ຄົນທີ່ປະສົບຄວາມສຳເລັດທີ່ຢູ່ໃນໂລກນີ້ ເຂົາເຈົ້າແມ່ນໄດ້ປະຕິບັດຕາມກົດ 15 ຂໍ້ດັ່ງຕໍ່ໄປນີ້.

ເຈົ້າຈະເຊື່ອບໍ່, ຖ້າຂ້ອຍບອກເຈົ້າວ່າ ຄົນທີ່ປະສົບຄວາມສຳເລັດທີ່ຢູ່ໃນໂລກນີ້ ເຂົາເຈົ້າແມ່ນໄດ້ປະຕິບັດຕາມກົດ 15 ຂໍ້ດັ່ງຕໍ່ໄປນີ້.
ມັນໄດ້ປະກອບມີການກະທຳຫລາຍສິ່ງ, ຫລາຍຢ່າງ ຫລື ກົດ ທີ່ໄດ້ບົ່ງບອກເຖີງພິດຕິກຳຂອງພວກເຂົາເຫລົ່ານັ້ນ. ໃນບົດຄວາມນີ້ເຮົາຈະມາແບ່ງປັນໃຫ້ກັບທຸກຄົນໄດ້ຮຽນຮູ້ນຳກັນ.
1. ການມີວິໄສທັດໃນການດຳລົງຊີວິດ.
ເຮົາຈະບໍ່ມີທາງທີ່ຈະສາມາດປະສົບກັບຄວາມສຳເລັດໃນຊີວິດໄດ້ເລີຍ ຖ້າຫາກວ່າເຮົາບໍ່ເຄີຍທີ່ຈະມີຄວາມໄຝ່ຝັນເຖີງເປົ້າຫມາຍທີ່ຕ້ອງການຈະສຳເລັດໃຫ້ໄດ້ນັ້ນເລີຍ.
ສິ່ງທຳອິດທີ່ເຮົາຈະຕ້ອງເຮັດຖ້າຫາກຕ້ອງການທີ່ຈະເອົາຊະນະເກມແຫ່ງຊີວິດກໍ່ຄຶ ການສ້າງໃຫ້ໂຕເຮົາເອງຮູ້ຈັກວ່າແມ່ນຫຍັງຄຶຈຸດມຸ້ງຫມາຍທີ່ແທ້ຈິງຂອງເຮົາ ແລະ ຄວາມຫມາຍຂອງໄຊຊະນະນັ້ນມັນແມ່ນແນວໃດ, ເພາະຖ້າເຮົາບໍ່ຮູ້ວ່າຈຸດຫມາຍຂອງເຮົາແມ່ນຫຍັງແລ້ວ ມັນກໍ່ເປັນສິ່ງທີ່ຍາກ ທີ່ຈະເຮັດໃຫ້ເຮົາບໍ່ຮູ້ວ່າ ຊີວິດຂອງເຮົາຈະກ້າວເດີນໄປໃນທິດທາງໃດ ຫລື ເວລາໃດທີ່ເຮົາຄວນຈະເຮັດສິ່ງໃດ.
ມີຫລາຍຄົນທີ່ຮູ້ຈັກສິ່ງທີ່ພວກເຂົາຕ້ອງການໃນຊີວິດ, ແຕ່ມີຄົນຈຳນວນຫນ້ອຍຫລາຍທີ່ຈະລົງມືເຮັດກັບມັນແບບຈິງຈັງ.
ດ້ານລຸ່ມນີ້ແມ່ນເປັນຄຳຖາມທີ່ຈະຊ່ວຍໃຫ້ເຮົາສາມາດສ້າງວິໄສທັດໃຫ້ກັບຊີວິດໄດ້.
ຕອນນີ້ເຮົາຢູ່ໃສ ແລະ ສະພາບແວດລ້ອມທີ່ຈະນຳພາເຮົາໄປພົບກັບຊີວິດທີ່ເຮົາຝັນໄວ້ນັ້ນເປັນແນວໃດ?
ເຮົາເປັນແນວໃດ, ໃນຖານະທີ່ເປັນມະນຸດຄົນຫນຶ່ງເຮົາເປັນໃຜ, ເຮົາມີຄວາມຊົງຈຳທີ່ດີໃນແບບໃດ, ສຸຂະພາບຂອງເຮົາເດ ເປັນແນວໃດ ແລະ ເຮົາຈະດຳລົງຊີວິດໃຫ້ຢູ່ດ້ວຍການມີຊີວິດຊີວາໄດ້ແນວໃດ?
ເຮົາຖືກອ້ອມຮອບໄປດ້ວຍຜູ້ຄົນປະເພດໃດ, ຄົນແບບໃດທີ່ເຮົາຕ້ອງການຈະໃຫ້ເຂົ້າມາໃນຊີວິດຂອງເຮົາ ແລະ ເຮົາມີຄົນທີ່ພິເສດຈັກຄົນບໍ່ ທີ່ເຮົາສາມາດແບ່ງປັນຄວາມປະສົບຄວາມສຳເລັດຂອງເຮົານັ້ນກັບເຂົາໄດ້?
ຄວາມຫມາຍຂອງຄຳວ່າການປະສົບຄວາມສຳເລັດໃນຊີວິດຂອງເຈົ້າແມ່ນເປັນຄຶແນວໃດ, ເຮົາມີຊີວິດຢູ່ໄປເພື່ອຫຍັງ, ເຮົາໃຊ້ເວລາໃນການດຳເນີນຊີວິດໄປຄຶແນວໃດ ແລະ ເຮົາມີເປົ້າຫມາຍໃນຊີວິດຄຶແນວໃດ?
