສາມາດເພີ້ມການເປັນຢູ່ຊີວິດການເປັນຢູ່ຂອງຂ້ອຍໄດ້ແນວໃດ, ເລີ່ມມີຄຳຖາມນີ້ເກີດຂື້ນມາໃນໃຈ.

ຈາກນັ້ນເລີ່ມເຂົ້າຫາ ບາດກ້າວທີ 2, ຂ້ອຍເປັນຄົນທີ່ພິເສດ, ຂ້ອຍເປັນຄົນທີ່ບໍ່ຄຶໃຜ, ຂ້ອຍບໍ່ໄດ້ເປັນທີ່ໂປດປານຂອງໃຜ, ເພາະວ່າພວກເຂົາບໍ່ຍອມຮັບໃນຄວາມສາມາດຂອງຂ້ອຍ. ແຕ່ວ່າມື້ຫນຶ່ງ ຂ້ອຍຈະສ້າງມັນຂື້ນມາໃຫ້ໄດ້ ແລະ ສຳຫລັບໃຜທີ່ບອກວ່າຂ້ອຍບໍ່ສາມາດເຮັດມັນໄດ້ດ໋ອກ ຄົນໆນັ້ນແຫລະຈະເປັນຄົນທີ່ຕ້ອງໄດ້ມາຢືນລຽນຄິວຕໍ່ເພື່ອຂໍລາຍເຊັນ, ເພື່ອຂໍຖ່າຍຮູບນຳຂ້ອຍ. ເຫັນບໍ່ ບໍ່ມີຫຍັງທີ່ຈະເປັນໄປບໍ່ໄດ້. ເຮົາຈະຫາວິທີເພື່ອພິສູດວ່າເຮົາມີຄວາມເຫນືອກວ່າຄົນອື່ນ. ແຕ່ສຳຫລັບບຸກຄົນໃດທີ່ບໍ່ສາມາດຍອມຮັບຕໍ່ໂຕເຮົາໄດ້ ອັດຕາຂອງເຮົາກໍ່ຈະຍິ່ງສູງຂື້ນ ແລະ ມີຫ້າວໃຈເພີ້ມຂື້ນ, ຈົນໃນທີ່ສຸດກໍ່ຈະອົງອາດ ທະນົງໂຕວ່າຂ້ອຍຄຶຄົນທີ່ຍິ່ງໃຫຍ່ກວ່າຄົນອື່ນໆ.

ສຳຫລັບບຸກຄົນໃດທີ່ບໍ່ສາມາດຍອມຮັບໄດ້ ໃນຄວາມເຫນືອ ແລະ ພິເສດກວ່າຂອງເຂົາ, ມັນຈະເຮັດໃຫ້ເຂົາຮູ້ສຶກວ່າໂຕເອງໂດດດ່ຽວ ແລະ ບໍ່ຢາກຢູ່ຮ່ວມກັບສັງຄົມ ນີ້ຄຶບາດກ້າວແຫ່ງການສ້າງຄວາມເຂົ້າໃຈກ່ຽວກັບ ການທີ່ໄດ້ເຂົ້າໃຈຜິດທີ່ຄິດວ່າໂຕເອງເຫນືອກວ່າຄົນອື່ນ.

ບາດກ້າວທີ 3. ຂ້ອຍຍອມຮັບໃນທຸກໆສິ່ງ.

ໃນຂະນະທີ່ຊີວິດບໍ່ໄດ້ເປັນຫົນທາງທີ່ລຽບງ່າຍ, ແນ່ນອນວ່າເຮົາກໍ່ຈະພົບກັບອຸປະສັກ, ຄວາມຍາກລຳບາກຢູ່ໃນຊີວິດ ເມື່ອໃດທີ່ສິ່ງທີ່ມີຄ່າຂອງເຮົາໄປໄດ້ຫາຍອອກໄປ ບໍ່ວ່າຈະເປັນ ຕຳແຫນ່ງ, ຊັບສິນ, ສິ່ງທີ່ຮັກ, ສຸຂະພາບ ທັງຫມົດນັ້ນເອີ້ນວ່າການສູນເສຍ.

