top of page

2019 ນີ້! ວິທີທາງທີ່ຈະຊ່ວຍຂັບເຂື່ອນຕົວເຈົ້າໄປໃຫ້ໄດ້ພົບສິ່ງທີ່ດີໃນຕະຫລອດປີ!!!


ປະຕິເສດບໍ່ໄດ້ເລີຍວ່າ ທຸກໆຄົນໃນໂລກນີ້ຍ່ອມຈະຕ້ອງການ ຢາກໄດ້ເວລາເພີ້ມ ຫລື ຫລາຍກວ່າ 24 ຊົ່ວໂມງ ກັນທັງນັ້ນ, ສາມາດເວົ້າໄດ້ເລີຍວ່າເວລາປຽບສະເຫມືອນ ຊັບພະຍາກອນອັນລໍ້າຄ່າຢ່າງຫນຶ່ງ ທີ່ເຮົາບໍ່ສາມາດທີ່ຈະນຳເອົາກັບມາໃຊ້ຄຶນ ໄດ້ເລີຍກໍ່ວ່າໄດ້. ເມື່ອໃດກໍ່ຕາມທີ່ເຈົ້າຮຽນຮູ້ທີ່ຈະຈັດການ ຫລື ແບ່ງເວລາໃຫ້ມັນເຫມາະສົມ ເພື່ອໃຫ້ເກີດປະໂຫຍດອັນສູງສຸດຕໍ່ຕົວເຈົ້າ ເມື່ອນັ້ນເອງເຈົ້າຈະໄດ້ສຳພັດກັບຊີວິດທີ່ແຕກຕ່າງອອກໄປຢ່າງແນ່ນອນ.

ຖ້າຫາກຮູ້ຈັກວິທີ ໃນການຈັດການ ແລະ ບໍລິຫານເວລາ ໃຫ້ເຫມາະສົມກັບຕົວເຮົາ ມັນກໍ່ປຽບສະເຫມືອນວ່າເຈົ້າໄດ້ມອບຂອງຂວັນທີ່ດີທີ່ສຸດສິ່ງຫນຶ່ງໃຫ້ກັບຕົວເຈົ້າເອງ. ຈະເວົ້າໄປມັນກໍ່ຄ້າຍຄຶກັບການຫລີ້ນເກມ, ພຽງແຕ່ວ່າມັນເປັນເກມໃນຊີວິດຈິງເທົ່ານັ້ນ ແລະ ເກມນີ້ເອງຈະສາມາດປ່ຽນແປງ ໃນຫນ້າທີ່ການງານ ຫລື ການດຳເນີນຊີວິດຂອງເຮົາໃຫ້ດີຂື້ນໄດ້. ແນ່ນອນວ່າມັນມີຫລາຍວິທີທາງທີ່ເຮົາສາມາດຈະພັດທະນາ ເພື່ອໃຫ້ເກີດປະສິດທິພາບ ແລະ ຈະນຳມາໃນສິ່ງທີ່ດີຕໍ່ຕົວເຮົາໄດ້, ແຕ່ທັງນີ້ ທັງນັ້ນ ວິທີທາງຕ່າງໆເຫລົ່ານັ້ນກໍ່ຍ່ອມຈະບໍ່ສາມາດພາໃຫ້ເກີດຜົນ ຫລື ໄດ້ຮັບໃນສິ່ງທີ່ຕ້ອງການທັງຫມົດໄດ້ຢ່າງແນ່ນອນ.

ໃນປີໃຫມ່ນີ້ ຖ້າຫາກເຈົ້າມີຄວາມຕັ້ງໃຈວ່າຢາກທີ່ຈະພັດທະນາຕົວເອງໃຫ້ເປັນຄົນໃຫມ່ທີ່ດີກວ່າເກົ່າໃນປີຜ່ານມານັ້ນ, 3 ວິທີທາງຕໍ່ໄປນີ້ຄຶ ພາຫານະທີ່ຈະຊ່ວຍຂັບເຂື່ອນຕົວເຈົ້າໄປໃຫ້ໄດ້ພົບສິ່ງທີ່ດີໃນຕະຫລອດປີ 2019 ນີ້.

