top of page

4 ຢ່າງງ່າຍໆທີ່ເຈົ້າຄວນເຮັດໃນຕອນນີ້ ຖ້າຫາກເຈົ້າຮູ້ສຶກວ່າຊີວິດຂອງເຈົ້າບໍ່ສາມາດທີ່ຈະກ້າວຕໍ່ໄປໄດ້.

ໃນຄວາມເປັນຈິງແລ້ວ ບາງເທື່ອຂ້ອຍຍັງສົງໃສ ແລະ ມັກຖາມໂຕເອງຢູ່ເປັນປະຈຳວ່າ ເປັນຫຍັງຂ້ອຍຕ້ອງເຮັດຫມົດທຸກສິ່ງ, ທຸກຢ່າງ? ແລະ ຂ້ອຍຄວນຈະເຮັດແນວໃດຕໍ່ໄປດີ? ມັນຄຸ້ມຄ່າຫລືບໍ່ໃນສິ່ງທີ່ເຮັດຢູ່? ແລະ ຄົນອື່ນໆໄດ້ຮັບຮູ້ບໍ່ວ່າ ສິ່ງທີ່ຂ້ອຍກໍາລັງເຮັດຢູ່ນີ້ ພວກເຂົາໄດ້ມັກຫລືບໍ່? ຂ້ອຍຄວນຈະເຮັດວີດີໂອ ແລະ ຂຽນບົດຄວາມ ແບບນີ້ຕໍ່ໄປອີກບໍ່?

ຂ້ອຍຮູ້ສຶກວ່າຊີວິດຢຸດສະງັກຢູ່ກັບທີ່ ໃນຊ່ວງ 2-3 ອາທິດທີ່ຜ່ານມານີ້ຊີວິດມັນເຕັມໄປດ້ວຍຄວາມທໍ້ຖອຍ ແລະ ອິດເມື່້ອຍໄປເລັກນ້ອຍ. ຂ້ອຍໄດ້ຍ້າຍໄປຢູ່ບ່ອນພັກໃຫມ່, ໄປຢູ່ມະຫາວິທະຍາໄລ ແຫ່ງໃຫມ່, ໄດ້ພົບກັບຍິງສາວທີ່ ສວຍງາມ ແລະ ທັງມີຄວາມສະຫລາດພຽບພ້ອມ ເບິ່ງຄຶວ່າມັນໄປໄດ້ດີ ແລະ ຂ້ອຍກະຮູ້ສຶກມີຄວາມສຸກໃນຊ່ວງເວລານັ້ນ.

ເຖີງຢ່າງໃດກໍ່ຕາມຂ້ອຍກໍ່ຍັງຮູ້ສຶກວ່າໂຕເອງຍັງຕົກຢູ່ໃນວັງເວັງຂອງຄວາມຮູ້ສຶກທີ່ບໍ່ຫມັ້ນຄົງ ແລະ ບໍ່ສາມາດກ້າວໄປຂ້າງຫນ້າໄດ້. ດ້ວຍເຫດນີ້ເອງຂ້ອຍຈຶ່ງຕັດສີນໃຈທີ່ຈະນັ່ງລົງ ແລະ ຂຽນລາຍການຫົນທາງທີ່ຈະສາມາດຊ່ວຍຂັບເຂື່ອນຊີວິດຂອງຂ້ອຍໃຫ້ກ້າວຕໍ່ໄປຂ້າງຫນ້າໄດ້ ດັ່ງເຊັ່ນກ່ອນຫນ້ານີ້.

ແລະ ນີ້ຄຶສິ່ງທີ່ຂ້ອຍຈະນຳມາແຊສ໌ ເຜີຍແຜ່ ໃຫ້ກັບທຸກໆໄດ້ຮັບຮູ້ນຳກັນ, ເມື່ອຍາມທີ່ເຈົ້າພົບສະຖານະການແບບຂ້ອຍ ກໍ່ຈະໄດ້ນຳມາໃຊ້ເພື່ອກ້າວຂ້າມຜ່ານມັນໄປໃຫ້ໄດ້.

