top of page

“ຄວາມສຳເລັດ ມັນຄຶສິ່ງທີ່ເຮົາຈຳເປັນຈະຕ້ອງໄດ້ເຮັດສິ່ງທີ່ດີຊໍ້າໆກັນ ຢູ່ທຸກໆມື້ ແລະ ຄວາມລົ້ມເຫລວ ກໍ່ຄຶສິ


“ຄວາມສຳເລັດ ມັນຄຶສິ່ງທີ່ເຮົາຈຳເປັນຈະຕ້ອງໄດ້ເຮັດສິ່ງທີ່ດີຊໍ້າໆກັນ ຢູ່ທຸກໆມື້ ແລະ ຄວາມລົ້ມເຫລວ ກໍ່ຄຶສິ່ງທີ່ບໍ່ດີທີ່ເຮົາເຮັດເປັນປະຈຳຊໍ້າໆກັນ ຢູ່ທຸກມື້ເຊັ່ນກັນ” – Jim Rohn

ເຮົາຮູ້ວ່າການທີ່ຈະສາມາດປະສົບກັບຄວາມສຳເລັດໄດ້ນັ້ນ ເຮົາຈຳເປັນຈະຕ້ອງໄດ້ຮຽນຮູ້ ສິ່ງທີ່ເປັນວິທີການເລັກໆນ້ອຍໆທີ່ເຮົາໄດ້ຮັບ ແລະ ລວມເຖີງອຸປະນິດໄສ ຂອງເຮົານັ້ນເອງ.

ແລ້ວອຸປະນິດໄສ ເຫລົ່ານັ້ນມັນເປັນຄຶແນວໃດ?

ຄວາມຫມັ້ນໃຈ.

ຄຳຮາກສັບຂອງຄວາມຫມັ້ນໃຈ ແມ່ນມາຈາກພາສາລາຕິນ ທີ່ຫມາຍເຖີງ “ການໄວ້ໃຈ”

ແລ້ວແມ່ນໃຜທີ່ເຈົ້າຄວນຈະໄວ້ໃຈໄດ້? ຄຳຕອບກໍ່ຄຶ ຕົວເຈົ້າເອງ ນັ້ນລະ?

ຄົນສ່ວນໃຫຍ່ທີ່ບໍ່ປະສົບຄວາມສຳເລັດ ແລະ ບໍ່ມີຄວາມສຸກໃນການໃຊ້ຊີວິດ ຍ້ອນວ່າພວກເຂົາບໍ່ມີຄວາມເຊື່ອຫມັ້ນ ຫລື ໄວ້ໃຈໃນໂຕເອງ, ພວກເຂົາບໍ່ແນ່ໃຈວ່າຈະສາມາດແກ້ໄຂບັນຫາ ຫລື ສິ່ງຕ່າງໆທີ່ເຂົ້າມາໃນຊີວິດໄດ້ຫລືບໍ່.

ເຈົ້າຈະຮູ້ໄດ້ແນວວ່າ ເຈົ້າຈະສາມາດເຮັດໄດ້ຫລືບໍ່, ໃນເມື່ອວ່າເຈົ້າຍັງບໍ່ເຄີຍທີ່ຈະລອງເຮັດມັນເລີຍ.

ລົງມືເຮັດ.

ສະນັ້ນ ເຮົາຈະມີວິທີການແນວໃດເພື່ອທີ່ຈະສ້າງຄວາມໄວ້ວາງໃຈໃຫ້ກັບໂຕເຮົາເອງ ວ່າເຮົາສາມາດທີ່ຈະບັນລຸສິ່ງທີ່ເຮົາຕ້ອງການ ແລະ ເຮັດໃຫ້ທຸກໆຢ່າງນັ້ນເກີດຂື້ນໄດ້?

