top of page

6 ເຫດຜົນທີ່ເຮົາຈຶ່ງພົບຄົນດ້ວຍເຫດປັດໃຈ, ບໍ່ແມ່ນຍ້ອນດ້ວຍເຫດບັງເອີນ.

6 ເຫດຜົນທີ່ເຮົາຈຶ່ງພົບຄົນດ້ວຍເຫດປັດໃຈ, ບໍ່ແມ່ນຍ້ອນດ້ວຍເຫດບັງເອີນ.

ຄົນເຮົາຈະບໍ່ພົບກັນໄດ້ດ້ວຍເຫດບັງເອີນ, ມັນເກີດມີຄວາມຕັ້ງໃຈ ທີ່ເກີດມາຈາກເຫດຜົນທີ່ເຂົ້າມາຮ່ວມເສັ້ນທາງດຽວກັນກັບເຮົາ. ຖ້າຫາກຄວາມສຳພັນບໍ່ໄດ້ຜ່ານການທົດສອບໂດຍຜ່ານການເວລາ ກໍ່ສະແດງວ່າມັນຍັງບໍ່ທັນມີຄວາມສົມບູນພຽງພໍ, ບໍ່ແມ່ນວ່າທຸກໆຄົນຈະສາມາດດຳລົງຢູ່ຮ່ວມກັນຕະຫລອດໄປໄດ້.

ມັນມີຄວາມບັງເອີນ ແລະ ມີຈຸດປະສົງ ກັບແຕ່ລະຄົນທີ່ເຮົາໄດ້ພົບ, ບໍ່ວ່າຈະເປັນການພົບກັນໃນທາງບວກ ຫລື ທາງລົບ ທີ່ເຮົາໄດ້ປະສົບພົບກັນກໍ່ຕາມ.

ດ້ານລຸ່ມນີ້ຄຶ 6 ເຫດຜົນທີ່ຍ້ອນຫຍັງຄົນບາງຄົນຈຶ່ງໄດ້ຜ່ານເຂົ້າມາເດີນຮ່ວມກັນໃນເສັ້ນທາງຂອງເຮົາ.

1. ຄົນບາງຄົນປຽບເຫມືອນເປັນດັ່ງ ສະພານ.

ຄົນເຫລົ່ານີ້ ບໍ່ໄດ້ເປັນບຸກຄົນທີ່ຈະຢູ່ຮ່ວມກັນກັບເຮົາໄປຕະຫລອດເວລາ, ພວກເຂົາພຽງແຕ່ເປັນຜູ້ຄົນທີ່ສ້າງຄວາມສະຫນຸກ ສະຫນານ ພຽງຊົ່ວຄາວໃຫ້ແກ່ເຮົາ ຢູ່ໃນເສັ້ນທາງທີ່ເຮົາໄດ້ຜ່ານມາເພື່ອທີ່ເຮົາຈະກ້າວໄປເຖີງຈຸດຫມາຍຂອງເຮົາ.

ຄົນເຫລົ່ານີ້ ຄຶບຸກຄົນທີ່ເຂົ້າມາຫາເຮົາພຽງຊ່ວງເວລາ ແລະ ສະຖານທີ່ຫນຶ່ງໆ, ເພື່ອນຳພາໃຫ້ເຮົາໄປພົບກັບອີກລະດັບຫນຶ່ງ ໃນລະຫວ່າງເສັ້ນທາງເດີນຂອງຊີວິດເຮົາ.

ພວກເຂົາເຂົ້າມາຫາເຮົາ ພຽງຊ່ວງໄລຍະເວລາໃດຫນຶ່ງ, ດ້ວຍເຫດຜົນທີ່ພິເສດຂອງພວກເຂົາ.

2. ຄົນບາງຄົນປຽບເຫມືອນເປັນດັ່ງ ສິ່ງທີ່ກີດຂວາງຢູ່ໃນຖະຫນົນ ແລະ ກາຍເປັນຄົນທີ່ປ່ຽນເສັ້ນທາງທີ່ດີໃຫ້ກັບເຮົາ.

