top of page

ທັກສະຫນຶ່ງທີ່ສຳຄັນທີ່ສຸດ ທີ່ເຮົາໄດ້ສູນເສຍໄປ ແມ່ນການຢູ່ຄົນດຽວ,ການຢູ່ກັບໂຕເອງ

ເຮົາອາໃສຢູ່ໃນໂລກທີ່ເຮົາໄດ້ຢູ່ໃກ້ຊິດ ແລະ ຫຸ້ມລ້ອມໄປດ້ວຍຜູ້ຄົນ ບໍ່ວ່າຈະເປັນການເຮັດວຽກ, ເວລາຢູ່ໃນຮ້ານຄ້າ ຫລື ກະທັ້ງຢູ່ໃນໂທລະສັບ, ໃນສື່ສັງຄົມອອນໄລ໌. ໃນຄວາມເປັນຈິງ ສັງຄົມຂອງເຮົາມັກຈະໃສ່ຮ້າຍບຸກຄົນທີ່ເຂົາຕ້ອງການໃນສິ່ງທີ່ເຂົາເປັນ ຫລື ການຢູ່ຄົນດຽວ ໂດຍຫາວ່າເຂົາເຈົ້າ ເປັນຄົນທີ່ງຽບເຫງົາ ແລະ ຫນ້າຫົດຫູ່ ໂດຍລືມໄປວ່າມັນຍັງມີສິ່ງທີ່ຫນ້າຄົ້ນຫາຫລາຍດ້ານຢູ່.

ເຊິ່ງສິ່ງນີ້ເປັນທີ່ຫນ້າປະຫລາດໃຈຫລາຍ ເນື່ອງຈາກວ່າ ການນັບຖື ແລະ ສິ່ງທີ່ຫນ້າເຫລື່ອມໃສ ທີ່ເປັນສັນຍາລັກ ໃນປະຫວັດສາດຂອງມວນມະນຸດ ແລະ ເປັນທີ່ຮູ້ຈັກກັນດີ ແມ່ນຄຶການຢູ່ຢ່າງສັນໂດດ, ພວກເຮົາໄດ້ຮັບອິດທິພົນຫລາຍໆຢ່າງ ຈາກສັງຄົມ, ແຕ່ບາງເທື່ອເຮົາກໍ່ຍັງລະເລີຍທັກສະທີ່ສຳຄັນທີ່ສຸດຂອງພວກເຮົາເອງ ກໍ່ຄຶຄວາມສາມາດໃນການຮຽນຮູ້ດ້ວຍໂຕຂອງເຮົາເອງກ່ຽວກັບ ຈຸດດີ ແລະ ຈຸດອ່ອນ ທີ່ມີຢູ່ໃນໂຕເຮົາ ເພື່ອການສະທ້ອນໃຫ້ເຫັນເຖີງວິທີໃນການທີ່ຈະກ້າວໄປຂ້າງຫນ້າໃນຊີວິດ, ພຽງແຕ່ການກ້າວໄປຢ່າງຊ້າໆ ແລະ ເບິ່ງເຫັນຄຸນຄ່າຂອງສິ່ງທີ່ມີຢູ່ໃນໂຕເຮົາ.

ຕໍ່ໄປນີ້ຄຶ 4 ວິທີ ໃນການທີ່ຈະເຮັດໃຫ້ເຮົາສາມາດຢູ່ຄົນດຽວດ້ວຍຄວາມມ່ວນຊື່ນ ແລະ ຢູ່ຢ່າງມີຄຸນຄ່າ:

null

1. ປ່ຽນມຸມມອງທິວທັດ.