ເມື່ອເຮົາໄດ້ເຂົ້າໃຈແລ້ວ ຢ່າງນ້ອຍຕອນນີ້ເຮົາກໍ່ສາມາດທີ່ຈະຮູ້ວ່າ ເຮົາຄວນຈະເຮັດແນວໃດ. ສະນັ້ນຮອດເວລາແລ້ວທີ່ເຮົາຈະເຮັດມັນໃຫ້ປະສົບຜົນເປັນຈິງໃຫ້ໄດ້.
2. ຈົ່ງຮູ້ໃນໂຕຕົນຂອງເຮົາເອງ ແລະ ຮູ້ວ່າເຮົາຢູ່ເພື່ອຫຍັງ.
ຖ້າເຮົາຮູ້ວ່າເຮົາເປັນໃຜ ເຮົາກໍ່ແຮງທີ່ຈະສາມາດຮູ້ ແລະ ຄວບຄຸມໄດ້ເຖີງສິ່ງຕ່າງໆທີ່ເກີດຂື້ນມາ.
ຈົ່ງສ້າງມັນ ແລະ ຢ່າປ່ອຍໃຫ້ໂຕເຮົາເອງໄປກັບສິ່ງທີ່ມັນເຮັດໃຫ້ເຮົາຮູ້ສຶກບໍ່ດີ, ແມ່ນຫຍັງຄຶສິ່ງທີ່ເຮັດໃຫ້ສາມາດບັນລຸກັບຄວາມສຳເລັດໃນທາງດ້ານການເງີນ. ຖ້າເຮົາບໍ່ສາມາດທີ່ຈະຂົ່ມຕາໂຕເອງໃຫ້ສາມາດນອນຫລັບໄດ້ໃນຕອນກາງຄຶນ ກໍ່ຈົ່ງນຶກເຖີງຄົນໆຫນຶ່ງທີ່ເຈົ້າຫລົງຮັກ ຫລື ບໍ່ກໍ່ຄິດເຖີງແຕ່ສິ່ງທີ່ອ້ອມຮອບໂຕເຮົາ ທີ່ມັນເຮັດໃຫ້ຮູ້ສຶກດີ.
ຖ້າເຮົາຕ້ອງການທີ່ຈະປະສົບຜົນສຳເລັດໃນຊີວິດ ກໍ່ຈົ່ງຮູ້ຈັກໂຕເອງໃຫ້ໄດ້ວ່າເຮົາເປັນໃຜ, ແມ່ນຫຍັງຄຶສິ່ງທີ່ມີຄ່າສຳຫລັບເຈົ້າ ແລະ ສິ່ງທີ່ເຮົາໄດ້ເຮັດໄປນັ້ນແມ່ນເພື່ອໃຜ.

ສິ່ງເຫລົ່ານີ້ເປັນເສັ້ນທີ່ມີຄວາມຊັດເຈນທີ່ໄດ້ກຳນົດໂດຍຄົນທີ່ມີຄວາມເຂົ້າໃຈເຖີງຄວາມສຳຄັນຂອງການມີຊີວິດທີ່ດີ, ການກະທຳທີ່ເລັກນ້ອຍອາດຈະສົ່ງຜົນເຖີງການດຳລົງຊີວິດໃນໄລຍະຍາວໄດ້ ດັ່ງນັ້ນຈົ່ງຮຽນຮູ້ທີ່ຈະປັບສົມດູນຂອງຊີວິດໃຫ້ເຫມະສົມ.

3. ຈົ່ງປຽບທຽບໂຕເຮົາເອງກັບສິ່ງທີ່ເຮົາເປັນໃນມື້ທີ່ຜ່ານມາເທົ່ານັ້ນ.
ເຮົາຢູ່ຮ່ວມກັບຄົນທີ່ອາໃສຢູ່ໃນໂລກນີ້ເກືອບປະມານ 8 ພັນລ້ານຄົນ ແລະ ໃນແຕ່ລະຄົນຕ່າງກໍ່ມີເລື່ອງຂອງໃຜມັນ, ຕ່າງຄົນກໍ່ຕ່າງກະມີຄວາມຮັບຜິດຊອບ, ຕ່າງຄົນກໍ່ຕ້ອງການທີ່ຈະເຕີບໂຕ ແລະ ມີຊີວິດຕາມທາງຂອງໃຜມັນ.
ສະນັ້ນຈົ່ງຢຸດທີ່ຈະເອົາໂຕເອງໄປປຽບທຽບກັບຄົນອື່ນ, ແລ້ວຫັນມາປຽບທຽບກັບໂຕເຮົາເອງໃນສິ່ງທີ່ເຮົາໄດ້ເຮັດຜ່ານມາຢູ່ໃນອາດີດຈະດີກວ່າ.
ຖ້າເຮົາຫາກມຸ້ງເນັ້ນໄປທີ່ການເຕີບໂຕຂອງໂຕເຮົາເອງ ໃນບາງຈຸດເຮົາຈະພົບວ່າໂຕເຮົາກໍ່ສາມາດທີ່ຈະມີຄວາມສຸກຢູ່ໃນຫລາຍໆຈຸດໄດ້ເຊັ່ນກັນ, ເຖີງວ່າເຮົາຈະຮັບຮູ້ວ່າທຸກໆຄົນຕ່າງກໍ່ດີ້ນຮົນ, ຕໍ່ສູ້ຢູ່ກັບໂຕຂອງພວກເຂົາເອງ ດ້ວຍຄວາມຄາດຫວັງສ່ວນໂຕຂອງພວກເຂົາທີ່ຈະມີຊີວິດໃນແບບທີ່ພວກເຂົາຕ້ອງການ.
ມັນເປັນສິ່ງທີ່ດີ ທີ່ເຮົາຈະຊອກຫາໃຜຄົນຫນຶ່ງທີ່ຈະມາເປັນໂຕແບບ ຫລື ສາມາດທີ່ຈະສ້າງແຮງບັນດານໃຈ, ສາມາດເຮັດໃຫ້ເຮົາໄດ້ຮຽນຮູ້ນຳໄດ້ ແຕ່ເຖີງແນວໃດກໍ່ຕາມຢ່າໄດ້ເອົາບົດຮຽນຫນ້າທຳອິດຂອງເຮົາ ໄປປຽບທຽບບົດຮຽນຫນ້າສຸດທ້າຍຂອງໃຜຄົນຫນຶ່ງ.