1. ພະຍາຍາມໃຫ້ເຂົ້າໃຈຕົນເອງ ແລະ ເພີ້ມກອບຄວາມຄິດໃຫ້ກວ້າງຂື້ນ.

ເມື່ອໃດທີ່ເຮົາຮູ້ສຶກວ່າທໍ້ຖອຍ ຈົນເຮົາບໍ່ສາມາດທີ່ຈະກ້າວຕໍ່ໄປຂ້າງຫນ້າໄດ້ ເວລານັ້ນເຮົາຈະຮູ້ສຶກຄຽດ ຈົນບໍ່ສາມາດທີ່ຈະເຮັດຫຍັງໄດ້, ເຮົາຈະເລີ່ມຄິດວ່າຕົວເຮົາເອງເປັນສາເຫດຂອງສິ່ງທັງຫມົດທັງມວນ ເວົ້າງ່າຍໆກໍ່ຄຶການໂທດຕົວເອງ ແລະ ນຳໄປສູ່ການຄິດລົບໃຫ້ກັບຕົວເອງ. ການທີ່ຈະອອກຈາກຄວາມຄິດແນວນັ້ນໄດ້ນັ້ນ ຈົ່ງພະຍາຍາມກ້າວອອກຈາກສະຖານະການຄວາມຄິດເຊີງລົບດັ່ງກ່າວໃຫ້ໄດ້ ແລ້ວແທນດ້ວຍການເລີ່ມຄິດສິ່ງໃຫມ່ໆທີ່ດີກວ່າ

ຕົວຢ່າງວ່າ ແທນທີ່ຈະ ເວົ້າວ່າ ຂ້ອຍບໍ່ສາມາດທີ່ຈະລົບຄວາມຄິດນີ້ອອກໄດ້, ຂ້ອຍເປັນຄົນທີ່ຫງີ່ເຫງົ້າ. ແລ້ວປ່ຽນມາໃຫ້ກຳລັງໃຈຕົວເອງດ້ວຍຄຳເວົ້າທີ່ວ່າ ຂ້ອຍພ້ອມທີ່ຈະຍອມຮັບທຸກໆສະຖານະການ ທີ່ໄດ້ເຂົ້າມາພິສຸດໃນໂຕຂ້ອຍ, ຄວາມຄິດ ແລະ ຄຳເວົ້າແບບນີ້ຈະເປັນໂຕກະຕູ້ນໃຫ້ເຮົາສາມາດລຸກຂື້ນມາຈາກສະຖານະການທີ່ເຄັງຕຶງແບບນັ້ນໄດ້ ແລະ ເຮັດໃຫ້ເຮົາສາມາດກັບມາເປັນຜູ້ນຳແຫ່ງຈິດວິນຍານຂອງເຮົາໄດ້, ເຊື່ອໂລດວ່າມັນເປັນເລື່ອງທີ່ງ່າຍ ເຊິ່ງໃຜໆກໍ່ສາມາດປະຕິບັດໄດ້ ເພາະມັນຈະເປັນແຮງກະຕຸ້ນໃຫ້ຈິດໃຈເຮົາໄດ້ດີແນ່ນອນ.

2. ຈົ່ງມ້ຽນມັດຫ້ອງນອນສ່ວນຕົວຂອງທ່ານໃຫ້ສະອາດ ຊະ.

ຟັງເບິ່ງແລ້ວຄຶວ່າມັນເປັນເລື່ອງທີ່ຕາຫລົກແມ່ນບໍ່? ແຕ່ວ່າມັນໄດ້ຜົນດີໄດ໋ລະ, ບາງຄັ້ງການທີ່ເຮົາມ້ຽນມັດ ເຮືອນຊານ ຫລື ບ່ອນຢູ່ອາໄສໃຫ້ສະອາດງາມຕາ ມັນຈະສາມາດເຮັດໃຫ້ບັນຫາ ຫລື ສິ່ງທີ່ເຮົາຄຽດຢູ່ ຜ່ອນຄາຍລົງໄດ້.