1. ເວລາໃນຕອນເຊົ້າ ຄຶຊ່ວງເວລາທີ່ດີທີ່ສຸດ.

ເລີ່ມຕົ້ນມື້ໃຫມ່ດ້ວຍການຝຶກຕົວເອງໃຫ້ຕື່ນແຕ່ເຊົ້າ ພ້ອມທັງປຸກພະລັງຄວາມຄິດໃນຕົວເອງໄປພ້ອມກັບການກິນອາຫານທີ່ມີຄຸນປະໂຫຍດ ໃຫ້ກາຍເປັນກິດຈະວັດປະຈຳວັນຢູ່ສະເຫມີ, ຄົນທີ່ມີຄວາມຄິດສ້າງສັນ ມັກຈະເລີ່ມຕົ້ນມື້ໃຫມ່ດ້ວຍການອອກກໍາລັງກາຍ, ນັ່ງສະມາທິ ຫລື ດ້ວຍການໃຊ້ຄວາມຄິດໃນການແນມເບິ່ງການໄກ ເປັນຕົ້ນ ແລະ ແນ່ນອນວ່າພວກເຂົາຈະຕ້ອງມີອາຫານເຊົ້າທີ່ມີຄຸນະພາບ ແລະ ເປັນປະໂຫຍດ ເພາະມັນຈະໄດ້ເປັນພະລັງງານຊ່ວຍໃຫ້ສາມາດຕໍ່ສູ້ກັບເລື່ອງຕ່າງໆ ໄດ້ຕະຫລອດຫມົດມື້, ເພາະວ່າ ສຸຂະພາບຂອງເຮົາກໍ່ປຽບສະເຫມືອນທຸກສິ່ງທຸກຢ່າງທີ່ກ່ຽວພັນກັບປະສິດທິພາບໃນການເຮັດວຽກຂອງເຮົາ, ສິ່ງທີ່ເຮົາດື່ມ ຫລື ຮັບປະທານ ໄປນັ້ນຍ່ອມຈະມີຜົນໂດຍຕົງຕໍ່ສະພາບຮ່າງກາຍ ແລະ ຈິດໃຈ ຂອງເຮົາທັງຫມົດ.

ພວກເຮົາບໍ່ຄວນທີ່ຈະຖືເບົາກັບເລື່ອງນີ້, ໃນຕອນເຊົ້າຂອງແຕ່ລະມື້ຈົ່ງພະຍາຍາມກະຕຸ້ນຈິດໃຕ້ສໍານຶກ ເພື່ອໃຫ້ຮ່າງກາຍ ແລະ ຈິດໃຈ ໄດ້ຮັບສິ່ງທີ່ດີຢູ່ສະເຫມີ, ຈົ່ງການເລີ່ມຕົ້ນມື້ໃຫມ່ຂອງເຈົ້າດ້ວຍການຢຸດຢັ້ງສິ່ງຕ່າງໆທີ່ມັນຈະມາເປັນໂຕຂັດຂວາງຄວາມສຳເລັດຂອງເຮົາ ໂດຍບໍ່ມີຂໍ້ສົງໄສ.

“ເອົາໃຈໃສ່ໃນການເລີ່ມຕົ້ນເຮັດສິ່ງຕ່າງໆໃຫ້ດີ ຍ່ອມຈະດີກວ່າມາເສຍເວລາແກ້ໄຂພາຍຫລັງ” – Tim Ferris

2. ຈັດສັນເວລາໃຫ້ເຫມາະສົມກັບໂຕເອງ.