ສິ່ງທີ່ເຮົາຄິດວ່າມັນເປັນຂອງເຮົາ, ແຕ່ຕອນນີ້ເຮົາບໍ່ສາມາດທີ່ຈະຄອບຄອງມັນໄດ້ອີກຕໍ່ໄປ. ເຄີຍສັງເກດບໍ່ວ່າເວລາທີ່ເຮົາໂຍນຫລຽນຂື້ນ ບາງຄັ້ງມັນກໍ່ສາມາດເປັນໄປຕາມທີ່ເຮົາຕ້ອງການ ແຕ່ກໍ່ຍັງບໍ່ໄດ້ດັ່ງໃຈເຮົາກໍ່ມີ ເພາະຄວາມຕ້ອງການຂອງເຮົາຍັງຄົງເຜົາໄຫມ້ໃນຊ່ວງຂອງຈິດໃຈເຮົາຢູ່. ນີ້ຄຶເມື່ອເຮົາປະເມີນຄຶນເບິ່ງໂຕເຮົາເອງ.

ສິ່ງທີ່ເຮົາຄິດວ່າຈະເຮັດໃຫ້ເຮົາສົມບູນໄດ້ນັ້ນ ມັນບໍ່ໄດ້ເປັນໄປຕາມສິ່ງທີ່ເຮົາຄິດ, ມັນຕົກຢູ່ໃນຄວາມຫວ້າງ ແລະ ຄວາມສູນເສຍ ເຮົາພະຍາຍາມທີ່ຈະຊອກຫາຄວາມຫມາຍຂອງຊີວິດ, ການນຶກເຖີງໃນຊ່ວງໄລຍະເວລາຫນຶ່ງ ຈະນຳໄປສູ່ການເດີນທາງທີ່ຈະເຮັດໃຫ້ເຮົາເຫັນໄດ້ຢ່າງກະຈ່າງແຈ້ງຂື້ນວ່າສິ່ງທີ່ສຳຄັນໃນຊີວິດ ຈະບໍ່ສາມາດເບິ່ງເຫັນໄດ້ໂດຍ ຫນ້າທີ່ວຽກງານຂອງເຮົາ ຫລື ສັບສົມບັດຂອງເຮົາ ນີ້ຄຶຊ່ວງເວລາທີ່ເຮົາເລີ່ມຈະຄົ້ນພົບໂຕເຮົາເອງ ການເດີນທາງນີ້ຈະນຳພາເຮົາໃຫ້ໄປສູ່ແກນກາງຂອງຊີວິດ.

​ແລະອີກບໍ່ພໍເທົ່າໃດ ເຮົາກໍ່ຈະຄິດໄດ້ວ່າທຸກໆສິ່ງມັນເປັນພຽງແຕ່ພາບລວມຂອງມັນເທົ່ານັ້ນ, ມັນຈະເກີດຂື້ນຢູ່ພາຍໃນຂອງເຮົາ ແລະ ຈະບໍ່ອອກໄປທາງນອກເລີຍ. ຈາກຄວາມຄິດຂອງຄວາມບໍ່ສົມບູນ, ຄວາມຜິດຫວັງ-ຄວາມໄດ້ດັ່ງຫວັງ, ມັນເຮັດໃຫ້ເຮົາກ້າວໄປເຖີງບາດກ້າວຂອງການ ຮັບຮູ້ວ່າທຸກໆຄົນແມ່ນມີຄວາມເທົ່າທຽມກັນ.

ການຄົ້ນຫາຄວາມຈິງຂອງເຮົາ.

ເຮົາມາພ້ອມກັບມືທີ່ຫວ້າງເປົ່າ ແລະ ເວລາທີ່ຈະຈາກໄປກໍ່ເຊັ່ນດຽວກັນ, ແຕ່ວ່າເວລານີ້ເຮົາໄດ້ຮັບບົດຮຽນທີ່ຈະສາມາດຫລໍ່ລ້ຽງຈິດໃຈຂອງເຮົາ, ແມ່ນຫຍັງຄຶສິ່ງທີ່ຈະຖືກປະໄວ້ເບື້ອງຫລັງ ສິ່ງທີ່ເຮົາເອີ້ນວ່າມໍລະດົກ? ອາດຈະເປັນຮູບປັ້ນທີ່ຖືກຕັ້ງໄວ້ແຖວຫົວມຸມຂອງຖະຫນົນໃດຫນຶ່ງ, ແຕ່ວ່າເມື່ອເວລາໄດ້ຜ່ານໄປ ແນ່ນອນວ່າມັນກໍ່ຈະເສົ້າຫມອງ.

ແລ້ວມີຫຍັງແດ່ ທີ່ຍັງເຫລືອຢູ່?


Commentaires


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page