ລາງວັນທີ່ດີທີ່ສຸດໃນຊີວິດເຮົາ ກໍ່ຄຶການທີ່ມີໂອກາດທີ່ຈະເຮັດວຽກຢ່າງຫນັກ ໃນເວລາທີ່ເຮົາສາມາດເຮັດວຽກຢ່າງມີຄ

ສິ່ງດີໆຕ່າງໆ ທີ່ໄດ້ເຂົ້າມາໃນຊີວິດເຮົາ ແມ່ນມີຜົນພວງມາຈາກການເວລາ, ແຮງກາຍ, ສິ່ງທີ່ເຮົາເຊື່ອຫມັ້ນ ລວມເຖີງສິ່ງທີ່ເຮົາເຄີຍເຮັດຜິດພາດມາກ່ອນ. ດັ່ງນັ້ນຄວາມສຳເລັດມັນຕ້ອງໄດ້ອາໄສຄວາມຜູກພັນບາງຢ່າງ ມັນຈະມາຫາຄົນທີ່ບໍ່ຢ້ານກົວຕໍ່ຄວາມຜິດພາດ ຫລື ຄວາມທ້າທາຍ ແລະ ຄົນທີ່ເຮັດວຽກຢ່າງຫນັກ, ຖ້າເຮົາຕ້ອງການທີ່ຈະສ້າງຄວາມຝັນຂອງເຮົາໃຫ້ເປັນຈິງ ກໍ່ຕ້ອງໄດ້ນຳໃຊ້ຫລັກການທີ່ຈະຊ່ວຍເຮົາໃຫ້ປະສົບຜົນສຳເລັດໄດ້.
ສິ່ງທີ່ດີທີ່ສຸດກ່ຽວກັບການທຸ້ມເທເຮັດວຽກຢ່າງຫນັກ ຄຶການທີ່ສາມາດເຮັດໃຫ້ຄວາມຝັນຂອງເຮົາກາຍເປັນຈິງ ເຊິ່ງມັນຈະມີຜົນຕອບແທນ ແລະ ຜົນປະໂຫຍດອື່ນໆອີກຫລາຍຢ່າງ.
ດັ່ງ 10 ຢ່າງຕໍ່ໄປນີ້:
1. ການທີ່ເຮົາເຮັດວຽກຢ່າງຫນັກ ຈະເຮັດໃຫ້ເຮົາໄດ້ລະນຶກເຖີງສັກກະຍະພາບໃນຕົວຂອງເຮົາ: ຊ່ວຍໃຫ້ເຮົາຮັບຮູ້ເຖີງຂີດຄວາມສາມາດໃນໂຕຂອງເຮົາ ເຊີ່ງນຳມາເຖີງການມີຄວາມເຊື່ອຫມັ້ນ, ເພາະເຮົາຮູ້ດີວ່າເຮົາກໍາລັງເຮັດອິຫຍັງຢູ່ ແລະ ຄວາມເຊື່ອຫມັ້ນນີ້ເອງ ຈະນໍາພາໃຫ້ເຮົາໄປພົບກັບຄວາມສຳເລັດໄດ້ໄວຂື້ນ.

2. ການທີ່ເຮົາເຮັດວຽກຢ່າງຫນັກ ຈະຊ່ວຍໃຫ້ເຮົາສາມາດທີ່ຈະກ້າປະເຊີນຫນ້າກັບຊີວິດໄດ້ດີ, ເຮົາຍ່ອມຮູ້ວ່າຊີວິດເປັນເລື່ອງທີ່ຍາກ, ເຮົາປະສົບກັບຄວາມທ້າທາຍໃນທຸກໆມື້ ບໍ່ວ່າຈະເປັນການເລືອກທີ່ຈະອ່ອນແອໃຫ້ກັບບັນຫາ ຫລື ຈະຕໍ່ສູ້ກັບມັນ, ສະນັ້ນການເຮັດວຽກຢ່າງຫນັກ ແລະ ການມີທັດສະນະຄະຕິທີ່ດີ ຈະເປັນເຄື່ອງມືທີ່ດີທີ່ສຸດສຳຫລັບໂຕເຮົາ.
3. ການທີ່ເຮົາເຮັດວຽກຢ່າງຫນັກ ສາມາດສ້າງລັກສະນະນິໄສ: ມັນບໍ່ມີວິທີ ທີ່ດີກວ່ານີ້ໃນການທີ່ຈະຝຶກນິໄສ ໃຫ້ມີຄວາມແຂງແກ່ນ, ການມີພະລັງ, ຄວາມພະຍາຍາມໃນການເຮັດວຽກ ແລະ ລວມເຖີງຄວາມຊື່ສັດ ເຊີ່ງຈະນຳມາໃນສິ່ງທີ່ດີທີ່ສຸດໃຫ້ແກ່ໂຕຂອງເຮົາ.
4.ການທີ່ເຮົາເຮັດວຽກຢ່າງຫນັກ ສາມາດສ້າງໃຫ້ເຮົາຮູ້ສຶກດີ. ບໍ່ມີອັນໃດທີ່ຈະຮູ້ສຶກເພີ່ງພໍໃຈໄປກວ່າການທີ່ເຮົາໄດ້ຕັ້ງໃຈເຮັດວຽກຢ່າງເຕັມທີ່ ເພື່ອບາງສິ່ງ ຫລື ເພື່ອໃຜຄົນຫນຶ່ງ.