ເຮົາບໍ່ຈຳເປັນທີ່ຈະຕ້ອງເຮັດສິ່ງນີ້ໃນຕະຫລອດເວລາ, ແຕ່ສິ່ງຫນຶ່ງທີ່ຈະເຮັດໃຫ້ເຮົາມີຄວາມເພີດເພີນກັບເວລາຂອງເຮົາ ນັ້ນກໍ່ຄຶການເດີນທາງ, ການໄດ້ຂັບລົດອອກໄປທ່ອງທ່ຽວໄກໆ. ອາດຈະເປັນເລື່ອງຍາກທີ່ຈະໃຊ້ເວລາໂຕຄົນດຽວ ໃນທ່າມກາງສິ່ງແວດລ້ອມທີ່ເຮົາມີຄວາມຄຸ້ນເຄີຍ, ເພາະນັ້ນເປັນຫນຶ່ງເຫດຜົນທີ່ເຮົາມັກຈະໃຊ້ເວລາໃນການເດີນທາງໄປທ່ອງທ່ຽວໃນສະຖານທີ່ ທີ່ໄກໆຈາກບ່ອນທີ່ເຮົາອາໃສຢູ່. ຈົ່ງກ້າວອອກເດີນທາງ ແລະ ໃຊ້ເວລາລາຢູ່ກັບໂຕເອງຄົນດຽວ ເພື່ອການທີ່ຈະໄດ້ສະທ້ອນ ແລະ ມ່ວນຊື່ນກັບສິ່ງຕ່າງໆດ້ວຍໂຕຂອງເຮົາເອງ.

2. ປິດກັ້ນທຸກໆຢ່າງ.

ເຮົາອາໃສຢູ່ໃນໂລກຂອງການສື່ສານແບບດີຈີຕ້ອນ, ສະນັ້ນຖ້າເຮົາຕ້ອງການທີ່ຈະໃຊ້ເວລາຢູ່ຄົນດຽວ ມັນຈະເປັນສິ່ງທີ່ດີເລີຍ ຖ້າເຮົາຫາກປິດກັ້ນໂຕເອງບໍ່ໃຫ້ເຂົ້າໄປລ໋ອກອິນເຂົ້າ Facebook ຫລື Twitter, ແຕ່ຖ້າໃຫ້ດີ ກວ່ານັ້ນກໍ່ຄຶກັນປິດໂທລະສັບໄວ້ເລີຍ.

3. ພິຈາລະນາ.

ເມື່ອເຮົາໄດ້ຢູ່ຄົນດຽວ ມັນຄຶເວລາທີ່ດີ ທີ່ຈະຕ້ອງໄດ້ໄຕ່ຕອງເຖີງສິ່ງທີ່ເຮົາຕ້ອງການ, ເຖີງສິ່ງທີ່ເຮົາເຮັດຜ່ານມາ ແລະ ສິ່ງທີ່ເຮົາຢາກຈະເຮັດ. ໃນເວລານັ້ນ ການເປີດເພັງຟັງເບົາໆ ແລະ ສະບາຍໆ ເປັນສິ່ງທີ່ເຫມາະສົມທີ່ສຸດ. ບໍ່ວ່າວິທີໃດ ສິ່ງຫນຶ່ງຂອງການໄດ້ຢູ່ຄົນດຽວ ມັນເປັນລາງວັນຂອງຄວາມຈິງທີ່ວ່າ ມັນໄດ້ເຮັດໃຫ້ເຮົາໄດ້ມີໂອກາດສະທ້ອນກັບມາເບິ່ງໂຕເຮົາເອງ.

“ຂ້ອຍຈະພິຈາລະນາເບິ່ງໃນສິ່ງທີ່ຈະພາຂ້ອຍກ້າວເດີນໄປຂ້າງຫນ້າ, ຂ້ອຍໄຕ່ຕອງເບິ່ງມັນດ້ວຍການມີເປົ້າຫມາຍ” – Kobe Bryant

4. ໃຫ້ລາງວັນກັບໂຕເອງ.

