top of page

20 ຄໍາສັ່ງສອນຈາກພຣະພຸດທະເຈົ້າ


1. “Do not dwell in the past, do not dream of the future, concentrate the mind on the present moment.” – Buddha

“ຢ່າຍຶດຕິດຢູ່ກັບອາດີດ, ຢ່າຝັນເຖີງອານາຄົດ, ຈົ່ງໃຫ້ຄວາມສຳຄັນກັບສິ່ງທີ່ຢູ່ໃນປັດຈຸບັນ” – Buddha

2. “The secret of health for both mind and body is not to mourn for the past, nor to worry about the future, but to live the present moment wisely and earnestly.” – Buddha

“ຄວາມລັບຂອງສຸຂະພາບ ທາງກາຍ ແລະ ຈິດໃຈ ກໍ່ຄຶບໍ່ຄວນທີ່ຈະໄປເສຍໃຈຕໍ່ກັບອາດີດ ແລະ ບໍ່ຕ້ອງໄປກັງວົນຢູ່ກັບອານາຄົດ, ແຕ່ຕ້ອງໃຊ້ຊີວິດຢ່າງຊານສະຫລາດຢູ່ກັບຄວາມຈິງໃນປັດຈຸບັນ” – Buddha

3. “Three things cannot be long hidden: the sun, the moon, and the truth.” – Buddha

“3 ຢ່າງທີ່ບໍ່ສາມາດເຊື່ອງຊ້ອນໄວ້ໄດ້ຄຶ: ດວງຕາເວັນ, ດວງຈັນ ແລະ ຄວາມຈິງ” – Buddha

4. “In the end these things matter most: How well did you love? How fully did you live? How deeply did you let go?” – Buddha

“ໃນທ້າຍທີ່ສຸດແລ້ວສິ່ງເຫລົ່ານີ້ຄຶສິ່ງທີ່ສຳຄັນທີ່ສຸດ: ເຮົາໄດ້ມອບຄວາມຮັກໃຫ້ກັບຄົນອື່ນຫລາຍເທົ່າໃດ, ເຮົາໄດ້ໃຊ້ຊີວິດຢູ່ຢ່າງເຕັມທີ່ແນວໃດ ແລະ ເຮົາໄດ້ປ່ອຍວາງໄດ້ເທົ່າໃດ” – Buddha

5. “There are only two mistakes one can make along the road to truth; not going all the way, and not starting.” – Buddha

“ມີພຽງ 2 ຂໍ້ຜິດພາດເທົ່ານັ້ນ ທີ່ໄດ້ເກີດຂື້ນຢູ່ໃນຕະຫລອດເສັ້ນທາງເພື່ອໄປສູ່ເສັ້ນທາງຂອງຄວາມຈິງຄຶ ບໍ່ເດີນທາງໃຫ້ໄປຈົນສຸດຈຸດມຸ້ງຫມາຍ ແລະ ບໍ່ໄດ້ເລີ່ມທີ່ຈະລົງມືເຮັດມັນເລີຍ” – Buddha

6. “Health is the greatest gift, contentment the greatest wealth, faithfulness the best relationship.” – Buddha

“ສຸຂະພາບເປັນຂອງຂວັນທີ່ຍິ່ງໃຫຍ່ທີ່ສຸດ, ຄວາມພໍພຽງປຽບເຫມືອນເປັນຄວາມລໍ່າລວຍທີ່ຍິ່ງໃຫຍ່ທີ່ສຸດ, ສ່ວນຄວາມຊື່ສັດແມ່ນເປັນມິດຕະພາບທີ່ດີທີ່ສຸດ” – Buddha

7. “We are shaped by our thoughts; we become what we think. When the mind is pure, joy follows like a shadow that never leaves.” – Buddha

“ເຮົາຈະຫມູນໄປຕາມຄວາມຄິດ, ເຮົາຈະກາຍເປັນຢ່າງທີ່ເຮົາຄິດ, ເມື່ອເຮົາມີຈິດໃຈທີ່ບໍລິສຸດຈາກການປະຕິບັດທີ່ຖືກຕ້ອງ ຄວາມສຸກໃນຊີວິດກໍ່ຈະເກີດຂື້ນເປັນດັ່ງເງົາຕາມໂຕຂອງເຮົາໄປ” – Buddha

8. “Thousands of candles can be lighted from a single candle, and the life of the candle will not be shortened. Happiness never decreases by being shared.” – Buddha

