top of page

ການທົດສອບບຸກຄະລິກກະພາບ: ສິ່ງຫນຶ່ງທີ່ເອົາເຮົາອອກມາຈາກຄວາມຮັກແມ່ນຫຍັງ.

ບຸກຄະລິກກະພາບຂອງເຮົາເປັນການປະສົມປະສານ ລະຫວ່າງ ຄວາມຄິດເຫັນກ່ຽວກັບສິ່ງຕ່າງໆ, ໃນຄວາມຄິດເຫັນນີ້ມັນໄດ້ເຮັດໃຫ້ເຮົາຮັບຮູ້ວ່າ ເຮົາມີຄວາມຮູ້ສຶກແນວໃດ, ເຊິ່ງວິທີການຕອບສະຫນອງຂອງເຮົາມັນຂື້ນຢູ່ກັບຄວາມຄິດເຫັນຂອງເຮົາ ເນື່ອງຈາກປະຕິສຳພັນນີ້ ສາມາດເຮັດໃຫ້ຍາກຕໍ່ການຮັບມືກັບສະຖານະການ ມັນຈຶ່ງໄດ້ເປັນສິ່ງສຳຄັນທີ່ຈະຕ້ອງເຂົ້າໃຈວ່າ ເຮົາແມ່ນໃຜ, ເຮົາຄິດແນວໃດ, ຮູ້ສຶກແນວໃດ ແລະ ມີພຶດຕິກຳແບບໃດ ມັນໄດ້ສອດຄ່ອງກັບບຸກຄະລິກຂອງເຮົາຫລືບໍ່.

ດ້ວຍການທົດສອບນີ້ ເຮົາຈະຄົ້ນພົບວ່າແມ່ນຫຍັງຄຶຈຸດອ່ອນທີ່ໃຫຍ່ທີ່ສຸດໃນເລື່ອງຂອງຄວາມຮັກ ແລະ ວິທີ ທີ່ມັນສາມາດມາທຳຮ້າຍຄວາມຮັກຂອງເຮົາແນວໃດ.

ວິທີການທົດສອບກໍ່ຄຶ ໃຫ້ເຈົ້າເບິ່ງໄປທີ່ຮູບພາບ ແລະ ໃສ່ໃຈກັບສິ່ງທຳອິດທີ່ເຮົາສັງເກດເຫັນ ແລ້ວຫລັງຈາກນັ້ນໃຫ້ໄປອ່ານເບິ່ງຄວາມຫມາຍຂອງສິ່ງທີ່ເຮົາໄດ້ເຫັນໃນຮູບພາບນັ້ນ.

1. ຮູບຜູ້ຊາຍຖືກມັດ.

ຖ້າຮູບຂອງຜູ້ຊາຍຖືກມັດ ເປັນສິ່ງທຳອິດທີ່ເຈົ້າຈິນຕະນາການເຫັນ ຫມາຍຄວາມວ່າ ບຸກຄະລິກຂອງເຈົ້າມັນຄ້າຍກັບວ່າຢູ່ໃນຄວາມຂັດແຍ່ງກັນ, ມັນບໍ່ໄດ້ແປວ່າເຈົ້າຂັດແຍ່ງກັບໂລກອ້ອມໂຕຂອງເຈົ້າ, ໃນທາງຫນຶ່ງມັນປຽບດັ່ງເຈົ້າມັກຈະສວນທາງກັບໂຕເຈົ້າເອງຢູ່ຕະຫລອດເວລາ. ດັ່ງນັ້ນຖ້າເຈົ້າຕ້ອງການທີ່ຈະພົບຮັກແທ້ກັບໃຜຄົນຫນຶ່ງ ເຈົ້າຕ້ອງຫາຮັກແທ້ທີ່ຢູ່ໃນໂຕຂອງເຈົ້າໃຫ້ພົບເສຍກ່ອນ, ມັນອາດຈະຍາກແດ່ທີ່ຈະຍອມຮັບໂຕເອງ, ຍອມຮັບຈຸດແຂງ - ຈຸດອ່ອນຂອງເຈົ້າເອງ ແລະ ລວມເຖີງການຍອມຮັບທຸກສິ່ງ ທຸກຢ່າງໃນໂຕຂອງເຂົາ, ການຕໍ່ສູ້ເພື່ອຄວາມຄວາມສະຫງົບພາຍໃນນັ້ນ ມັນບໍ່ແມ່ນເລື່ອງງ່າຍເລີຍ ແຕ່ບາງຄັ້ງເຈົ້າກໍ່ຕ້ອງຈະຄວນໄດ້ຮັບການຜ່ອນຄາຍຈາກເລື່ອງຂັດແຍ້ງທັ້ງຫມົດເຫລົ່ານັ້ນ ແລະ ຫັນມາຕັ້ງໃຈໃນການດຳເນີນການຢ່າງເຂັ້ມງວດ ແລະ ຍອມຮັບໃນໂຕເຈົ້າເອງ ແລ້ວຄວາມຮັກທີ່ເຈົ້າປາຖະຫນາ ຈະມາເຖີງ.