ການໄປເບິ່ງຫນັງ, ໄປຊື້ອາຫານທີ່ມັກ ຫລື ການໄປກິນກະແລ່ມທີ່ແຊບໆ. ເພາະການຮຽນຮູ້ທີ່ຈະຢູ່ຄົນດຽວ ມັນບໍ່ໄດ້ຫມາຍຄວາມວ່າ ຈະສະເພາະແຕ່ໃຊ້ກັບເວລາໃນການຄິດເທົ່ານັ້ນ, ແຕ່ມັນຫມາຍເຖີງເວລາທີ່ເຮົາຄວນຈະໃຊ້ໃນການຕາມໃຈໂຕເອງ, ການປະຕິບັດຕໍ່ໂຕເອງໃນສິ່ງທີ່ຄວນຈະດີທີ່ສຸດ ທີ່ເຮົາສາມາດເຮັດໄດ້ ເພື່ອໃຫ້ເຮົາໄດ້ຮັບຄວາມສຸກ ແລະ ຄວາມພາກພູມໃຈໃນສິ່ງນັ້ນ.

ເມື່ອເຮົາໄດ້ຮູ້ວິທີ ທີ່ຈະຢູ່ຄົນດຽວດ້ວຍມ່ວນຊື່ນ ແລະ ໃຫ້ເກີດມີປະສິດທິພາບແລ້ວ, ມັນກໍ່ຮອດເວລາທີ່ເຮົາຄວນຈະເຫັນປະໂຫຍດຂອງການຢູ່ຄົນດຽວ ເຊິ່ງນີ້ຄຶ ປະໂຫຍດ 6 ປະການ ທີ່ເຮົາຈະໄດ້ຮັບໃນການຢູ່ຄົນດຽວ.

5. ຊ່ວຍເຮັດໃຫ້ໂຕເຮົາໄດ້ຮັບການຈະເລີນເຕີບໂຕ.

ນອກເຫນືອຈາກທັກສະທັງຫມົດ ທີ່ເຮົາໄດ້ຮັບຈາກຫນັງສືການພັດທະນາໂຕເອງ, ການຢູ່ຄົນດຽວກໍ່ຍັງສາມາດຊ່ວຍໃຫ້ເຮົາໄດ້ຮັບການພັດທະນາໄດ້ເຊັ່ນກັນ. ລອງຄິດເບິ່ງ ເຮົາສາມາດສ້າງແຜນການໄດ້, ເຮົາສາມາດທີ່ຈະຕັ້ງຄຳຖາມ ແລະ ເຮັດໃຫ້ຊີວິດຂອງເຮົາໄດ້ຮັບເປັນມຸມມອງທິີ່ເຫມາະສົມ. ໃນການເຕີບໂຕມັນເປັນສິ່ງສຳຄັນທີ່ເຮົາຈະນຳພາໂຕເອງອອກໄປພົບ ແລະ ປະເຊີນຫນ້າກັບສິ່ງຕ່າງໆດ້ວຍໂຕເຮົາເອງຄົນດຽວ ໂດຍປາສະຈາກ ຫມູ່-ເພື່ອນ, ຄອບຄົວ ຫລື ເພື່ອນຮ່ວມງານ.

6. ມັນຊ່ວຍໃຫ້ເກີດພະລັງງານ.

ມີຫລາຍໆຄັ້ງທີ່ເຮົາເຄີຍຄຽດ, ອິດເມື່ອຍ ຈາກການເຮັດວຽກ, ຈາກຄອບຄົວ ຫລື ຫມູ່-ເພື່ອນ ການຢູ່ຄົນດຽວຈຶ່ງເປັນວິທີ ທີ່ດີໃນການທີ່ຈະເພີ້ມພະລັງໃຫ້ກັບໂຕເຮົາເອງ ມັນຄຶເວລາທີ່ເຮົາຈະໄດ້ ພັກຜ່ອນ-ຜ່ອນຄາຍ ຄຶການທີ່ເຮັດໃຫ້ເຮົາໄດ້ຫ່າງໄກອອກຈາກຄວາມຄຽດທີ່ເກີດຂື້ນ.