4. ກໍານົດເປົ້າຫມາຍທີ່ຊັດເຈນ ແລະ ເສີມສ້າງສັກກະຍະພາບ.
ແນ່ນອນມັນບໍ່ມີລິບ ທີ່ຈະສາມາດນຳພາເຮົາໄປພົບກັບຈຸດຫມາຍແຫ່ງຄວາມສຳເລັດໄດ້, ສິ່ງທີ່ເຮົາສາມາດເຮັດໄດ້ແມ່ນຄຶການຢ່າງຂື້ນຂັ້ນໄດ ເທື່ອລະຂັ້ນ ແລະ ທຸກໆເປົ້າຫມາຍທີ່ເຮົາຈະໄປເຖີງນັ້ນ ມັນຄຶຂັ້ນໄດແຕ່ລະຂັ້ນທີ່ເຮົາຈະຕ້ອງໄດ້ກ້າວໄປໃຫ້ໄດ້.
ເປົ້າຫມາຍປຽບເຫມືອນເປັນດັ່ງ ເສັ້ນໄຊ ຫລື ສິ່ງທີ່ຫນ້າສົນໃຈ ທີ່ເຮົາຄວນຈະມີຢູ່ໃນຊີວິດ. ການທີ່ເຮົາສາມາດບັນລຸເປົ້າຫມາຍຂອງເຮົາ ຄຶກັນກັບດັ່ງເຮົາໄດ້ຍົກລະດັບ ແລະ ໄດ້ພັດທະນາສະຖິຕິຂອງໂຕເຮົາເອງ.
ເປົ້າຫມາຍທີ່ດີ ແມ່ນການທີ່ເຮົາໄດ້ກຳນົດ ຫລື ຕຽມການໄວ້ຢ່າງດີ ເຊິ່ງມັນໄດ້ເຮັດໃຫ້ການເດີນທາງໄປຫານັ້ນມີຄວາມຫນ້າສົນໃຈຫລາຍຂື້ນ. ສະນັ້ນ ຈົ່ງຊອກຫາເປົ້າຫມາຍທີ່ມັນເປັນແຮງບັນດານໃຈ ແລະ ທີ່ມັນໄດ້ຢູ່ໃນຂອບເຂດຂອງຂີດຄວາມສາມາດເຮົາ, ແລ້ວສິ່ງເຫລົ່ານີ້ມັນຈະຊ່ວຍໃນການເພີ້ມຂີດຄວາມສາມາດຂອງເຮົາ ແລະ ຊ່ວຍໃຫ້ເຮົາສາມາດຂັບເຄື່ອນໄປທາງຫນ້າຕໍ່ໄດ້.
5. ຝຶກຝົນຈິດໃຈ ແລະ ການກະທຳຂອງເຮົາ.
ຖ້າເຮົາມີວິໄນຫລາຍເທົ່າໃດ ຊີວິດຂອງເຮົາກໍ່ຈະງ່າຍຂື້ນເທົ່ານັ້ນ.
ມີຄົນຈຳນວນຫນ້ອຍທີ່ຈະໃຊ້ຊີວິດຢ່າງມີລະບຽບວິໄນ, ເພາະມັນເປັນເລື່ອງທີ່ເຮັດໄດ້ຍາກຫລາຍ ແລະ ມັນບໍ່ໄດ້ຫມາຍຄວາມວ່າທຸກໆຄົນຈະສາມາດທີ່ຈະໄດ້ຮັບທັກສະທີ່ມັນມີຄ່ານີ້, ມັນເປັນວິຖີຊີວິດ ຫລື ຊ່ວງເວລາທີ່ຈະຕ້ອງໄດ້ມີຄວາມເປັນວິໄນໃນການດຳລົງຊີວິດ ໂດຍນຳໃຊ້ມັນມາເປັນເຄື່ອງມືເຮັດໃຫ້ເຮົາໄດ້ຮັບການພັດທະນາຂື້ນ.
ການຝືກຝົນວິໄນແມ່ນເປັນສິ່ງທີ່ດີ ແລະ ມີຄ່າທີ່ສຸດ ທີ່ເຮົາສາມາດເຮັດໄດ້ ຖ້າຫາກເຮົາຕ້ອງການທີ່ຈະເອົາຊະນະເປົ້າຫມາຍຂອງຊີວິດ, ເພາະຫລັງຈາກນັ້ນມັນກໍ່ເປັນພຽງເວລາທີ່ຈະຊ່ວຍເຮັດໃຫ້ເຮົາບັນລຸສິ່ງທີ່ຕ້ອງການນັ້ນໄດ້.
6. ການເຕີບໃຫຍ່ທັງຫມົດຂອງເຮົາ ມັກຈະເກີດຂື້ນຢູ່ໃນນອກຂອບເຂດພື້ນທີ່ຂອງສິ່ງທີ່ເຮົາກັງວົນສະເຫມີ.
ຖ້າເຮົາຝຶກທີ່ຈະອອກຈາກຂອບເຂດພີ້ນທີ່ຂອງ comfort zone ຂອງເຮົາໄວເທົ່າໃດ, ເຮົາກໍ່ຈະໄດ້ຮູ້ວ່າມັນບໍ່ແມ່ນພື້ນທີ່ ທີ່ຄວນຈະໄດ້ຮັບບົດຮຽນເລີຍ.