ຄົນເຫລົ່ານີ້ ເຂົ້າມາໃນຊີວິດຂອງເຮົາເພື່ອຖ່ວງດຶງເວລາເຮົາ, ບໍ່ວ່າຈະເປັນເລື່ອງເລັກນ້ອຍ ຫລື ສິ່ງທີ່ຍິ່ງໃຫຍ່ກໍ່ຕາມ ຕົວຢ່າງເຊັ່ນ ເຮົາອາດຈະໄດ້ມີການສົນທະນາກັບໃຜຄົນຫນຶ່ງ ຈົນເຮັດໃຫ້ເຮົາເກີດການລ່າຊ້າ ແລະ ໄປຂື້ນຂະບວນລົດເມທ້ຽວຫນຶ່ງໆບໍ່ທັນ, ແຕ່ປາກົດວ່າເຂົາໄດ້ຊ່ວຍປ້ອງກັນໃຫ້ເຮົາບໍ່ໄປພົບກັບອຸປະຕິເຫດ ທີ່ເກີດຈາກລົດເມຄັນທີ່ເຮົາຂື້ນບໍ່ທັນດັ່ງກ່າວນັ້ນ ໄດ້ພິກຂ້ວມ.

ຫລືການທີ່ເຮົາອາດໄດ້ໃຊ້ເວລາຢູ່ກັບໃຜຄົນຫນຶ່ງ ເຊິ່ງເວລາທີ່ໄດ້ເສຍໄປນີ້ຈະສ້າງ ໃຫ້ເຮົາໄດ້ຢຸດພັກເຊົາໄປຊ່ວງຂະນະຫນຶ່ງ ເຊິ່ງນຳມາຂອງການເສຍເວລາໄປ. ແຕ່ມັນຈະນຳພາໃຫ້ເຮົາໄປພົບກັບຄູ່ຄົນໃຫມ່ທີ່ຫນ້າຕື່ນເຕັ້ນ ແລະ ໂຣແມນຕິກ ຂື້ນກວ່າເກົ່າ.

ເຮົາອາດຈະເຄີຍໄດ້ຍິນເຖີງຄຳເວົ້າທີ່ວ່າ: ບາງຄັ້ງການທີ່ເຮົາປະຕິເສດນັ້ນ, ມັນຄຶການປ່ຽນເສັ້ນທາງຂອງເຮົາ ໃຫ້ໄປພົບກັບສິ່ງທີ່ດີກວ່າເກົ່າ. ຈັ່ງໃດກໍ່ຕາມ ທັ້ງຫມົດນັ້ນຄຶສິ່ງທີ່ຄົນເຫລົ່ານີ້ໄດ້ກະທຳຕໍ່ເຮົາ ພວກເຂົາອາດຈະມາໃນຮູບແບບການເປັນຜູ້ທີ່ປ່ຽນແປງ, ແຕ່ສຸດທ້າຍແລ້ວພວກເຂົາກໍ່ກາຍເປັນຜູ້ທີ່ປ່ຽນແປງເສັ້ນທາງທີ່ດີໃຫ້ກັບເຮົາ.

3. ຄົນບາງຄົນປຽບເຫມືອນເປັນດັ່ງ ວຽກບ້ານ ແລະ ກໍ່ເປັນຄູໃນເວລາດຽວກັນ.

ຫລາຍຄັ້ງຂອງສິ່ງທີ່ຫຍຸ້ງຍາກຕ່າງໆ ທີ່ໄດ້ເຂົ້າມາຫາເຮົາ ໃນເວລາດຽວກັນກໍ່ມັກຈະເປັນສິ່ງທີ່ເປັນບົດຮຽນໃຫ້ແກ່ເຮົາ, ເຊັ່ນດຽວກັນ ຄົນເຫລົ່ານີ້ ຈະປາກົດໂຕຢູ່ກັບເຮົາເພື່ອສິດສອນບົດຮຽນຊີວິດທີ່ສຳຄັນໃຫ້ແກ່ກັບເຮົາ, ໂດຍຜ່ານຂະບວນການແຫ່ງຄວາມເຈັບປວດ ແລະ ເຮັດໃຫ້ເຮົາໄດ້ຮູ້ຈັກໂຕເອງ ພ້ອມທັງໄດ້ຮັບການເຕີບໂຕຂື້ນ.

ວິກິດໃນຄວາມເຈັບປວດຂອງພວກເຂົາ, ສາມາດທີ່ຈະສ້າງ ວິກິດຂອງການເກີດເຊື້ອເພີງ ແກ່ເຮົາໄດ້, ດັ່ງນັ້ນ ເຮົາຄວນສ້າງແຮງກະຕຸ້ນ ເພື່ອໃຫ້ເກີດການປ່ຽນແປງ ເຊິ່ງເຮົາບໍ່ຈຳເປັນທີ່ຈະຕ້ອງການພະຍາຍາມເຮັດມັນ. ນອກເຫນືອຈາກນີ້ ບາງຄົນກໍ່ເປັນຄູຜູ້ສິດສອນທີ່ສ້າງແຮງບັນດານໃຈ, ສອນບົດຮຽນຊີວິດໃຫ້ກັບເຮົາດ້ວຍຄວາມຮັກແພງ.