5. ການທີ່ເຮົາເຮັດວຽກຢ່າງຫນັກ ສາມາດເຮັດໃຫ້ເຮົາໄດ້ຮັບຄວາມເຄົາລົບຈາກຄົນອື່ນໆ: ພວກເຮົາຈະໄດ້ຮັບຄວາມຊື່ນຊົມ ເມື່ອເວລາທີ່ເຮົາໄດ້ເຮັດສິ່ງທີ່ດີທີ່ສຸດໄປ, ເມື່ອເວລາທີ່ເຮົາໄດ້ເຮັດວຽກຢ່າງສະເຫມີຕົ້ນ-ສະເຫມີປາຍ ແລະ ເຮົາຈະໄດ້ຮັບຄວາມເຊື່ອຫມັ້ນ, ຄວາມໄວ້ວາງໃຈ ແລ້ວສຸດທ້າຍຈະໄດ້ຮັບການຊື່ນຊົມຈາກຄົນອື່ນ.
6.ການທີ່ເຮົາເຮັດວຽກຢ່າງຫນັກ ຈະເຮັດໃຫ້ເຮົາໄດ້ຮັບຄວາມເຄົາລົບຈາກຕົວເຮົາເອງ, ເຮົາຈະຮູ້ສຶກດີຂື້ນ ເມື່ອເຮົາໄດ້ພະຍາຍາມຕ້ອງການທີ່ຈະສ້າງໃຫ້ໂຕເອງເປັນຄົນທີ່ດີຂື້ນກວ່າເກົ່າ.
7. ການທີ່ເຮົາເຮັດວຽກຢ່າງຫນັກ ຄຶການເພີ້ມຄວາມຫມາຍ. ການເຮັດວຽກເພື່ອກ້າວໄປສູ່ເປົ້າຫມາຍຂອງເຮົາ ຈະເປັນປະສົບການທີ່ມີຄຸນຄ່າຢ່າງຫລວງຫລາຍ ຕໍ່ກັບເປົ້າຫມາຍຂອງເຮົາ, ຊີວິດຂອງເຮົາ, ເສັ້ນໄຊຂອງເຮົາ ແລະ ຈຸດປະສົງຂອງຊີວິດຂອງເຮົາ.
8. ການທີ່ເຮົາເຮັດວຽກຢ່າງຫນັກ ຈະພາເຮົາໄປສູ່ຜົນລັບທີ່ດີ: ຊີວິດຂອງເຮົາເປັນສິ່ງທີ່ຫນ້າຄົ້ນຫາ, ຫນ້າສົນໃຈ ແລະ ມີຄວາມສະຫນຸກສະຫນານຫລາຍຢ່າງ ໃນເວລາທີ່ເຮົາເຮັດວຽກ, ສ້າງຜົນງານ, ເວລາທີ່ເຮົາສາມາດບັນລຸເປົ້າຫມາຍໄດ້ ເວລານັ້ນເຮົາຈະສາມາດຮັບຮູ້ໄດ້ວ່າຊີວິດຂອງເຮົາມີຄຸນຄ່າ ແລະ ວຽກຂອງເຮົາແມ່ນມີຄວາມຫມາຍ.

9.ການທີ່ເຮົາເຮັດວຽກຢ່າງຫນັກ ມັນຈະສ້າງເປັນນິໄສ: ເຊີ່ງໂຕນິໄສນີ້ເອງຈະເປັນກະແຈໄຂເພື່ອນຳພາໃຫ້ເຮົາໄປພົບກັບຄວາມສຳເລັດ ແລະ ສິ່ງທີ່ດີທີ່ສຸດ 4 ຢ່າງກໍ່ຄຶ: ຄວາມຊື່ສັດ, ຄວາມນອບນ້ອມ, ການເຮັດວຽກຢ່າງເຕັມທີ່ ແລະ ຄວາມກະຕັນຍູ.
10. ການທີ່ເຮົາເຮັດວຽກຢ່າງຫນັກ ຄຶການມີສຸຂະພາບທີ່ດີ. ເມື່ອເວລາທີ່ເຮົາເຕັມທີ່ກັບວຽກ, ແນ່ນອນວ່າເຮົາໄດ້ໃຊ້ຄວາມຄິດ, ຈິດໃຈ ແລະ ຮ່າງກາຍ ຂອງເຮົາໄປໃນທາງທີ່ເປັນຜົນດີ ເຊີ່ງຈະເຮັດໃຫ້ສຸຂະພາບພາຍໃນ ແລະ ພາຍນອກ ຂອງເຮົາດີຂື້ນ, ມີຊີວິດຊີວາຂື້ນ ນັ້ນຄຶສິ່ງທີ່ດີສຳຫລັບໂຕເຮົາ.

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!
ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!
ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ
ຮ້ານປື້ມ ດີບຸກ 97636007 / 99284384
Comments