ການເຕີບໂຕແມ່ນມາຈາກການພະຍາມລອງຜິດ, ລອງຖືກ, ລອງຮຽນຮູ້ສິ່ງໃຫມ່ໆ ຢູ່ສະເຫມີ, ມັນມາຈາກຄວາມຜິດຫວັງ ຫລື ລົ້ມເຫລວ, ມາຈາກສິ່ງທີ່ຫຍຸ້ງຍາກນາໆປະການ ຫລື ມາຈາກສິ່ງທີ່ປະສົບຄວາມສຳເລັດມາແລ້ວກໍ່ຕາມ.
ຖ້າຫາກວ່າເຮົາໄດ້ເລີ່ມທີ່ຈະຮຽນຮູ້ສິ່ງທີ່ດີທີ່ສຸດກ່ຽວກັບໂຕເຮົາເອງ ແລະ ໂລກໃບນີ້ແລ້ວ ມັນໄດ້ຫມາຍເຖີງວ່ານັ້ນຄຶເປັນສັນຍານທີ່ດີຢ່າງຫນຶ່ງ.
ມັນເປັນເລື່ອງທີ່ເສົ້າຫລາຍຖ້າຫາກເຮົາໄດ້ໃຊ້ຊີວິດຢູ່ພຽງແຕ່ໃນວົງກົມ ຫລື ຂອບເຂດນ້ອຍໆນີ້ເທົ່ານັ້ນ ໂດຍທີ່ບໍ່ໄດ້ອອກໄປຮຽນຮູ້ ຊອກຄົ້ນຫາຕົວຕົນທີ່ແທ້ຈິງຂອງເຮົາເລີຍ, ບໍ່ວ່າຈະເປັນສິ່ງຕ່າງໆນັບລ້ານທີ່ເຮົາໄດ້ສົນໃຈ, ເມື່ອເວລາທີ່ເຮົາໄດ້ອອກຈາກຈຸດທີ່ເຮົາຢູ່ມາຕະຫລອດເວລາ ທີ່ເຮົາຄິດວ່າມັນປອດໄພ, ສະນັ້ນຕອນນີ້ລອງພະຍາຍາມອອກໄປຄົ້ນຫາໃນສິ່ງທີ່ເຮົາມັກ ແລະ ຈົ່ງກ້າທີ່ຈະລອງສ່ຽງ, ແລ້ວເຈົ້າຈະຮູ້ວ່າມັນຈະຄຸ້ມຄ່າຢ່າງແນ່ນອນ.
7. ເຮັດໃຫ້ສຳເລັດ ເຖີງວ່າມັນຈະເປັນຄັ້ງທີ່ເທົ່າກໍ່ຕາມ.
ມັນບໍ່ສຳຄັນວ່າເຮົາຈະລົ້ມເຫລວມາແລ້ວຈັກຄັ້ງ, ແຕ່ສຸດທ້າຍແລ້ວຂໍພຽງແຕ່ໃຫ້ເຮົາເອົາຊະນະມັນກໍ່ພຽງພໍແລ້ວທີ່ຈະເຮັດໃຫ້ເຮົາມີຊີວິດຢູ່ຢ່າງມີຄວາມຫມາຍ.
ມີຫລາຍແນວຄວາມຄິດທີ່ດີ ທີ່ສາມາດພັກດັນໃຫ້ເຮົາກ້າວໄປຂ້າງຫນ້າໂດຍຊ້າໆ, ແຕ່ຖ້າເຮົາຫາກພົບຄວາມຄິດທີ່ດີທີ່ສຸດພຽງອັນດຽວ ກໍ່ພຽງພໍທີ່ຈະສາມາດພັກດັນໃຫ້ເຮົາໄປພົບກັບຂຸມຊັບ ຫລື ນຳພາໃຫ້ເຮົາໄປພົບກັບສິ່ງທີ່ເຮົາປາດຖະຫນາໄວ້ກໍ່ເປັນໄດ້.
ສິ່ງທີ່ດີຢ່າງຫນຶ່ງຄຶ ຄວາມຄິດມັນເປັນສິ່ງທີ່ເປັນອິດສະຫລະ.ມັນເປັນອິດສະຫລະ ທີ່ພາໃຫ້ເກີດມີຄວາມຫນ້າສົນໃຈ, ເຊິ່ງສາມາດນຳພາໃຫ້ເກີດຄວາມປຽນແປງໃນຄວາມຄິດຂອງເຮົາໄດ້. ສ່ວນຄວາມລົ້ມເຫລວ ນັ້ນບໍ່ກ່ຽວເລີຍວ່າເຮົາຈະ ຜ່າຍແພ້ມາແລ້ວຈັກເທື່ອ ຕາບໃດທີ່ເຮົາຍັງພ້ອມທີ່ຈະລຸກຂື້ນຢູ່ທຸກຄັ້ງທີ່ລົ້ມລົງ.
ຖ້າຫາກເຮົາກັງວົນກັບເລື່ອງນີ້ ມັນກໍ່ປຽບສະເຫມືອນດັ່ງເປັນຕົວເລກທີ່ຢູ່ໃນເວລາທີ່ເຮົາຫລີ້ນເກມ ແລະ ມີເລື່ອງຂອງເວລາເຂົ້າມາກ່ຽວຂ້ອງ ກ່ອນທີ່ເກມໆນັ້ນຈະຈົບລົງ.
8. ຈົ່ງເປັນດັ່ງນັກເດີນທາງ, ຢ່າເປັນພຽງນັກທ່ອງທ່ຽວ.
ຢູ່ໃນໂລກນີ້ມີຫລາຍສິ່ງທີ່ມີຄວາມຫມາຍ ທີ່ໃຫ້ເຮົາໄດ້ຄົ້ນຫາ, ບໍ່ແມ່ນວ່າພຽງແຕ່ໃຫ້ເຮົາໄດ້ຮູ້ຈັກພຽງຢ່າງດຽວ.