4. ຄົນບາງຄົນປຽບເຫມືອນເປັນດັ່ງ ເທວະດາ.

ຄົນເຫລົ່ານີ້ ຈະເຂົ້າມາປົກປ້ອງເຮົາ ແລະ ເຕືອນໃຫ້ເຮົາໄດ້ໃຊ້ຊີວິດຢູ່ຢ່າງປອດໄພ ແລະ ຮູ້ຈັກຮັກໂຕເອງໃຫ້ເປັນ.

ພວກເຂົາຄຶ ທະວະດາຜູ້ທີ່ພິທັກ ໃນສະຖານທີ່ຂອບເຂດໃດຫນຶ່ງ. ພວກເຂົາເຂົ້າມາຫາເຮົາເພື່ອໃຫ້ແນ່ໃຈວ່າ ເຮົາຈະບໍ່ຫລົງອອກນອກເສັ້ນທາງ ຈາກເປົ້າຫມາຍທີ່ເຮົາຕັ້ງໄວ້. ພວກເຂົາຈະຊ່ວຍໃນຍາມທີ່ເຮົາຕ້ອງການ ແລະ ສິ້ນຫວັງ, ເມື່ອເວລາທີ່ເຮົາບໍ່ມີໃຜ.

5.ຄົນບາງຄົນປຽບເຫມືອນເປັນດັ່ງ ປື້ມຄູ່ມື.

ພວກເຂົາເປັນດັ່ງ ຕົວແທນ ແລະ ເປັນສັນຍາລັກຂອງສິ່ງທີ່ເຮົາຕ້ອງການ.

ພວກເຂົາຄອຍເຕືຶອນໃຫ້ເຮົາໄດ້ຕິດຕາມສິ່ງທີ່ເຮົາຕ້ອງການ ແລະ ຕ້ອງໄດ້ຕິດຕາມຢ່າງຕໍ່ເນື່ອງ, ພວກເຂົາຄອຍກະຕຸ້ນໃຫ້ເຮົາໄດ້ຕື່ນໂຕວ່າເຮົາມີພະລັງ ແລະ ມີຄວາມມຸ້ງຫມັ້ນທີ່ຈະເດີນຫນ້າຕໍ່ໄປ ໃນເສັ້ນທາງທີ່ແທ້ຈິງຂອງເຮົາ.

6. ຄົນບາງຄົນປຽບເຫມືອນເປັນດັ່ງ ວົງຄະນະຍາດ ຂອງເຮົາ.

ຄົນເຫລົ່ານີ້ ຄຶບຸກຄົນທີ່ເຂົ້າມາເພື່ອຢູ່ກັບເຮົາແບບຍາວໆ. ພວກເຂົາຈະຢູ່ບໍ່ໃກ້ ແລະ ບໍ່ໄກ ຈາກໂຕເຮົາ, ແຕ່ທັງນີ້ທັງນັ້ນ ພວກເຂົາເປັນຄົນທີ່ມີຄວາມຊື່ສັດກັບເຮົາ ໃນເວລາທີ່ຍາກລໍາບາກ ຫລື ເວລາທີ່ເຮົາປະສົບຜົນສຳເລັດກໍ່ຕາມ.

ພວກເຂົາເບິ່ງເຫັນເຮົາໄດ້ແບບຊັດເຈນ ແລະ ຍອມຮັບໃນໂຕຕົນທີ່ແທ້ຈິງຂອງເຮົາໄດ້, ພວກເຂົາຈະຄອຍສະຫນັບສະຫນູນເຮົາ ເມື່ອເວລາທີ່ເຮົາຍັງດ້ອຍກວ່າຄົນອື່ນ, ພວກເຂົາມອບຄວາມຮັກໃຫ້ກັບເຮົາດ້ວຍຫົວໃຈທີ່ບໍລິສຸດ, ເມື່ອເວລາທີ່ຄົນອື່ນຈະຮູ້ສຶກຍາດແຍ່ງ ຫລື ມີຄວາມອິດສາກັບເຮົາພຽງໃດກໍ່ຕາມ.

SAKXAY SENGALOUN ------------------------------------ YOUTUBE: www.youtube.com/c/sakxaysengaloun WEBSITE: http://www.hisakxay.com/ FACEBOOK: facebook.com/sakxay INSTAGRAM: hi.sakxay


Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page