7. ມັນຊ່ວຍເພີ້ມຄຸນຄ່າທີ່ດີ ໃຫ້ກັບຄວາມສຳພັນຂອງເຮົາ.

ເມື່ອເຮົາມາເຖີງຈຸດທີ່ເຮົາມັກທີ່ຈະຢູ່ຄົນດຽວ, ມັນໄດ້ເຮັດໃຫ້ເຮົາສະແດງມີຄວາມຮູ້ສຶກທີ່ຈະປະຕິສຳພັນກັບຄົນອື່ນດ້ວຍເຈດຕະນາທີ່ດີ, ເພາະການທີ່ເຮົາໄດ້ຢູ່ຄົນດຽວມັນໄດ້ເຮັດໃຫ້ເຮົາປະເມີນສິ່ງຕ່າງໄດ້ຢ່າງຖືກຕ້ອງ ແລະ ເບິ່ງອອກໄປດ້ວຍຄວາມຮັກ, ດ້ວຍຄວາມຮູ້ສືກທີ່ດີ ກັບທຸກໆຄົນ.

8. ເພີ້ມຄວາມຫມັ້ນໃຈໃຫ້ກັບໂຕເຮົາເອງ.

ຂໍ້ດີອີກຢ່າງຫນຶ່ງຂອງການຢູ່ຄົນດຽວກໍ່ຄຶ ມັນໄດ້ຊ່ວຍໃຫ້ເຮົາມີຄວາມຫມັ້ນໃຈໃນໂຕເອງ ແລະ ເຫັນຄຸນຄ່າໃນໂຕເຮົາຫລາຍຂື້ນ. ຖ້າເຮົາໄດ້ໃຊ້ເວລາຢູ່ຄົນດຽວຫລາຍເທົ່າໃດ ມັນກໍ່ແຮງເພີ້ມທັກສະ, ຮູ້ຈັກຄວາມແຂງແກ່ນ ແລະ ຄວາມອ່ອນແອ ໃນໂຕຂອງເຮົາເປັນຢ່າງດີຂື້ນ.

“ເຮົາຕ້ອງມີຄວາມຄາດຫວັງກັບສິ່ງນັ້ນໆ ໃນໂຕເຮົາເອງ ກ່ອນທີ່ເຮົາຈະລົງມືເຮັດສິ່ງໃດຫນຶ່ງ” – Michael Jordan

9. ມັນໄດ້ຊ່ວຍໃຫ້ເຮົາເປັນຄົນທີ່ມີ ຄວາມເຫັນອົກ, ເຫັນໃຈ ຫລາຍຂື້ນ.

ສິ່ງຫນຶ່ງໃນການທີ່ເຮົາມີເພື່ອນ ຫລື ຄົນທີ່ເຮົາປະຕິສຳພັນນຳ ມັນກໍ່ຄຶການທີ່ເຮົາມີການພັດທະນາຄວາມຄິດໂດຍການທີ່ເຮົາມັກມີຄວາມເຫັນໃຈ ພວກເຂົາເຫລົ່ານັ້ນຢູ່ເປັນປະຈຳ. ເຊິ່ງຜົນຂອງການວິໃຈສະແດງໃຫ້ເຫັນວ່າ ຖ້າເຮົາໃຊ້ເວລາຢູ່ຄົນດຽວຫລາຍເທົ່າໃດ ຄວາມເຫັນອົກ, ເຫັນໃຈ ຕໍ່ກັບຜູ້ຄົນຂອງເຮົາກໍ່ຈະຍິ່ງເພີ້ມຂື້ນເລື້ອຍໆ.

10. ຄວາມແຕກຕ່າງລະຫວ່າງ ການຢູ່ຄົນດຽວ ແລະ ການຢູ່ຢ່າງໂດດດ່ຽວ.