ນີ້ຄຶເປັນກົດເກນຫນຶ່ງທີ່ຫນ້າຄົ້ນຫາໃນຊີວິດ ແລະ ເມື່ອໃດກໍ່ຕາມ ທີ່ເຮົາໄດ້ລົງມືເຮັດໃນສິ່ງທີ່ຫນ້າຕື່ນເຕັ້ນໃຫ້ກັບຊີວິດ ແລ້ວເຮົາຈະລົງມືເຮັດມັນຊ້ຳຄືນກັບໂຕເອງຢູ່ເລື້ອຍໆ, ແນ່ນອນວ່າມັນມີຄວາມແຕກຕ່າງກັນລະຫວ່າງ ການເປັນນັກເດີນທາງ ແລະ ການເປັນນັກທ່ອງທ່ຽວ.

ການທ່ອງທ່ຽວເປັນສິ່ງທີ່ຕິດພັນກັບເຮົາ ແຕ່ວ່າເຮົາບໍ່ສາມາດທີ່ຈະຄວບຄຸມປະສົບການທີ່ຜ່ານມາຂອງເຮົານັ້ນໄດ້, ເຊັ່ນດຽວກັນເຮົາຈະບໍ່ສາມາດຄວບຄຸມຊີວິດ ຂອງເຮົາໄດ້ເຊັ່ນກັນ.
ສ່ວນການເດີນທາງນັ້ນຄຶ ເມື່ອເຮົາໄດ້ອອກໄປຮຽນຮູ້ສິ່ງໃຫມ່ໆ ທີ່ເຮົາບໍ່ຮູ້ຈັກ ແລ້ວເຮົາສາມາດນຳເອົາສິ່ງດັ່ງກ່າວນັ້ນເຂົ້າມາເປັນບົດຮຽນໃຫ້ເຮົາໄດ້.
ຢ່າຟ້າວເຂົ້າໃຈຜິດ ເພາະນີ້ມັນເປັນພຽງສ່ວນທີ່ແຕກຕ່າງກັນຊື່ໆ ຄວາມຈິງແລ້ວມັນເປັນເລື່ອງທີ່ຈະຕ້ອງໄດ້ເບິ່ງກັນໄປອີກ, ຈົ່ງເບິ່ງວ່າເຮົາແມ່ນເປັນ ນັກເດີນທາງ ຫລື ເປັນ ນັກທ່ອງທ່ຽວ, ແລ້ວເຮົາຈະຕົກໃຈເມື່ອໃດທີ່ຮັບຮູ້ວ່າຊີວິດຂອງເຮົາມັນມີເວລາຫນ້ອຍ ແລະ ສັ້ນຫລາຍ ເກີນກວ່າທີ່ຈະໄປເດີນຕາມເສັ້ນທາງຂອງຄົນອື່ນ.
9. ຈົ່ງພູມໃຈໃນສິ່ງທີ່ເຮົາມີ ແລະ ຈົ່ງກະຫາຍເພື່ອໄດ້ໃນສິ່ງທີ່ດີເພີ້ມ.
ຄວາມກະຕັນຍູ ຈະເຮັດໃຫ້ເຮົາຮູ້ສຶກເຖີງອາດີດ, ມັນສາມາດນຳຄວາມສະຫງົບສຸກມາແກ່ເຮົາໄດ້ໃນມື້ນີ້ ແລະ ຊ່ວຍສ້າງວິໄສທັດສຳຫລັບມື້ອື່ນ. ສະນັ້ນຈົ່ງຂອບໃຈ ເຖີງສິ່ງທີ່ເຮົາມີພຽງເລັກນ້ອຍ ຫລື ຖ້າຫາກເຮົາມີຫລາຍກວ່ານັ້ນກໍ່ຈົ່ງຍິ່ງຂອບໃຈ ແລະ ພູມໃຈກັບມັນ.
ຊີວິດປຽບເຫມືອນເປັນດັ່ງພອນ ແລະ ເຮົາອາດຈະບໍ່ໄດ້ຮັບສິ່ງທີ່ມີຄ່າຢູ່ຕະຫລອດ ດັ່ງນັ້ນຈົ່ງຖີ້ມຄວາມຄິດ, ຄວາມຮູ້ສຶກ ທີ່ວ່າຊີວິດມັນບໍ່ມີຄວາມຍຸດຕິທຳກັບເຮົາ.ເມື່ອເຮົາມີຄວາມສະຫງົບສຸກຢູ່ພາຍໃນຈິດຂອງເຮົາທີ່ສາມາດຢູ່ກັບປັດຈຸບັນນີ້ໄດ້ແລ້ວ, ກໍ່ຄຶການຍອມຮັບໄດ້ ເຮົາກໍ່ຈະສາມາດຫລຸດພົ້ນ ແລະ ມີສັກກະຍະພາບທີ່ຈະກ້າວຫນ້າຕໍ່ໄປໄດ້.
ບໍ່ມີຫຍັງທີ່ຈະຮ້າຍແຮງໄປກວ່າ ການຕົກເປັນນັກໂທດໃນກັບດັກຂອງການເຊື່ອວ່າ: ຊີວິດທີ່ບໍ່ມີຄວາມຍຸດຕິທຳສຳຫລັບຂ້ອຍເລີຍ.
10. ການອ່ານຫນັງສືຈະຊ່ວຍເພີ້ມຄວາມທ້າທາຍໃນການແຂ່ງຂັນໃຫ້ກັບເຮົາ.
ຄົນທີ່ມັກອ່ານຈະເປັນຄົນທີ່ໄດ້ຮຽນຮູ້ຈາກຄວາມຄິດຂອງຄົນຫລາຍ 100 ພັນຄົນ, ແຕ່ຄົນທີ່ບໍ່ມັກອ່ານຈະເປັນຄົນທີ່ປຽບເຫມືອນກັບວ່າໄດ້ໃຊ້ຊີວິດຢູ່ພຽງລຳພັງ.