“ທຽນໄຂນັບພັນເຫລັ້ມຍັງສາມາດມີແສງໄຟໄດ້ດ້ວຍ ທຽນໄຂຈາກເຫລັ້ມດຽວ ແລະ ແນ່ນອນວ່າອາຍຸຂອງມັນຈະຍັງຄົງບໍ່ສັ້ນລົງຍ້ອນການແບ່ງປັນແສງໄຟໃຫ້ກັບທຽນເຫລັ້ມອື່ນໆ, ເຊັ່ນດຽວກັນກັບຄວາມສຸກຂອງຄົນເຮົາຍ່ອມຈະບໍ່ມີທາງທີ່ຈະລົດລົງຍ້ອນການແບ່ງປັນໃຫ້ກັບຄົນອື່ນໆ” – Buddha

9. “If you truly loved yourself, you could never hurt another.” – Buddha

“ຖ້າເຮົາຮັກໂຕເຮົາເອງຢ່າງແທ້ຈິງ, ເຮົາຈະບໍ່ມີທາງທີ່ຈະທຳຮ້າຍຄົນອື່ນໄດ້” – Buddha

10. “Peace comes from within. Do not seek it without.” – Buddha

“ຄວາມສະຫງົບສຸກມັນຍ່ອມເກີດມາຈາກທາງໃນຈິດໃຈ, ຢ່າໄປເສຍເວລາຫາມັນຈາກທາງນອກ” – Buddha

11. “There is nothing more dreadful than the habit of doubt. Doubt separates people. It is a poison that disintegrates friendships and breaks up pleasant relations. It is a thorn that irritates and hurts; it is a sword that kills.” – Buddha

“ບໍ່ມີສິ່ງໃດທີ່ຫນ້າຢ້ານກົວໄປກວ່າຄວາມສົງໄສ ຫລື ຄວາມບໍ່ໄວ້ວາງໃຈ, ມັນສາມາດເຮັດໃຫ້ຄົນແຕກແຍກ, ມັນເປັນຢາພິດທີ່ເຮັດໃຫ້ມິດຕະພາບແຕກແຍກ ແລະ ທຳຮ້າຍຄວາມສຳພັນທີ່ດີ, ມັນເປັນຫນາມທີ່ຖີ້ມແທງ ທີ່ເຂົ້າມາລົບກວນ ແລະ ທຳຮ້າຍ, ມັນປຽບເປັນເຫມືອນຫອກ-ດາບທີ່ແຫລມຄົມ ທີ່ສາມາດຂ້າຄວາມສຳພັນຂອງຄົນເຮົາໄດ້” – Buddha

12. “Holding on to anger is like grasping a hot coal with the intent of throwing it at someone else; you are the one who gets burned.” – Buddha

“ການເກັບຄວາມຄຽດແຄ້ນໄວ້ໃນມື ກໍ່ປຽບເຫມືອນວ່າເຮົາກຳລັງຈັບເອົາຖ່ານໄຟທີ່ກຳລັງຮ້ອນໆ ໂດຍຫວັງທີ່ຈະໂຍນໃສ່ຜູ້ອື່ນ, ແຕ່ປາກົດວ່າໂຕເຮົາເອງພັດເປັນຄົນທີ່ເຈັບກວ່າ ເພາະຖືກເຜົາໄຫມ້” – Buddha

13. “However many holy words you read, however many you speak, what good will they do you if you do not act on upon them?” – Buddha

“ບໍ່ວ່າເຮົາຈະອ່ານ ຫລື ເວົ້າເຖີງຄຳເວົ້າທີ່ດີທີ່ສຸດປານໃດກໍ່ຕາມ, ມັນກໍ່ບໍ່ມີປະໂຫຍດຫຍັງເລີຍ ຖ້າຫາກວ່າເຮົາບໍ່ໄດ້ປະຕິບັດຕາມມັນ” – Buddha

14. “No one saves us but ourselves. No one can and no one may. We ourselves must walk the path.” – Buddha

“ບໍ່ມີໃຜທີ່ຈະສາມາດປົກປ້ອງເຮົາໄດ້ນອກຈາກໂຕເຮົາເອງ, ບໍ່ມີໃຜທີ່ຈະສາມາດ ແລະ ບໍ່ມີໃຜທີ່ອາດຈະເຮັດໄດ້, ເຮົາຕ້ອງກ້າວໄປຕາມເສັ້ນທາງນັ້ນໆດ້ວຍໂຕຂອງເຮົາເອງ” – Buddha

15. “Let us rise up and be thankful, for if we didn’t learn a lot at least we learned a little, and if we didn’t learn a little, at least we didn’t get sick, and if we got sick, at least we didn’t die; so, let us all be thankful.” – Buddha