ຄວາມຕ້ອງການທີ່ຈະຢູ່ຄົນດຽວ ຂ້ອນຂ້າງທີ່ຈະແຕກຕ່າງຈາກຄວາມເຫງົາ, ບາງຄັ້ງເຮົາຍອມທີ່ຈະບໍ່ຢູ່ຄົນດຽວ ພຽງເພາະວ່າເຮົາຕ້ອງການທີ່ຈະບໍ່ຖືກເບິ່ງວ່າເປັນຄົນເຫງົາ ຈາກສາຍຕາຂອງຄົນອື່ນ, ການເປັນຄົນທີ່ອ້າງຫວ້າງ ຄຶການຕ້ອງການຄວາມສຳພັນຢ່າງຫນຶ່ງ ຫລື ຕ້ອງການທີ່ຈະສື່ສານກັບໃຜບາງຄົນ ແຕ່ບໍ່ສາມາດທີ່ຈະເຮັດໄດ້.

ມັນເປັນຄວາມເຈັບປວດທີ່ເຮົາເອົາຕິດໂຕຢູ່ຕະຫລອດເວລາ, ແລ້ວມັນກໍ່ຈະມີຜົນກະທົບຕໍ່ສິ່ງທີ່ເຮົາເຮັດ, ມັນຈະສາມາດເຮັດໃຫ້ການໃຊ້ຊີວິດເປັນສິ່ງທີ່ຫນ້າຜິດຫວັງ, ການຈາກໄປຂອງຄົນທີ່ເຮົາຮັກ ສາມາດນຳໄປສູ່ຄວາມໂສກເສົ້າຫລັງຈາກເວລາໄດ້ຜ່ານໄປ.

ການຢູ່ຄົນດຽວ ດັ່ງທີ່ເຮົາໄດ້ເວົ້າໄປນັ້ນ ມັນຄຶການຕັດສິນໃຈທີ່ຈະຫລີກຫນີ ຈາກຄົນອ້ອມຂ້າງ ແລະ ພ້ອມທີ່ຈະພົບກັບສິ່ງທີ່ທ້າທາຍໃນການທີ່ຈະຢູ່ກັບໂຕເອງ ເມື່ອເຮົາໄດ້ໄຕ່ຕອງເຖີງຊີວິດ ແລະ ທຸກສິ່ງທີ່ພ້ອມຈະເກີດຂື້ນເຂົ້າມາ.

ການໃຊ້ເວລາຢູ່ຄົນດຽວນັ້ນ ມີປະສິດທິພາບຫລາຍ ແລະ ອາດຈະເປັນສິ່ງທີ່ວິເສດ ສໍາຫລັບເຮົາ ເພາະເຮົາຈະບໍ່ໄດ້ເຂົ້າໄປສູ່ໂລກສັງຄົມອອນໄລ໌ ຫລື ຫມູ່ເພື່ອນຂອງເຮົາ. ເພາະມັນຄຶການຫາຈຸດທີ່ດີ ທີ່ເຮົາຈະໄດ້ຜ່ອນຄາຍ ພ້ອມທັງການຕຶກຕອງກ່ຽວກັບນິໃສຂອງເຮົາໄປພ້ອມ.

ເຈົ້າມີຄວາມສຸກກັບການທີ່ຈະໄດ້ໃຊ້ຊີວິດຢູ່ກັບໂຕເຈົ້າເອງບໍ່? ລອງແບ່ງປັນຄວາມຄິດເຫັນຂອງເຈົ້າລົງຄອມເມັ້ນດ້ານລຸ່ມນີ້ ຖ້າຫາກເຈົ້າຄິດວ່າມັນໄດ້ເປັນປະໂຫຍດສຳຫລັບເຈົ້າ ແລະ ມັນຄຶສິ່ງທີ່ສາມາດເຕີມເຕັມພະລັງໃຫ້ແກ່ໂຕເຈົ້າເອງ.


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page