ບຸກຄົນທີ່ມີປະສິດທິພາບໃນການເຮັດວຽກທີ່ດີ ຍ່ອມຈະຮູ້ຈັກການແບ່ງວຽກໃຫ້ເຫມາະສົມກັບລະດັບຂີດຄວາມສາມາດຂອງໂຕເຂົາເຈົ້າເອງ, ມັນເປັນສິ່ງທີ່ຍາກ ແລະ ທ້າທາຍ ສະນັ້ນເຮົາຈຶ່ງຈໍາເປັນຕ້ອງໄດ້ມີການວາງແຜນໃນການເຮັດວຽກ ເຊຶ່ງຕ້ອງໄດ້ມຸ້ງເນັ້ນ ຄຶໃຫ້ຄວາມສຳຄັນກັບເວລາເຫລົ່ານີ້ໃນແຕ່ລະມື້ ແລ້ວເຈົ້າຈະຮູ້ສຶກໄດ້ວ່າມັນບໍ່ໄດ້ຫຍຸ້ງຍາກ ຫລື ສັບຊ້ອນອິຫຍັງໃນການເຮັດຕາມແຜນການທີ່ໄດ້ກຳນົດໄວ້ນັ້ນ ແລະ ສຸດທ້າຍມັນຈະນຳມາໃຫ້ເຫັນເປັນຮູບປະທຳທີ່ຈະນຳພາເຮົາໄປສູ່ໄຊຊະນະທີ່ຍິ່ງໃຫຍ່ໄດ້.

3. ເຮັດວຽກຍ້ອນຫລັງ.

ບຸກຄົນທີ່ມີປະສິດທິພາບໃນການເຮັດວຽກທີ່ດີ ພວກເຂົາຍ່ອມຈະເລືອກເຮັດກິດຈະກຳທີ່ມັນຈະນຳພາເຂົາໃຫ້ກ້າວ ຫລື ສາມາດພັດທະນະທັກສະໃຫ້ໄປຢູ່ໃນອີກລະດັບຫນຶ່ງ, ພວກເຂົາມີການວາງແຜນທີ່ຈະເຮັດວຽກຍ້ອນຫລັງ ພ້ອມກັບການເບິ່ງໄປທີ່ເປົ້າຫມາຍ ແລະ ລະບຸສິ່ງທີ່ຕ້ອງເຮັດໄວ້ຢ່າງຊັດເຈນ ໂດຍການກຳນົດຫນ້າວຽກ ຫລື ແຜນການ ເປັນລາຍອາທິດ, ອາທິດໄປ ເຊຶ່ງນັ້ນຄຶສິ່ງທີ່ເຂົາເຈົ້າວາງແຜນໄວ້.

ແນ່ນອນວ່າ ການວາງແຜນໃນຫນ້າວຽກເທົ່ານັ້ນ ມັນຍ່ອມຈະບໍ່ພໍ, ສິ່ງທີ່ສໍາຄັນບໍ່ແພ້ກັນອີກປະການຫນຶ່ງກໍ່ຄຶການລົງມືເຮັດ, ລົງມືປະຕິບັດໂຕຈິງ, ຢ່າງຫນ້ອຍຕ້ອງໄດ້ເຮັດຫນຶ່ງຢ່າງຕໍ່ມື້ທີ່ມັນຈະສາມາດເປັນຕົວຜັກດັນໃຫ້ໂຕເຮົາເຂົ້າໄປສູ່ເປົ້າຫມາຍອັນຍິ່ງໃຫຍ່ໃນອານາຄົດໄດ້. ແນ່ນອນວ່າ ສິ່ງທີ່ຟັງມາທັງຫມົດນັ້ນມັນອາດຈະເບິ່ງບໍ່ເຫັນພາບຊັດເຈນປານໃດ, ເພາະສິ່ງທີ່ສໍາຄັນທີ່ສຸດຄຶເຮົາຕ້ອງໄດ້ປະຕິບັດຕາມ.