ຍິ່ງກວ່ານັ້ນ ຂ້ອຍຍັງພົບວ່າຍັງມີວິທີທີ່ງ່າຍກວ່ານັ້ນດ້ວຍການຈົດບັນທຶກສິ່ງຕ່າງໆເຫລົ່ານັ້ນເພື່ອໃຫ້ສາມາດຮູ້ວ່າເຮົາຄວນຈະເຮັດສີ່ງໃດກ່ອນ ແລະ ຫລັງ ກ່ຽວກັບການເຮັດຄວາມສະອາດ ເພື່ອຈະຊ່ວຍໃຫ້ເຮົາມີເປົ້າຫມາຍທີ່ຊັດເຈນ.

ເຊັ່ນດຽວກັນ ຖ້າເຮົາຕ້ອງການທີ່ຈະກຳນົດທິດທາງໃຫ້ກັບຊີວິດເຮົາໄປໃນທາງທີ່ດີໄດ້ ເຮົາຈຳເປັນຕ້ອງໄດ້ກຳນົດພື້ນທີ່ໆ ເຮົາຕ້ອງການຂື້ນມາ ດ້ວຍວິທີນີ້ເຮົາຈະສາມາດຮູ້ໄດ້ວ່າສິ່ງໃດທີ່ເຮົາຕ້ອງການມັນແທ້ໆ ແລະ ເຮົາຈະໄດ້ຕຽມຄວາມພ້ອມ ສຳຫລັບຄວາມຄິດ ແລະ ແຮງບັນດານໃຈໃຫມ່ໆໄດ້.

3. ຊອກຫາຜົນລັບທີ່ງ່າຍ ເພື່ອເປັນສິ່ງກະຕຸ້ນໃຫ້ຕົນເອງ.

ມັນບໍ່ສຳຄັນຫລອກວ່າເຈົ້າຈະພົບກັບບັນຫາຫຍັງສຳຄັນທີ່ວ່າເຈົ້າຈະເຮັດແນວໃດເພື່ອກ້າວຂ້າມຜ່ານມັນໄປໄດ້ ເພາະມັນຈະມາເປັນບົດທົດສອບໃນໂຕເຈົ້າໄປພ້ອມດຽວກັນ.

ເມື່ອໃດທີ່ຂ້ອຍຮູ້ສຶກ ທໍ້ ແລະ ເມື່ອຍ ຂ້ອຍກໍ່ພຽງແຕ່ຍີ້ມສູ້ໄປກັບມັນ, ຍ້ອນຫຍັງແມ່ນບໍ່? ກໍ່ຍ້ອນວ່າຂ້ອຍມີຄວາມສຸກກັບສຽງຫົວທີ່ຍີ້ມແຍ້ມແຈ່ມໃສ ແລະ ມັນກໍ່ໄດ້ກາຍເປັນສິ່ງທີ່ສາມາດປຸກພະລັງໃນໂຕຂ້ອຍໄດ້.

4. ເຮັດໃນສິ່ງທີ່ຕ້ອງການ ທີ່ຢາກຈະເຮັດ.

ເພື່ອທີ່ຈະເຕີບໃຫຍ່ໄດ້ ຂ້ອຍຕ້ອງເບິ່ງໄປທາງຂ້າງຫນ້າ ແລ້ວແນມເຫັນຮູບພາບແຫ່ງຄວາມປະທັບໃຈທີ່ຍິ່ງໃຫຍ່ ໃນສິ່ງທີ່ເຮົາກຳລັງເຮັດຢູ່ໃນປັດຈະບັນ. ໃນຕອນນີ້ເອງຂ້ອຍໄດ້ພະຍາຍາມທີ່ຈະໃຊ້ເວລາສ່ວນໃຫຍ່ຂອງຂ້ອຍ ເພື່ອທີ່ຈະກະກຽມ ການຂຽນຫນັງສືເຫລັ້ມໃຫມ່ຂອງຂ້ອຍຢູ່ ແລະ ລວມເຖີງຫົວຂໍ້ໃນການທີ່ຈະເອົາມາເຜີຍແຜ່ໃຫ້ທຸກໆຄົນໄດ້ຮັບຟັງ.

