ສິ່ງທີ່ເຈົ້າແນມເຫັນເປັນສິ່ງທຳອິດ ຈະຊ່ວຍເຜີຍໃຫ້ເຫັນມູມມອງທີ່ເຊື່ອງຊ້ອນຢູ່ໃນບຸກຄະລິກພາຍໃນຈິດໃຕ້ສຳນຶກຂອ

ສິ່ງທີ່ເຈົ້າແນມເຫັນເປັນສິ່ງທຳອິດ ຈະຊ່ວຍເຜີຍໃຫ້ເຫັນມູມມອງທີ່ເຊື່ອງຊ້ອນຢູ່ໃນບຸກຄະລິກພາຍໃນຈິດໃຕ້ສຳນຶກຂອງເຈົ້າ.
ວິທີທີ່ເຮົາເບິ່ງໂລກ ແລະ ສິ່ງຕ່າງໆທີ່ຢູ່ອ້ອມໂຕເຮົາ ສາມາດກຳນົດຕົວຕົນຂອງເຮົາໄດ້. ຈະເວົ້າໄປບຸກຄະລິກກະພາບ ແລະ ຈິດໃຕ້ສຳນຶກຂອງເຮົາກໍ່ເຊັ່ນດຽວກັນ.
ໃນຮູບແຕ້ມເຈົ້າອາດຈະເບິ່ງເຫັນ ດວງອາທິດທີ່ກຳລັງຈະຂື້ນດ້ວຍຄວາມເບີກບານ, ອາດຈະເຫັນເປັນນ້ຳຄ້າງທີ່ກຳລັງສົດຊື່ນຢູ່ເທີງໃບຫຍ້າ ແລະ ຮູ້ສຶກເຖີງແຮງບັນດານໃຈ ທີ່ເຕັມໄປດ້ວຍຄວາມຫວັງ. ໃນຄະນະທີ່ຄົນອື່ນອາດຈະເບິ່ງເຫັນເປັນສິ່ງດຽວກັນ ແຕ່ຄວາມຮັບຮູ້ອາດຈະຮູ້ສືກແຕກຕ່າງກັນອອກໄປ, ບາງທີ່ພວກເຂົາອາດຈະນຶກເຖີງສິ່ງທີ່ເຈັບປວດ-ໂສກເສົ້າ ໃນເວລາທີ່ພວກເຂົາເຫັນສິ່ງດຽວກັນກັບທີ່ເຮົາເຫັນເປັນຄວາມງົດງາມ.

ນີ້ເປັນການເອີ້ນວ່າ ການທົດສອບ ຣໍຊາດ໌ (Rorschach tests) ຫລືທີ່ທົ່ວໄປເຂົາມັກເອີ້ນວ່າ ຮູບແຕ້ມດ້ວຍການຢອດນ້ຳຫມືກ, ເຊິ່ງເຮົາມາລອງທົດສອບຮູບພາບນຳກັນເລີຍ.
ລອງສັງເກດເບິ່ງທີ່ຮູບພາບດ້ານລຸ່ມນີ້ ແລ້ວບອກຄວາມຮູ້ສຶກຂອງທ່ານວ່າ ໄດ້ຄິດແນວໃດກ່ຽວກັບພາບນີ້ ກ່ອນທີ່ເຮົາຈະໄປອ່ານເບິ່ງວ່າ ບຸກຄະລິກຂອງເຮົາແມ່ນເປັນແນວໃດຕໍ່.
1. ຮູບຜູ້ຍິງ.