ນັ້ນຄຶການສ້າງປະຫວັດທີ່ດີໃຫ້ແກ່ໂຕເອງ ເມື່ອເວລາທີ່ເຮົາພົບກັບສິ່ງຕ່າງໆທີ່ເຂົ້າມາຫາເຮົາ

ຈົ່ງສ້າງນິໄສໃຫ້ໂຕເອງ ໄດ້ລົງມືເຮັດບໍ່ວ່າເລື່ອງນັ້ນ ຈະເປັນເລື່ອງທີ່ນ້ອຍພຽງໃດກໍ່ຕາມ, ແລ້ວຈາກນັ້ນມັນຈະຊ່ວຍສ້າງໃຫ້ເຮົາໄດ້ຮັບໂອກາດໃນການທີ່ຈະໄວ້ວາງໃຈໂຕເອງ ໃນເວລາທີ່ເຮົາພົບກັບເລື່ອງໃຫຍ່ໆ, ນັ້ນຄຶການສ້າງປະຫວັດທີ່ດີ ເພື່ອໃຫ້ມັນກາຍເປັນນິໄສຂອງເຮົາ.

ເມື່ອໃດທີ່ບັນຫາຍິ່ງໃຫຍ່ໄດ້ເຂົ້າມາຫາ, ເຮົາຈະເປັນຄົນດຽວທີ່ຮູ້ຕົວເຮົາເອງດີວ່າ ເຮົາໄດ້ມີຄວາມພ້ອມສຳຫລັບມັນເທົ່າໃດ.

3 ຢ່າງທີ່ຄົນປະສົບຄວາມສໍາເລັດເຮັດໃນສິ່ງທີ່ແຕກຕ່າງ.

ແຕ່ນີ້ບໍ່ແມ່ນລວມທັງຫມົດທີ່ເຈົ້າຕ້ອງການໃຫ້ປະສົບຄວາມສຳເລັດ. ຄົນຜູ້ທີ່ເຂົາປະສົບຄວາມສຳເລັດເຂົາບໍ່ໄດ້ພຽງແຕ່ເຮັດສິ່ງທີ່ພວກເຂົາກ່າວໄວ້ເທົ່ານັ້ນ, ພວກເຂົາຍັງເຮັດໃນສິ່ງທີ່ມັນແຕກຕ່າງອອກໄປຈາກຄົນອື່ນອີກ, ວິທີການເບິ່ງສະຖານະການ ແລະ ການເຂົ້າເຖີງບັນຫາຂອງພວກເຂົາແມ່ນໄດ້ແຕກຕ່າງອອກໄປຈາກຄົນທົ່ວໄປ, ແຕ່ນິໃສຫລືການກະທຳເຫລົ່ານີ້ ມັນບໍ່ໄດ້ເກີດຂື້ນມາໂດຍທຳມະຊາດ, ແນ່ນອນວ່າພວກເຂົາສາມາດຮຽນຮູ້ມັນໄດ້.

ຕ້ອງການທີ່ຈະຮູ້ບໍ່ວ່າ ແມ່ນຫຍັງຄຶ 3 ສິ່ງທີ່ຜູ້ປະສົບຄວາມສຳເລັດເຂົາເຮັດກັນແດ່ ເບິ່ງໄດ້ຈາກດ້ານລຸ່ມນີ້:

1. ເລືອກນອກເຫນືອ ອອກຈາກຂອບເຂດ comfort zone.

ຫົນທາງທີ່ຈະໄປຮອດເສັ້ນໄຊແຫ່ງຄວາມສຳເລັດແມ່ນມີຄວາມຫຍຸ້ງຍາກຫລາຍ ມັນຕ້ອງໄດ້ອາໄສຄວາມຄວາມກ້າຫານທີ່ຈະປີນໄຕ່. ມີສິ່ງທີ່ດີທີ່ສຸດໃນຊີວິດກຳລັງລໍຖ້າເຮົາຢູ່ ຂໍພຽງແຕ່ເຮົາກ້າທີ່ຈະອອກຈາກຂອບເຂດ comfort zone, ມັນຈະນໍາພາເຮົາໄປພົບກັບຄວາມເຕີບໃຫຍ່ ແລະ ຄວາມສຳເລັດຕໍ່ເປົ້າຫມາຍທີ່ເຮົາໄດ້ຕັ້ງໄວ້.