ຫນັງສືຍັງຄົງຖືກປະເມີນຢູ່ຕ່ຳເກີນໄປ, ເພາະຄົນສ່ວນໃຫຍ່ບໍ່ໄດ້ເຂົ້າໃຈເຖີງຄຸນຄ່າທີ່ແທ້ຈິງຂອງມັນ, ພວກເຂົາເບິ່ງຫນັງສືເປັນພຽງຄວາມບັນເທີງເທົ່ານັ້ນ ແທນທີ່ຈະເບິ່ງວ່າມັນມີຄຸນຄ່າທີ່ແທ້ຈິງຄຶແນວໃດຕ່າງຫາກ.
ປະສົບການຊີວິດຂອງຄົນບາງຄົນ ບໍ່ວ່າຈະເປັນຄວາມຜິດພາດ, ຄວາມລົ້ມເຫລວ ຫລື ການປະສົບຄວາມສຳເລັດ. ສ່ວນໃຫຍ່ເຮົາແມ່ນຮຽນຮູ້ຈາກຄົນອາຍຸ 50 - 60 ປີ, ຈະເປັນໄປໄດ້ບໍ່ທີ່ເຮົາຈະນຳເອົາບົດຮຽນຈາກຄົນເຫລົ່ານັ້ນມາໃສ່ໃນໂຕເຮົາໃຫ້ໄດ້ພາຍໃນ 2-3 ວັນ, ໂດຍທີ່ບໍ່ຕ້ອງເສຍເວລາທີ່ຈະລໍຖ້າຈົນເຮົາຈະຕ້ອງພົບກັບໂຕເອງເຊັ່ນນັ້ນ. ມັນເປັນເລື່ອງທີ່ຫນ້າຕື່ນເຕັ້ນແມ່ນບໍ່?
ເຖີງເວລາແລ້ວບໍ່ ທີ່ເຮົາຈະເລີ່ມອ່ານຫນັງສືເພື່ອທີ່ຈະເປັນປະໂຫຍດໃຫ້ແກ່ໂຕເຮົາ.
ຫນັງສືມັນບໍ່ໄດ້ກ່ຽວກັບຄວາມບັນເທີງພຽງແຕ່ຢ່າງດຽວ, ແຕ່ມັນຈະຊ່ວຍໃຫ້ເຮົາໄດ້ເຂົ້າເຖີງຈິດໃຈທີ່ຍິ່ງໃຫຍ່, ເຂົ້າເຖີງແກ່ນສານຂອງຄັງຄວາມຮູ້ຕ່າງຈາກ, ຈື່ໄດ້ບໍ່ສິ່ງທີ່ຂ້ອຍໄດ້ເວົ້າໄວ້ຢູ່ໃນຂໍ້ 7 ວ່າ: ຄວາມຄິດທີ່ດີພຽງຄວາມຄິດດຽວ ຈະສາມາດຊ່ວຍໃຫ້ເຮົາລໍ່າລວຍໄດ້. ເຊັ່ນດຽວກັນກັບຫນັງສືກໍ່ຄຶກັນ, ຫນັງສືທີ່ດີພຽງເຫລັ້ມດຽວກໍ່ສາມາດປ່ຽນແປງຊີວິດຂອງເຮົາໄປຕະຫລອດການໄດ້.
11. ຟັງຫລາຍກວ່າເວົ້າ.
ບໍ່ມີໃຜທີ່ຈະສາມາດຮຽນຮູ້ອິຫຍັງໄດ້ເລີຍໂດຍຈາກການທີ່ຮັບຟັງພຽງສຽງຂອງໂຕເອງ.
ຫາກເຮົາຕ້ອງການທີ່ຈະຊະນະເກມແຫ່ງຊີວິດໃຫ້ໄດ້, ມັນເຖີງເວລາແລ້ວທີ່ເຮົາຈະຕ້ອງມຸ້ງເນັ້ນໄປທີ່ການເຕີບໂຕ ທີ່ແທ້ຈິງ ແລະ ລວມເຖີງການພ້ອມທີ່ຈະຮຽນຮູ້ ພ້ອມທັງການໃສ່ໃຈ ຄົນອື່ນໆທີ່ຢູ່ອ້ອມໂຕເຮົາ.

ຮອດເວລາແລ້ວທີ່ເຮົາຄວນຈະກາຍເປັນແຫລ່ງຄວາມຮູ້ ແລະ ຂໍ້ມູນທີ່ມີຄຸນນະພາບ, ແຕ່ຖ້າຫາກວ່າບໍ່ມີໃຜຈັກຄົນເລີຍທີ່ຈະຢູ່ຄຽງຂ້າງເຮົາ ນັ້ນກໍ່ຫມາຍຄວາມວ່າເຮົາບໍ່ສາມາດທີ່ຈະຮຽນຮູ້ຈາກໃຜໄດ້ເລີຍ, ແລ້ວມັນຈະເຮັດໃຫ້ສະຫມອງຂອງເຮົາຈະພົບກັບບັນຫາ ຄຶມັນຈະບໍ່ປ່ອຍໃຫ້ມີຂໍ້ມູນໃດໆເຂົ້າໄປຫາຄວາມຄິດຂອງເຮົາໄດ້ເລີຍ, ສະນັ້ນສິ່ງທີ່ເຮັດໄດ້ກໍ່ຄຶຈົ່ງເວົ້າໃຫ້ຫນ້ອຍລົງ ແລະ ຕັ້ງໃຈຟັງໃຫ້ຫລາຍຂື້ນ.ນັ້ນມັນຈຶ່ງເປັນເຫດຜົນທີ່ວ່າຄົນເຮົາມີ ຫູ ສອງຂ້າງ ແລະ ມີປາກດຽວ, ເພື່ອທີ່ເຮົາຈະໄດ້ຟັງໃຫ້ຫລາຍກວ່າເວົ້າ.