ຖ້າເຈົ້າເບິ່ງເຫັນເປັນຮູບຂອງຜູ້ຍິງ ຫມາຍຄວາມວ່າ ເຈົ້າເປັນຄົນທີ່ມີຄວາມຄິດສ້າງສັນເປັນຈຸດແຂງທີ່ໂດດເດັ່ນຢູ່ໃນໂຕເຈົ້າ ແລະ ເຈົ້າກໍ່ເປັນຄົນທີ່ມີສະເຫນ່ທີ່ເປັນເອກະລັກຢູ່ໃນໂຕ. ຜູ້ຄົນມັກຄວາມມີສະເຫນ່ທີ່ມີຢູ່ໃນໂຕຂອງເຈົ້າ ແລະ ເຈົ້າກໍ່ຮູ້ດີ ດັ່ງນັ້ນເຈົ້າຈະຕ້ອງນຳມັນອອກມາ ເພື່ອດຶງດູດຄວາມສົນໃຈ, ເພາະມີຫລາຍຄົນທີ່ອິດສາເຈົ້າທີ່ເຈົ້າເປັນທີ່ນິຍົມ, ສຳຫລັບເຈົ້າ ຄວາມຮັກປຽບເຫມືອນເປັນເກມ ແລະ ເຈົ້າຄວນຈະໃຫ້ຄວາມສຳຄັນກັບຄົນທີ່ຮ່ວມຫລີ້ນນຳ ແລະ ເຈົ້າບໍ່ຄ່ອຍມັກຈະເປີດໃຈກັບຄົນຮັກຂອງເຈົ້າປານໃດ, ເຈົ້າເລືອກທີ່ຈະປ່ອຍໃຫ້ເຂົາເບີກບານກັບ ສິ່ງທີ່ເຈົ້າກະທຳໄປນັ້ນຫລາຍກວ່າ.
2. ຮູບກະໂຫລກຫົວ.

ຖ້າເຈົ້າເບິ່ງເຫັນເປັນຮູບຂອງກະໂຫລກຫົວ ຫມາຍຄວາມວ່າ ເຈົ້າເປັນຄົນທີ່ນຸ່ມນວນ ແລະ ມັກມີຄວາມອົດທົນກັບຫລາຍສິ່ງ ຫລາຍຢ່າງ, ເຈົ້າເປັນຄົນທີ່ເກັ່ງໃນການລວບລວມຄວາມຄິດເຫັນ ແລະ ໄອເດຍ, ເຈົ້າເຫມາະສົມກັບການເປັນຜູ້ຕັດສິນບັນຫາ ເພາະວ່າເຈົ້າຈະບໍ່ລຳອຽງ ເຊິ່ງມີຫລາຍຄົນມັກຈະເຂົ້າມາຂໍຄຳແນະນຳຈາກເຈົ້າ, ເຈົ້າເປັນຄົນທີ່ຮຽນຮູ້ໄດ້ຢ່າງໄວ ແລະ ສາມາດປັບໂຕເຂົ້າກັບສະຖານະການໃຫມ່ໆໄດ້ຢ່າງວ່ອງໄວ. ຄວາມສະຫລາດ ວ່ອງໄວ, ຄວາມຍຸດຕິທຳ ແລະ ຄວາມເອື້ອເຟື້ອເພື່ອແຜ່ ຂອງເຈົ້າລ້ວນແລ້ວແຕ່ເປັນທັກສະໃນການເຂົ້າສັງຄົມທີ່ດີຫລາຍ.
3. ຮູບປ່າໄມ້ທີ່ຢູ່ດ້ານນອກ.

ຖ້າເຈົ້າເບິ່ງເຫັນເປັນຮູບຂອງປ່າໄມ້ທີ່ຢູ່ດ້ານນອກ ຫມາຍຄວາມວ່າ ເຈົ້າເປັນຄົນທີ່ມັກມີຄວາມຫລົງໄຫລ, ຕື່ນເຕັ້ນ ແລະ ມ່ວນຊື້ນກັບຊີວິດ, ເປັນຄົນທີ່ມັກມີອາລົມຊວນຫົວຢູ່ຕະຫລອດເວລາ, ເຊິ່ງເຮັດໃຫ້ມີຫລາຍຄົນທີ່ມັກຈະຢູ່ໃກ້ກັບເຈົ້າ, ເພາະການຢູ່ກັບເຈົ້າເຮັດໃຫ້ອາລົມ ຄວາມຮູ້ສຶກຂອງຄົນອື່ນໄດ້ຮັບການພັດທະນາໄປນຳ, ເມື່ອເວລາທີ່ເຈົ້າເກີດຄິດໄອເດຍອອກ ເຈົ້າຈະແລ່ນຕາມໄປກັບມັນ ແລະ ເຈົ້າຈະສາມາດມີວິທີການທີ່ຈະເຮັດໃຫ້ຄົນອື່ນໆເຮັດຕາມນຳໄດ້ ນອກຈາກນີ້ເຈົ້າເປັນຄົນທີ່ມີຄວາມຮັບຜິດຊອບສູງ ແລະ ຫນ້າເຊື່ອຖືໄດ້.