2. ຄວາມຄິດຕ້ອງຢູ່ເຫນືອຄວາມທຸກຍາກ.

ຄວາມສຳເລັດ 80% ແມ່ນມາຈາກຄວາມຄິດທີ່ຢູ່ພາຍໃນຈິດໃຈ ແລະ ອີກ 20% ແມ່ນມາຈາກຂະບວນການ ຫລື ວິທີການດຳເນີນງານ. ເຖີງແມ່ນວ່າເຮົາຈະມີກົນລະຍຸດ, ວິທີການພຽງປານໃດ ແຕ່ມັນກໍ່ຈະບໍ່ໄດ້ຊ່ວຍເຮັດໃຫ້ເຮົາໄປພົບກັບຄວາມສຳເລັດໄດ້ຕາມທີ່ເຮົາຕ້ອງການ ຫາກວ່າເຮົາບໍ່ມີພື້ນຖານຄວາມຄິດທີ່ຖືກຕ້ອງ. ຈົ່ງຈື່ໄວ້ວ່າອັນໃດກໍ່ຕາມ ຖ້າຫາກເຮົາມີຄວາມຄິດທີ່ວ່າຈະສາມາດເຮັດໄດ້, ມັນກໍ່ຈະເປັນໄປໄດ້ ແລະ ສຳເລັດຢ່າງແນ່ນອນ.

3.ການມີເຄືອຂ່າຍສາມາດທີ່ຈະຊ່ວຍເຮົາໄດ້.

ການທີ່ຈະສາມາດປະສົບກັບຄວາມສຳເລັດໄດ້ນັ້ນ ມັນບໍ່ແມ່ນວ່າເຮົາຈະອາໄສຕົວເຮົາເອງຄົນດຽວ, ເຮົາຈະສາມາດເຂົ້າໃກ້ເຖີງຄວາມສຳເລັດໄດ້ໄວຂື້ນ ຖ້າຫາກເຮົາເອົາໂຕເອງເຂົ້າໄປຢູ່ກັບບຸກຄົນທີ່ມີແນວຄວາມຄິດດ້ານບວກ, ເມື່ອເວລາທີ່ເຮົາເອົາໂຕເອງເຂົ້າໄປຢູ່ກັບຜູ້ຄົນ ຫລື ປະສົບການໃຫມ່ໆ, ເຮົາຈະໄດ້ຮັບໂອກາດເພີ້ມຫລາຍຂື້ນ ເພື່ອທີ່ຈະໃຫ້ເຮົາເຂົ້າໄປຫາຄວາມສຳເລັດໄວຂື້ນເກີນກວ່າທີ່ເຮົາໄດ້ເຄີຍຄິດມາໄວ້ກ່ອນ.

ພ້ອມທີ່ຈະເລີ່ມຕົ້ນປ່ຽນແປງໂຕເອງ ເພື່ອໃຫ້ເປັນບຸກຄົນທີ່ປະສົບຄວາມສຳເລັດແລ້ວຫລືບໍ່? ແນ່ນອນວ່າ ມັນຈະບໍ່ໄດ້ເກີດຂື້ນໃນຊ່ວງພຽງເວລາຊົ່ວຂ້າມຄຶນ, ມັນຈະຕ້ອງໄດ້ອາໄສຄວາມພະຍາຍາມ ແລະ ຄວາມມຸ້ງຫມັ້ນໃນໂຕເຮົາຂອງເອງ. ແຕ່ທ້າຍທີ່ສຸດແລ້ວ, ມັນຈະຄຸ້ມຄ່າ ຢ່າງແນ່ນອນ.

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!

ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!

ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ

ຮ້ານປື້ມ ດີບຸກ 97636007 / 99284384


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page