ຈົ່ງຮຽນຮູ້ທີ່ຈະສ້າງນິໄສ ເພື່ອໃຫ້ບັນລຸໃນເປົ້າຫມາຍ ແລະ ວຽກງານຂອງເຈົ້າ ໂດຍການນຳໃຊ້ເຄັດລັບ ແລະ ເທັກນິກ ທີ່ງ່າຍໆ, ເພື່ອທີ່ເຈົ້າຈະສາມາດບໍລິຫານເວລາໃຫ້ດີຂື້ນເພື່ອໃຫ້ໄດ້ສິ່ງຕ່າງໆທີ່ຕ້ອງການ.

“ຖ້າເຈົ້າຫາກມົວເມົາແຕ່ໃຊ້ເວລາສ່ວນໃຫຍ່ ໄປກັບການຄິດ ຫລຶ ກັງວົນໃນສິ່ງທີ່ຈະເກີດຂື້ນ, ເຈົ້າຈະບໍ່ມີທາງທີ່ຈະສາມາດເຮັດຫຍັງໃຫ້ສໍາເລັດໄດ້.” – Bruce Lee

ທ່ານສາມາດຕິດຕາມບົດເລື່ອງຕ່າງໆທີ່ດີແບບນີ້ໄດ້ດ້ວຍຜ່ານທາງ Facebook page ຂອງພວກເຮົາໄດ້ທີ່ນີ້.

www.facebook.com/sakxay

ສະບາຍດີປິໃຫມ່ 2019.

ສັກໄຊ ແສງອາລຸນ

ພິເສດ!!!

ມີນັກຮຽນຂອງຂ້ອຍຈຳນວນຫນຶ່ງ ໄດ້ສົນໃຈຖາມເຖີງວິທີໃນການຈັດຕາຕະລາງເວລາໃນແຕ່ລະມື້ຂອງຂ້ອຍແນວໃດ ແລະ ເປັນຫຍັງຂ້ອຍຈຶ່ງໄດ້ເນັ້ນເລື່ອງຂອງເວລາ ລວມເຖີງການວາງແຜນຕາຕະລາງໃນການໂທຫານັກຮຽນຂອງຂ້ອຍແຕ່ລະຄົນຄຶແນວໃດ.

ຂ້ອຍເຄີຍຄິດວ່າເລື່ອງນີ້ເປັນເລື່ອງສ່ວນໂຕ, ແຕ່ເຈົ້າຮູ້ຫລືບໍ່ວ່າການເຮັດແບບນີ້ມັນມີປະໂຫຍດຫລາຍ, ມັນຈະຊ່ວຍເຕືອນເຮົາໃນທຸກໆຢ່າງ “ເພາະທຸກຢ່າງຍ່ອມຕະຕ້ອງໄດ້ໃຊ້ເວລາ ແລະ ຄວາມທຸ້ມເທ” ແລະ ດ້ານລຸ່ມນີ້ຄຶຕາຕະລາງການຈັດສັນເວລາຂອງຂ້ອຍສຳຫລັບ ວັນອັງຄານ “ແຕ່ໃນນີ້ຈະບໍ່ລວມກັບເວລາໃນການຮຽນຂອງຂ້ອຍ”

ເຊີ່ງມັນເປັນການສະຫລຸບໂດຍຫຍໍ້ ຄຶດັ່ງນີ້. ຂ້ອຍຕື່ນນອນໃນເວລາ 5 ໂມງເຊົ້າ, ແລະ ມື້ນັ້ນຂອງຂ້ອຍແມ່ນມັນໄດ້ເລີ່ມຕັ້ງແຕ່ເວລາ 5:10 AM, ດ້ວຍການນັ່ງສະມາທິ, ການທົບທວນກ່ຽວກັບຊີວິດ, ການນຶກ-ການວາດພາບ ຫລື ການອ່ານຫນັງສື ໂດຍບໍ່ສົນກັບໂທລະສັບໃນເວລານີ້.