ແຕ່ເຖີງຢ່າງໃດກໍ່ຕາມມັນກໍ່ມີຊ່ວງທີ່ເຮັດໃຫ້ຂ້ອຍເກີດຄວາມອິດເມື່ອຍເລັກນ້ອຍ ບາງຄັ້ງມັນໄດ້ເຮັດໃຫ້ຂ້ອຍຢ່າງຫລົງທາງເຂົ້າໄປໃກ້ກັບສະພາບແວດລ້ອມທີ່ຂ້ອຍບໍ່ຄຸ້ນເຄີຍປານໃດ ແລະ ເຮັດໃຫ້ຂ້ອຍຫມົດພະລັງ ທາງຮ່າງກາຍ

ກໍ່ຄຶຈິດໃຈ, ແນ່ນອນວ່າ ຂ້ອຍຕ້ອງໄດ້ຫາວິທີທີ່ພັກດັນ ແລະຈັດການກັບບັນຫາເຫລົ່ານັ້ນໃຫ້ໄດ້ຢູ່ສະເຫມີ, ເມື່ອໃດທີ່ຂ້ອຍເລີ່ມຮູ້ໂຕເອງວ່າເລີ່ມກ້າວເຂົ້າໄປຫາສິ່ງເຫລົ່ານັ້ນແລ້ວ

ຂ້ອຍມັກຈະຄວບຄຸມໂຕເອງໃຫ້ກັບມາເດີນໃນເສັ້ນທາງທີ່ຂ້ອຍມັກທີ່ຈະເຮັດຢູ່ສະເຫມີ ນັ້ນກໍ່ຄຶການຂຽນ, ແຕ່ງບົດຄວາມໃນບ໋ອກ ແລະ ການເຮັດຄຣິບ ວີດີໂອ ເປັນຕົ້ນ, ເວລານີ້ມັນຈະສາມາດເຮັດໃຫ້ຂ້ອຍຮູ້ສຶກສົດຊື່ນຂື້ນມາໄດ້ທັນທີ.

ປຽບໄດ້ວ່ານີ້ຄຶການໄດ້ກັບມາສູ່ເສັ້ນທາງແຫ່ງຄວາມສຸກອີກຄັ້ງ, ເຮົາຕ້ອງໄດ້ເກັບເອົາຄວາມຮູ້ສືກທີ່ດີເຊັ່ນນີ້ໄວ້ ເພື່ອທີ່ຈະໄດ້ກ້າວກະໂດດເຂົ້າມາສູ່ເສັ້ນທາງ, ເປົ້າຫມາຍຂອງເຮົາໃຫ້ໄດ້.

ແລະ ນັ້ນຄຶ ຄຳແນະນຳເຄັດລັບ 4 ຂໍ້ງ່າຍໆຂອງຂ້ອຍ, ເຈົ້າສາມາດນຳໄປປະຕິບັດລອງເບິ່ງ ແລ້ວກັບມາເລົ່າສູ່ພວກເຮົາຟັງນຳແດ່ວ່າມັນໄດ້ຜົນຫລືບໍ່.

- ແບ່ງປັນບົດຄວາມນີ້ ໃຫ້ກັບບຸກຄົນທີ່ທ່ານຮັກ, ຫມູ່ເພື່ອນ ຫລື ຄອບຄົວ ກະໄດ້.

- ເພື່ອສະແດງໃຫ້ເຂົາເຈົ້າຮູ້ວ່າ ພວກເຂົາຄຶບຸກຄົນທີ່ທ່ານຮັກ ແລະ ເປັນຫວ່ງຢູ່ສະເຫມີ.

- ຢ່າຫັກໂຫມ ແລະ ຄຽດຈົນເກີນໄປ.

ຂໍໃຫ້ມີຄວາມສຸກສົມຫວັງ ແລະ ເປັນຕົວຂອງຕົວເອງ ທີ່ດີທີ່ສຸດ.


ສັກໄຊ ແສງອາລຸນ

ຮຽບຮຽງ ແລະ ແປໂດຍ: Kee Khammisai


Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page