2.ຮູບຮົ້ວ.

ຖ້າເຈົ້າສັງເກດເຫັນຮູບຮົ້ວ, ສະແດງວ່າຄວາມອ່ອນແອທີ່ໃຫຍ່ທີ່ສຸດສຳຫລັບເຈົ້າ ຄຶມັກຈະບໍ່ເປີດເຜີຍຕົວຕົນກັບຄົນ

ອື່ນໆ ນີ້ມັນບໍ່ໄດ້ຫມາຍຄວາມວ່າ ມັນບໍ່ມີຄວາມຫວັງສຳຫລັບເຈົ້າ ຫລືວ່າ ໂຕເຈົ້າຈະເປັນອັນຕະລາຍສຳຫລັບຄົນອື່ນ. ແຕ່ຖ້າເຈົ້າບໍ່ສ່ຽງ ຫລືບໍ່ເປີດໃຈຍອມຮັບແກ້ໄຂໃນໄວໆນີ້ ເຈົ້າຈະພັດພາກຈາກການຈະພົບກັບຄວາມຮັກຢ່າງແທ້ຈິງ, ມັນເປັນເລືອງທຳມະດາ ແລະ ເປັນເລື່ອງປົກກະຕິທີ່ເຈົ້າຈະຕ້ອງໄດ້ປົກປ້ອງໂຕເອງ ຫາກວ່າເຈົ້າເຄີຍເຈັບປວດມາກ່ອນ, ແຕ່ຖ້າວ່າເຈົ້າກຳລັງສ້າງກຳແພງຕໍ່ໄປເລີຍໆ ບໍ່ພຽງແຕ່ເປັນການບໍ່ອານຸຍາດໃຫ້ໃຜເຂົ້າມາເທົ່ານັ້ນ ມັນກໍ່ຍັງຫມາຍເຖີງວ່າເຈົ້າກໍ່ບໍ່ສາມາດທີ່ຈະອອກໄປຫາຄົນອື່ນໄດ້ເຊັ່ນກັນ ມັນງ່າຍທີ່ຈະສ້າງເກາະປ້ອງກັນ, ແຕ່ມັນກໍ່ຍາກທີ່ຈະປົດມັນລົງເຊັ່ນກັນ. ດັ່ງນັ້ນການເລີ່ມຕົ້ນດ້ວຍກ້າວນ້ອຍໆ ເລີ່ມເຂົ້າໄປທຳຄວາມຮູ້ຈັກກັບຜູ້ຄົນ ໃນກາລະເວລາໂອກາດທີ່ເຫມາະສົມກັບເຈົ້າ ຖ້າຫາກເຈົ້າບໍ່ສ່ຽງ ກໍ່ຈະບໍ່ໄດ້ຫຍັງເລີຍ.

3.ຮູບເຮືອ.

ບັນຫາຂອງເຈົ້າຄຶການທີ່ເຈົ້າມັກຈະກຳນົດມາດຕະຖານທີ່ສູງ ສູງຈົນແບບວ່າບໍ່ມີໃຜໃນໂລກທີ່ຈະສາມາດເຂົ້າເຖີງເຈົ້າໄດ້ເລີຍ, ສ່ວນສິ່ງສຳຄັນຄຶການທີ່ເຈົ້າຈະຕ້ອງຮູ້ວ່າ ແມ່ນຫຍັງຄຶສິ່ງທີ່ເຈົ້າຕ້ອງການຈາກຄວາມຮັກ ແລະ ບໍ່ເຮັດໃຫ້ໂຕເຈົ້າເອງບໍ່ພໍໃຈກັບສິ່ງທີ່ຄວນຈະໄດ້ຮັບ, ແຕ່ວ່າເມື່ອໃດທີ່ເຈົ້າເຂັ້ມງວດເກີນໄປ ເຈົ້າຈະສາມາດພ້ອມທີ່ຈະປ່ອຍຄົນທີ່ມີຄຸນສົມບັດພຽບພ້ອມໄປ, ຖ້າຫາກຄົນນັ້ນຄຶຄົນທີ່ເຈົ້າບໍ່ຕ້ອງການຈະພົວພັນນຳ, ເຊິ່ງມັນກໍ່ບໍ່ໄດ້ເປັນເລື່ອງທີ່ຜິດທີ່ເຈົ້າຈະຕ້ອງການມີຄອບຄົວ, ມີອາຊີບ ແລະ ຄູ່ຊີວິດທີ່ຮັກ ແລະ ມັກໃນສິ່ງດຽວກັນ, ແຕ່ເມື່ອໃດທີ່ເຈົ້າເຈາະຈົງໃນຄວາມຕ້ອງການຂອງເຈົ້າຫລາຍເກີນໄປ ເຈົ້າຈະພົບວ່າຈະບໍ່ພົບກັບຄວາມເປັນຈິງ ແລະ ສິ່ງທີ່ສະແດງເຖີງຄວາມຮັກອັນແທ້ຈິງ, ແນ່ນອນວ່າມັນດີໃນການທີ່ເຈົ້າຍຶດຫມັ້ນໃນຄວາມຝັນ ແລະ ມາດຕະຖານທີ່ສູງສຳຫລັບຜູ້ທີ່ຈະມາເປັນສ່ວນຫນຶ່ງຂອງເຈົ້າ, ແຕ່ຢ່າລືມຈື່ໄວ້ວ່າ ສິ່ງທີ່ສົມບູນແບບນີ້ ຈະຂັດຂວາງເຈົ້າຈາກການຄົ້ນຫາຄວາມຮັກທີ່ເຈົ້າຕ້ອງການຈະສຳພັດໄປໄດ້.