4. ຮູບຕົ້ນໄມ້ 3 ຕົ້ນໃນເວລາດຽວກັນ.

ຖ້າເຈົ້າເບິ່ງເຫັນເປັນຮູບຂອງຕົ້ນໄມ້ 3 ຕົ້ນໃນເວລາດຽວກັນ ຫມາຍຄວາມວ່າເຈົ້າປຽບເປັນດັ່ງເພັດທີ່ຫາໄດ້ຍາກ, ຜູ້ຄົນມັກຈະພະຍາຍາມທີ່ຈະມາຫາເຈົ້າ ແມ່ນແຕ່ຄົນທີ່ມີຄວາມຄິດທີ່ຫລັກແຫລມ ກໍ່ບໍ່ສາມາດທີ່ຈະເບິ່ງຜ່ານເຂົ້າໄປໃນຈິດໃຈຂອງເຈົ້າໄດ້ ສິ່ງນີ້ໄດ້ລວມເຂົ້າໄປເປັນທັກສະທີ່ດີໃຫ້ກັບໂຕເຈົ້າ ເຊິ່ງສິ່ງນີ້ອາດຈະເປັນທັງຂອງຂວັນ ແລະ ຄຳສາບ ເພາະເຈົ້າເປັນຄົນທີ່ສາມາດແນມເຫັນໂລກຕາມຄວາມເປັນຈິງຂອງສິ່ງທີ່ເກີດຂື້ນ, ແຕ່ກໍ່ບໍ່ໄດ້ຫມາຍຄວາມວ່າຜູ້ອື່ນຈະເຂົ້າໃຈເຂົ້າໄປຫມົດທຸກລື່ອງ ແລະ ມັນຈະນຳມາເຊິ່ງການເຮັດໃຫ້ເຈົ້າຮູ້ສືກໂດດດ່ຽວເປັນບາງຄັ້ງຄາວ.
ຈົ່ງຈື່ໄວ້ວ່າການທົດສອບໃນທາງຈິດຕະວິທະຍາປະເພດນີ້ ມີໄວ້ເພື່ອໃຫ້ເຮົາໄດ້ຮຽນຮູ້ ແລະ ເຂົ້າໃຈໂຕເອງຫລາຍຂື້ນ, ສິ່ງນີ້ບໍ່ໄດ້ບົ່ງບອກຢ່າງແນ່ນອນວ່າເຮົາເປັນຄົນແບບນັ້ນແທ້ບໍ່, ມັນເປັນພຽງການປະເມີນ ການທົດສອບປະເພດນີ້ມັນພຽງມາຊ່ວຍໃຫ້ເຮົາໄດ້ຕະຫນັກຕິດຫລາຍຂື້ນຊື່ໆ.
ເປັນແນວໃດ ເຈົ້າມັກການຫລີ້ນແບບນີ້ບໍ່? ຖ້າຫາກເຈົ້າມັກ, ຄອມເມັ້ນບອກພວກເຮົາແດ່ ແລະ ແບ່ງປັນໃຫ້ກັບຫມູ່ເພື່ອຂອງເຈົ້າ, ແລ້ວໂຄດ ສັກໄຊ ຈະຊ່ວຍແນະນຳການທົດສອບທາງຈິດຕະວິທະຍາທີ່ຫນ້າສົນໃຈນີ້ໃຫ້ກັບເຈົ້າ ເພື່ອໃຫ້ທຸກຄົນໄດ້ເຂົ້າໃຈໂຕເອງດີຂື້ນກວ່າເກົ່າ.