12. ໃຫ້ອາໄພ ແຕ່ຢ່າລືມ.
ຄົນທີ່ບໍ່ຍອມໃຫ້ອາໄພຄຶນັກໂທດທີ່ມີຄວາມກຽດຊັງ ທີ່ມັນວົນວຽນຢູ່ໃນໂຕຂອງເຂົາເອງ ແລະ ຜູ້ທີ່ກະທຳຜິດກັບເຮົານັ້ນຍ່ອມພ້ອມທີ່ຈະກັບຄຶນມາກະທຳຜິດໄດ້ຄຶນອີກ.ຖ້າເຮົາຫາກເຫັນເປັນສິ່ງດຽວກັນຢູ່ໃນບົດຄວາມນີ້ ນັ້ນກໍ່ຫມາຍຄວາມວ່າເຮົາຈະຮຽນຮູ້ ແລະ ກ້າວໄປໃນມຸມມອງດຽວກັນ.
ການໃຫ້ອາໄພບໍ່ໄດ້ກ່ຽວກັບການສ້າງຄວາມສະຫງົບສຸກໃຫ້ກັບຄົນອື່ນ, ແຕ່ມັນເປັນການໃຫ້ອາໄພ ແລະ ປົດປ່ອຍໂຕເຮົາເອງ ເຊິ່ງຈະເຮັດໃຫ້ເຮົາກ້າວໄປທາງຫນ້າໄດ້, ສ່ວນເລື່ອງທີ່ຫນ້າເປັນຫ່ວງແມ່ນຄຶການທີ່ເຂົາຈະຍ້ອນກັບຄຶນມາເຮັດຄຶນແບບເກົ່າ ນັ້ນເປັນສິ່ງທີ່ຈະຕ້ອງໄດ້ລະມັດລະວັງ.
ໃຫ້ອາໄພ ແຕ່ຢ່າລືມ ຟັງເບິ່ງແລ້ວມັນຄຶເປັນຄຳເວົ້າທີ່ຂ້ອນຂ້າງຮ້າຍແຮງ, ແຕ່ມັນເປັນສິ່ງທີ່ຈະສາມາດປົກປ້ອງ, ປ້ອງກັນເຮົາ ໃນເວລາທີ່ເຮົາໄປພົບກໍລະແບບນີ້ກັບຄົນອື່ນ. ເຊິ່ງມັນຈະຊ່ວຍເຮັດໃຫ້ສິ່ງທີ່ເກີດຂື້ນນັ້ນ ບໍ່ສາມາດທີ່ຈະມາທຳຮ້າຍເຮົາໄດ້ອີກ.
13. ຢ່າອອກຈາກເກມ.

ບາງຄັ້ງເຮົາອາດຈະຜ່າຍແພ້ຈາກການຕໍ່ສູ້, ແຕ່ຈົ່ງຈຳໄວ້ວ່າ ເກມມັນຈະຈົບລົງກໍ່ຕໍ່ເມື່ອເວລາທີ່ເຮົາຕັດສິນໃຈຍອມແພ້ເກມໆນັ້ນ.
ຊ່ວງເວລາດຽວທີ່ເກມມັນຈົບລົງກໍ່ຄຶເມື່ອເຮົາຍອມແພ້ມັນໄປຢ່າງສົມບູນ. ເພື່ອທີ່ຈະເອົາຊະນະເກມແຫ່ງຊີວິດ, ເຮົາຈຳເປັນທີ່ຈະຕ້ອງຢືນຢັດ, ແນ່ນອນວ່າມັນຈະບໍ່ສາມາດເກີດຂື້ນໄດ້ໃນຊົ່ວຂ້າມຄຶນເທົ່ານັ້ນ ເຮົາຈຳເປັນຕ້ອງໄດ້ມີການປ່ຽນແປງ, ມີການຄິດຄົ້ນ, ມີການແກ້ໄຂຕ່າງໆນາໆ ເພື່ອໃຫ້ແນ່ໃຈວ່າເຮົາສາມາດກ້າວຂ້າມຜ່ານມັນໄປໄດ້.
ຄວາມທ້າທາຍຄຶການຮັກສາໃນລະດັບຂອງຂີດຄວາມສາມາດຈົນກວ່າມັນຈະພຽງພໍໃຫ້ກັບໂຕເຮົາ. ບາງຄັ້ງເຮົາອາດຈະອອກຈາກຂອບເຂດຂອງຄວາມທ້າທ້າຍໄປແດ່, ແຕ່ເຮົາຈະບໍ່ໃຫ້ອອກຈາກເປົ້າຫມາຍຫລັກ ເພາະຖ້າເຮົາຂາດມັນກໍ່ເທົ່າກັບວ່າເຮົາຈະປາສະຈາກສິ່ງທີ່ຄຸ້ມຄ່າໃນການດຳລົງຊີວິດ.
ຫາກເວລາຜ່ານໄປດົນ, ຈົ່ງຈື່ໄວ້ວ່າເຮົາສາມາດຢຸດພັກເຊົາໄດ້ ແຕ່ບໍ່ແມ່ນການຢຸດລົ້ມເລີກ.

14. ໃຫ້ຄວາມເຄົາລົບແກ່ຄົນອື່ນ.
ທຸກໆຄົນຕ່າງກໍ່ຖືເອົາໂຕເອງເປັນແກນກາງຂອງໂຕເອງ, ທຸກຄົນຕ່າງກໍ່ຢູ່ດ້ວຍຄວາມດີ້ນຮົນ, ມີຄວາມຍາກລຳບາກຂອງໃຜມັນ, ສະນັ້ນຈົ່ງຢູ່ຮ່ວມກັບເຂົາດ້ວຍຄວາມເຄົາລົບ, ໃຫ້ກຽດເຊິ່ງກັນ ແລະ ກັນ.