6 AM, ຂ້ອຍຈຶ່ງເລີ່ມຈັບເອົາໂທລະສັບເພື່ອມາກວດເບິ່ງກິດຈະວັດປະຈໍາວັນຕ່າງໆ ແລະ ຈາກນັ້ນກໍ່ໄດ້ມຸ້ງຫນ້າໄປທີ່ ຢີມ (gym) ເພື່ອໄປອອກກໍາລັງກາຍ ໂດຍໃຊ້ເວລາປະມານ 1 ຊົ່ວໂມງ.

8 AM, ຂ້ອຍພະຍາຍາມທີ່ຈະຈົດຈໍ່ກັບວຽກທີ່ຂ້ອຍເອີ້ນມັນວ່າ DeepWork#1 ໂດຍບໍ່ສົນກັບໂທລະສັບໃນເວລານີ້.

10 AM, ຂ້ອຍໄດ້ໂທຫານັກຮຽນ VIP ຄົນທີ 1 ຂອງຂ້ອຍ ເພື່ອແນະນໍາແນວທາງ ແລະ ບົດຮຽນທີ່ຂ້ອຍໄດ້ສອນໃຫ້ກັບລາວ.

11 AM, ຂ້ອຍຈະພັກຜ່ອນສາຍຕາໄປຊ່ວງຫນຶ່ງ ແລະ ຫລັງຈາກນັ້ນກໍ່ກິນເຂົ້າທ່ຽງ ເພື່ອເປັນການຢັ້ງຢືນວ່າ ຮ່າງກາຍຂອງຂ້ອຍຍັງຄົງພ້ອມທີ່ຈະລຸຍຕໍ່.

12 AM, ຂ້ອຍໄດ້ໂທຫານັກຮຽນ VIP ຄົນທີ 2 ຂອງຂ້ອຍ.ແລະ ຫລັງຈາກນັ້ນຂ້ອຍຈະພະຍາຍາມໃຊ້ເວລາ 1 ຊົ່ວໂມງ ເພື່ອອ່ານຫນັງສືໃຫ້ຈົບ 1 ເຫລັ້ມ.

ຈາກນັ້ນຈຶ່ງໄປເຮັດວຽກບ້ານ ຫລື ກວດເບິ່ງບົດຮຽນ (ເພາະວ່າຂ້ອຍຍັງຄົງກຳລັງ ສຶກສາຕໍ່ປະລິນຍາໂທຢູ່)

3PM - 3:30PM, ຂ້ອຍຈະໃຊ້ເວລາປະມານ 30 ນາທີ ໃນການອ່ານຫນັງສຶພີມ ຫລື ບໍ່ກໍ່ອ່ານຂ່າວສານຕ່າງໆ. ຫລັງຈາກນັ້ນຂ້ອຍກໍ່ສຸມໃສ່ໃນການເຮັດ DeepWork#2 ສຳຫລັບຫົວຂໍ້ທີ່ຈະນຳໄປເຜີຍແຜ່ຢູ່ໃນສື່ສັງຄົມອອນໄລ (Social media)

5PM to 6:30PM, ແມ່ນເວລາໃນການພັກຜ່ອນ (Chill+Relax) ແລະ ຮັບປະທານອາຫານຄ່ຳ.

8PM to 9PM, ແມ່ນເວລາທີ່ຂ້ອຍຈະໄດ້ໂທຫານັກຮຽນ VIP ຄົນທີ 3 ທີ່ລາວຢູ່ USA.

ແລະ ຫລັງຈາກນັ້ນຂ້ອຍຈຶ່ງໄປອາບນ້ຳ ແລະ ກໍ່ສຸມໃສ່ໃນການເຮັດ DeepWork#3, ແລະ ພັກຜ່ອນ-ຜ່ອນຄາຍອື່ນໆ.

ເຊີ່ງມື້ນີ້ມັນຈະຂ້ອນຂ້າງພິເສດແດ່ຫນ້ອຍຫນຶ່ງ ເພາະຂ້ອຍໄດ້ມີຕາຕະລາງໃນການໂທຫານັກຮຽນຂອງຂ້ອຍທີ່ຢູ່ USA ໃນເວລາ 10:40 PM.