4. ຮູບກະໂຫລກຫົວ.

ຖ້າຫາກສິ່ງທຳອິດທີ່ເຈົ້າສັງເກດເຫັນມັນຄຶ ຮູບຂອງກະໂຫລກຫົວ ມັນສະແດງເຖີງຄວາມຫ່ວງໃຍ ແລະ ຄວາມວິຕົກກັງວົນຂອງເຈົ້າຄຶສິ່ງທີ່ຈະມາທຳຮ້າຍຄວາມຮັກຂອງເຈົ້າ, ເຈົ້າເປັນຄົນທີ່ມີຄວາມກັງວົນຫລາຍເກີນໄປ ແຕ່ແນວໃດກໍ່ຕາມຄວາມກັງວົນທີ່ເຈົ້າມີມັນຈະເປັນສິ່ງທີ່ປິດບັງ ບໍ່ໃຫ້ເຈົ້າເຫັນຄວາມງົດງາມທີ່ມີຢູ່ໃນຊີວິດ ເຊິ່ງລວມເຖີງຄູ່ຊີວິດຂອງເຈົ້າດ້ວຍ ແລະ ມັນກໍ່ເປັນເລື່ອງດີ ທີ່ເຈົ້າຕ້ອງໄດ້ມີການລະມັດລະວັງ ແຕ່ເມື່ອເວົ້າເຖີງຄວາມຮັກ ເຈົ້າຈະສູນເສຍຫລາຍຖ້າເມົາແຕ່ໄປໃສ່ໃຈ ກັບທຸກສິ່ງທຸກຢ່າງທີ່ເຈົ້າຄິດວ່າມັນຈະເກີດຂື້ນ, ມັນຈະມີສິ່ງຕ່າງໆທີ່ເຮັດໃຫ້ເຈົ້າຢ້ານກົວ, ແຕ່ຢ່າໃຫ້ສິ່ງນີ້ມາຢຸດເຈົ້າຈາກການດຳລົງຊີວິດໄດ້. ນອກຈາກນີ້ເຈົ້າບໍ່ຄວນທີ່ຈະເຊື່ອງຊ້ອນຄວາມຢ້ານກົວຂອງເຮົາຕໍ່ຄົນທີ່ເຈົ້າຮັກ. ເພາະແທ້ທີ່ຈິງແລ້ວ ເມື່ອເວລາທີ່ພວກເຈົ້າມີຄວາມຊື່ສັດຕໍ່ກັນ ມັນກໍ່ຈະເຮັດໃຫ້ເຈົ້າ ແລະ ເຂົາມີຄວາມໃກ້ຊິດກັນຫລາຍຂື້ນເອງ.

ຖ້າເຈົ້າຢາກຈະຮູ້ຈັກ ຕົວເຈົ້າເອງຫຼາຍຂຶ້ນ!

ຖ້າເຈົ້າຢາກຮຽນຮູ້ ກ່ຽວກັບ ຕົວເຈົ້າເອງຫຼາຍຂຶ້ນ!

ຖ້າເຈົ້າຢາກຕື່ນຮູ້ກ່ຽວກັບຊີວິດ!

ໂອກາດຂອງທ່ານແມ່ນຢູ່ທີ່ນີ້ ແລ້ວ!

ເບິ່ງວິດີໂອຂ້າງລຸ່ມນີ້ ສໍາລັບ ວິທີການທີ່ຈະໄດ້ເປັນ

ນັກຮຽນຄົນລາວຄົນຕໍ່ໄປ ຂອງສັກໄຊ ແສງອາລຸນ

www.hisakxay.com/life-optimizer

www.hisakxay.com/life-optimizer www.hisakxay.com/life-optimizer www.hisakxay.com/life-optimizer

ໄວໆ​ ກ່ອນທີ່ຈະປິດການລົງທະບຽນ

ໃນທີ່ສຸດທ່ານກໍ່ຈະມີໂອກາດ ກາຍເປັນ 1 ໃນ 10 ຂອງກຸ່ມນັກຮຽນຄົນລາວ ກຸ່ມຕໍ່ໄປດຂອງ ສັກໄຊ ແສງອາລຸນ


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page