ການໃຫ້ຄວາມເຄົາລົບຕໍ່ກັນເປັນສິ່ງທີ່ຫນ້າສົນໃຈເລື່ອງຫນຶ່ງ, ເພາະມັນເປັນຫນຶ່ງໃນສິ່ງທີ່ຜູ້ຄົນຈະເຂົ້າໃຈເຖີງຄຸນຄ່າ ແລະ ຄວາມສຳຄັນຂອງຊີວິດ.
ຄວາມສະຫງ່າງາມໃນການດຳເນີນຊີວິດບາງຢ່າງ ໃນຖານະບຸກຄົນຜູ້ທີ່ໃຫ້ກຽດ ແລ້ວເຮົາຈະພົບວ່າການໃຊ້ຊີວິດດ້ວຍການເຄົາລົບຕໍ່ກັນມັນຄຶການແລກປ່ຽນເຊິ່ງກັນ ແລະ ກັນ ເຊິ່ງທຸກໆຄົນຕ່າງກໍ່ຕ້ອງການມັນ.
ຂ້ອຍເຂົ້າໃຈວ່າທຸກຄົນຕ່າງກໍ່ກຳລັງພະຍາຍາມ ຫລີ້ນເກມທີ່ໂຕເອງປະເຊີນຢູ່, ເຊິ່ງເປັນເວີຊັນທີ່ໂຕເຈົ້າເອງກະບໍ່ຄ່ອຍຖະຫນາດປານໃດ. ສະນັ້ນເຮົາກໍ່ຈົ່ງປະຕິບັດຄວາມເຄົາລົບຕໍ່ກັບຄົນອື່ນໆ ໃຫ້ຄຶກັນກັບທີ່ເຮົາສະແດງຕໍ່ຫົວຫນ້າໃຫຍ່ຂອງເຮົາ.
15. ຈົ່ງກ້າທີ່ຈະສ່ຽງ.
ສະເພາະຄົນທີ່ກ້າທີ່ຈະສ່ຽງເທົ່ານັ້ນ ຈຶ່ງຈະຮູ້ວ່າພວກເຂົາສາມາດທີ່ຈະກ້າວໄປໄກໄດ້ເທົ່າໃດ. ແລ້ວເຮົາເດ ເຮົາເກີດມາພຽງຄັ້ງດຽວ ແລ້ວເປັນຫຍັງບໍ່ລອງສ່ຽງ ຫລື ລົງມືເຮັດມັນເບິ່ງ.

ໃນການເດີນທາງຂອງເຮົາ ເມື່ອມັນເຖີງຈຸດໆຫນຶ່ງ ເຮົາຈະຮູ້ໂຕວ່າການທີ່ເຮົາຢູ່ໃນບ່ອນທີ່ປອດໄພ ພຽງແຕ່ຢ່າງດຽວນັ້ນ ມັນຈະບໍ່ສາມາດນຳພາເຮົາໃຫ້ໄປພົບກັບເສັ້ນທາງທີ່ເຮົາວາດຫວັງໄວ້ຕັ້ງແຕ່ຕອນຕົ້ນ, ຈົ່ງກ້າຫານ, ຈົ່ງພ້ອມທີ່ຈະສ່ຽງກັບຊີວິດ ແລ້ວເຮົາຈະຮູ້ວ່າມັນມີຄ່າເທົ່າໃດ, ມັນບໍ່ມີວິທີອື່ນເລີຍນອກຈາກການເພີ້ມໂອກາດໃຫ້ກັບໂຕເຮົາເອງ.
ແລະ ຖ້າເກີດເຮົາລົ້ມເຫລວຂື້ນມາ ເຮົາຕ້ອງພະຍາຍາມລຸກຂື້ນມາອີກຄັ້ງ, ອີກຄັ້ງ ແລະ ອີກຄັ້ງ. ຊິໄປສົນໃຜ.
ຫລືສິ່ງສຸດທ້າຍທີ່ເຈົ້າຕ້ອງການນັ້ນຄຶ ການນອນຢູ່ເທິງຕຽງທີ່ລໍຖ້າຄວາມຕາຍພຽງຢ່າງດຽວ ແລະ ມີແຕ່ຄວາມເສຍໃຈໃຫ້ກັບຕົນເອງ ທີ່ບໍ່ໄດ້ໃຊ້ຊີວິດຢ່າງເຕັມທີ່, ເສຍໃຈທີ່ບໍ່ໄດ້ໄປສະຖານທີ່ທີ່ຢາກຈະໄປ, ຫລືບໍ່ໄດ້ແມ້ແຕ່ມອບຄວາມຮັກ ໃຫ້ກັບຄົນທີ່ເຮົາຮັກ.
ທັງຫມົດນີ້ຄຶກົດສຳຄັນ 15 ຂໍ້ ທີ່ເຮົາສາມາດນຳເອົາມາປັບໃຊ້ໃນຊີວິດ ຖ້າເຮົາຕ້ອງການທີ່ຈະພົບກັບການປະສົບຜົນສຳເລັດໃນການດຳລົງຊີວິດ. ແລະ ສິ່ງຫນຶ່ງທີ່ຂໍຝາກຖາມກໍ່ຄຶ ເຈົ້າໄດ້ມີວິໄສທັດທີ່ຊັດເຈນຢູ່ໃນຊີວິດແລ້ວ ຫລືບໍ່? ຊ່ວຍແຊຣໃຫ້ພວກເຮົາໄດ້ຮັບຮູ້ນຳໂດຍການສະແດງຄວາມຄິດເຫັນໄວ້ດ້ານລຸ່ມນີ້ແດ່.
SAKXAY SENGALOUN ------------------------------------ YOUTUBE: www.youtube.com/c/sakxaysengaloun WEBSITE: http://www.hisakxay.com/ FACEBOOK: facebook.com/sakxay INSTAGRAM: hi.sakxay