ຖ້າເຈົ້າຢາກຈະຮູ້ຈັກ ຕົວເຈົ້າເອງຫຼາຍຂຶ້ນ!
ຖ້າເຈົ້າຢາກຮຽນຮູ້ ກ່ຽວກັບ ຕົວເຈົ້າເອງຫຼາຍຂຶ້ນ!
ຖ້າເຈົ້າຢາກຕື່ນຮູ້ກ່ຽວກັບຊີວິດ!
ໂອກາດຂອງທ່ານແມ່ນຢູ່ທີ່ນີ້ ແລ້ວ!
ເບິ່ງວິດີໂອຂ້າງລຸ່ມນີ້ ສໍາລັບ ວິທີການທີ່ຈະໄດ້ເປັນ
ນັກຮຽນຄົນລາວຄົນຕໍ່ໄປ ຂອງສັກໄຊ ແສງອາລຸນ
ໄວໆ ກ່ອນທີ່ຈະປິດການລົງທະບຽນ
ໃນທີ່ສຸດທ່ານກໍ່ຈະມີໂອກາດ ກາຍເປັນ 1 ໃນ 10 ຂອງກຸ່ມນັກຮຽນຄົນລາວ ກຸ່ມຕໍ່ໄປດຂອງ ສັກໄຊ ແສງອາລຸນ
ຄົນເຮົາມີສອງປະເພດ: ກຸ່ມຄົນທີ່ເບິ່ງວິດີໂອນີ້ແລ້ວ ຫຼັງຈາກນັ້ນກໍ່ບໍ່ເຮັດຫຍັງ, ສືບຕໍ່ດໍາລົງຊີວິດແບບເກົ່າເກົ່າ ທີ່ອາດຈະ ບໍ່ຮູ້ຄວາມຫມາຍຂອງຊີວິດຢ່າງແທ້ຈິງ
ແລະ
ກຸ່ມຄົນທີ່ເບິ່ງວິດີໂອນີ້ແລ້ວ ຫຼັງຈາກນັ້ນກໍ່ເຮັດບາງສິ່ງບາງຢ່າງ, ຄລິກ Link ເບິ່ງແລະສຶກສາ ,ມີຄວາມປາຖະຫນາທີ່ຈະກໍ່ເຮັດໃຫ້ຊີວິດຂອງຕົວເອງດີຂຶ້ນ, ມີຄວາມສຸກຫຼາຍຂຶ້ນ,ມີຄວາມສໍາເລັດຫຼາຍຂຶ້ນ.
ລອງຈິນຕະນາການເບິ່ງ, ຖ້າພາຍໃນ 6 ອາທິດ ທ່ານຈະຮຽນຮູ້ທີ່ຈະມີຄວາມຄິດທີ່ດີຂຶ້ນ.
ຄວາມຄິດທີ່ຈະເຮັດໃຫ້ຊີວິດຂອງທ່ານມີຄວາມສຸກຂຶ້ນ, ແລະອາດຈະເຮັດໃຫ້ທຸລະກິດຂອງທ່ານດີຂຶ້ນ
ທ່ານຈະຮູ້ສຶກແນວໃດ?
ຖ້າທຸກໆມື້ທ່ານຕື່ນຂຶ້ນກັບແຮງຈູງໃຈທີ່ຈະເຮັດໃຫ້ຊີວິດຂອງທ່ານດີຂຶ້ນ
ຖ້າທຸກໆມື້ທ່ານຕື່ນຂຶ້ນກັບວິທີແນວຄິດທີ່ເຮັດໃຫ້ທ່ານເປັນບຸກຄົນທີ່ມີຄວາມສຸກກັບຊີວິດທີ່ທ່ານມີຕອນນີ້ໃນເວລາດຽວກັນ ສ້າງສາ ແລະ ມີແຮງຈູງໃຈທີ່ຈະສູ້ເພື່ອຊີວິດໃນຝັນຂອງທ່ານ
Kommentare