“ຈົ່ງລຸກຂື້ນ ແລະ ຮູ້ສຶກຂອບໃຈ ເພາະຢ່າງຫນ້ອຍຖ້າເຮົາບໍ່ໄດ້ຮຽນຮູ້ຫລາຍຢ່າງ ແຕ່ເຮົາກໍ່ຖືວ່າໄດ້ຮຽນຮູ້ແລ້ວເຖີງວ່າມັນຈະຫນ້ອຍກໍ່ຕາມ ແລະ ເຖີງວ່າເຮົາບໍ່ໄດ້ຮຽນຮູ້ຫຍັງເລີຍ ຢ່າງຫນ້ອຍເຮົາກໍ່ບໍ່ໄດ້ເຈັບປວດຫຍັງເລີຍ, ແຕ່ຖ້າວ່າເຮົາຈະເຈັບປວດ ມັນກໍ່ບໍ່ໄດ້ເຮັດໃຫ້ເຮົາຈະຕ້ອງເສຍຊີວິດ ສະນັ້ນເຮົາຄວນຈະຂອບໃຈໃນສິ່ງທີ່ເກີດຂື້ນກັບເຮົາ” – Buddha

16. “To keep the body in good health is a duty… otherwise we shall not be able to keep our mind strong and clear.” – Buddha

“ເພື່ອຮັກສາສຸຂະພາບທາງກາຍໃຫ້ແຂງແຮງດີ ເປັນຫນ້າທີ່ຢ່າງຫນຶ່ງ, ເພາະຖ້າບໍ່ເຊັ່ນນັ້ນແລ້ວເຮົາຈະບໍ່ມີທາງທີ່ຈະສາມາດຮັກສາຈິດໃຈເຮົາໃຫ້ແຂງແຮງ ແລະ ແຈ່ມໃສໄດ້ເລີຍ” – Buddha

17. “To enjoy good health, to bring true happiness to one’s family, to bring peace to all, one must first discipline and control one’s own mind. If a man can control his mind he can find the way to Enlightenment, and all wisdom and virtue will naturally come to him.” – Buddha

“ເພື່ອການມີສຸຂະພາບທີ່ດີ, ເພື່ອການນຳເອົາຄວາມສຸກທີ່ແທ້ຈິງໄປສູ່ຄອບຄົວ, ເພື່ອການນໍາມາເຊິ່ງຄວາມສະຫງົບສຸກໃຫ້ແກ່ເຮົາ, ເຮົາຈໍາເປັນທີ່ຈະຕ້ອງມີວິໄນ ແລະ ສາມາດຄວບຄຸມຈິດໃຈຂອງໂຕເຮົາເອງກ່ອນ, ຖ້າພວກເຮົາສາມາດທີ່ຈະຄວບຄຸມຈິດໃຈຂອງເຮົາເອງໄດ້ ກໍ່ຍ່ອມທີ່ຈະຫາຫົນທາງເພື່ອໄປເຖີງແຫ່ງແສງສະຫວ່າງໄດ້, ສຸດທ້າຍແລ້ວພູມປັນຍາ ແລະ ຄຸນນະທຳທີ່ດີຈະມາເກີດແກ່ເຮົາເອງ.” – Buddha

18. “The mind is everything. What you think you become.” – Buddha

“ຈິດໃຈຄຶທຸກສິ່ງ, ຖ້າເຮົາຄິດແນວໃດເຮົາກໍ່ຈະເປັນຄົນແນວນັ້ນ” – Buddha

19. “Your purpose in life is to find your purpose and give your whole heart and soul to it” – Buddha

“ວັດຖຸປະສົງຂອງເຮົາໃນການໃຊ້ຊີວິດ ຄຶການຄົ້ນຫາຈຸດປະສົງທີ່ແທ້ຈິງຂອງເຮົາ ແລ້ວຫລັງຈາກນັ້ນກໍ່ໃຊ້ຫົວໃຈ ແລະ ຈິດວິນຍານທີ່ມີຂອງເຮົາເພື່ອເຮັດມັນໃຫ້ສຳເລັດ” – Buddha

20. “You can search throughout the entire universe for someone who is more deserving of your love and affection than you are yourself, and that person is not to be found anywhere. You yourself, as much as anybody in the entire universe deserve your love and affection.” – Buddha

“ເຮົາສາມາດຫາທົ່ວຈັກກະວານນີ້ເພື່ອຄົ້ນຫາຜູ້ທີ່ສົມຄວນທີ່ຈະໄດ້ຮັບຄວາມຮັກຈາກໂຕທ່ານ ແລະ ເປັນຄົນທີ່ເຈົ້າພໍໃຈໄດ້ທີ່ສຸດ, ເຮົາບໍ່ມີທາງທີ່ຈະສາມາດຊອກຫາຄົນແບບນັ້ນໄດ້. ໂຕເຮົາເອງເທົ່ານັ້ນທີ່ເຫມາະສົມທີ່ຈະໄດ້ຮັບຄວາມຮັກ ແລະ ຄວາມປາຖະຫນາ ຈາກໂຕເຮົາທີ່ສຸດ” – Buddha


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page