ໂດຍປົກກະຕິແລ້ວ ໂທລະສັບຂອງຂ້ອຍມັນຈະລ໋ອກອັດຕະໂນມັດໃນເວລາ 11:30 PM, ຖ້າຫາກວ່າຂ້ອຍບໍ່ໄດ້ຕອບກັບໃນເວລານັ້ນ ເຈົ້າຈະຮູ້ດີວ່າມັນເກີດຫຍັງຂື້ນ.

ແລະ ຂ້ອຍໄດ້ໃຊ້ເວລາກ່ອນຈະເຂົ້ານອນປະມານ 20 ນາທີ ໃນການສະສາງ, ການທົບທວນໃນຊ່ວງເວລາຂອງມື້ນັ້ນໆທີ່ໄດ້ຜ່ານມາ ແລະ ລວມເຖີງການວາງແຜນຫນ້າວຽກໃນມື້ຕໍ່ໄປ. ໂດຍປົກກະຕິຂ້ອຍຈະເຂົ້ານອນໃນເວລາ 11:30 PM. ແລະ ມື້ຕໍ່ໄປກໍ່ເຮັດຊ້ຳຄຶນຄຶເກົ່າ.

ຫລາຍຄົນມັກເວົ້າວ່າ ສິ່ງທີ່ເຈົ້າເຮັດ ຫລື ຕາຕະລາງຫນ້າວຽກຂອງເຈົ້າ ມັນບໍ່ຫລາຍເກີນໄປຫວາ, ເຈົ້າບໍ່ເມື່ອຍບໍ? ໃນຄວາມເປັນຈິງແລ້ວ ແລະ ເວລາທັງຫມົດແລ້ວ ຂ້ອຍສາມາດປະຕິບັດຕາມເວລາທີ່ໄດ້ກຳນົດໄປນັ້ນພຽງແຕ່ປະມານ 90% ເທົ່ານັ້ນ, ເພາະບາງຄັ້ງການໂທຫານັກຮຽນໃນແຕ່ລະຄັ້ງອາດຈະໃຊ້ເວລາກາຍກຳນົດ, ບາງຄັ້ງການຮັບປະທານອາຫານທີ່ແຊບ ຫລື ຖືກໃຈກໍ່ໃຊ້ເວລາແກ່ຍາວໄປແດ່ 555.

ແຕ່ທັງນີ້ທັງນັ້ນ ຂ້ອຍໄດ້ເຮັດໃນສິ່ງທີ່ຂ້ອຍຮັກ ບໍ່ວ່າຈະເປັນການໃຫ້ແຮງບັນດານໃຈ, ການແນະນຳຜູ້ຄົນເພື່ອໃຫ້ເຂົາເຈົ້າມີຊີວິດທີ່ດີໄດ້.

ທີ່ຈິງແລ້ວ ມື້ທີ່ຂ້ອຍສາມາດດຳເນີນການໄດ້ເປັນໄປຕາມແຜນໃຫ້ໄດ້ 100% ແມ່ນມື້ທີ່ເອີ້ນວ່າມື້ແຫ່ງການເຕີມເຕັມ. ດັ່ງນັ້ນຂ້ອຍຈຶ່ງຢາກເວົ້າວ່າ ຈົ່ງລອງພະຍາຍາມເຮັດມັນ ແລະ ເບິ່ງວ່າເຮົາໄດ້ມີຄວາມສຸກກັບສິ່ງທີ່ເຮັດໄປນັ້ນບໍ່ (ເຊິ່ງບໍ່ແມ່ນການທີ່ອ້າງວ່າເຮົາຫຍຸ້ງ-ເຮົາຄາ...) ຊີວິດເຮົາສາມາດເຮັດໄດ້.

ສັກໄຊ. ດ້ວຍຄວາມຮັກແພງ.

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!

ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!

ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ

ຮ້ານປື້ມ ດີບຸກ 97636007 / 99284384


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page