top of page

ຈົດຫມາຍເຖິງ ແມ່ຍິງທຸກໆຄົນ

ເຖິງ ແມ່ຍິງທຸກໆຄົນ

ຂ້ອຍຮູ້ດີວ່າ ຂ້ອຍອາດຈະເປັນພຽງຄົນທີ່ແປກຫນ້າ ແລະ ອາດຈະບໍ່ມີຄວາມຫມາຍອຶຫຍັງກັບເຈົ້າ, ແຕ່ເມື່ອໃດທີ່ເຈົ້າໄດ້ອ່ານບົດນີ້ຈົບລົງ ຂ້ອຍຫວັງວ່າເຈົ້າອາດຈະສາມາດລະນຶກໄດ້ວ່າ ເຈົ້າສາມາດທີ່ຈະຢູ່ເຫນືອ ຄວາມຮູ້ສືກຂອງຄວາມເຈັບປວດໄດ້ ແລະ ເຈົ້າເອງແມ່ນຍັງມີຄຸນຄ່າຫລາຍກວ່າບຸກຄົນທີ່ເຈົ້າໄດ້ຫລົງໄປເສຍເວລາ ແລະ ມອບຄວາມຮັກໃຫ້.

ເຮົາບໍ່ສາມາດທີ່ຈະບັງຄັບຫົວໃຈຂອງເຮົາເອງໃຫ້ເຂັ້ມແຂງພໍ ເພື່ອທີ່ຈະໃຫ້ຮັກໂດຍບໍ່ມີເງື່ອນໄຂ, ຄວາມເມດຕາຂອງເຮົາມັນບໍ່ແມ່ນຈຸດອອ່ນ ແຕ່ມັນຄຶຈຸດແຂງຂອງເຮົາຕ່າງຫາກ ແລະ ມັນອາດຈະຮອດເວລາແລ້ວທີ່ເຮົາຄວນຈະຫາ ຫລື ເສີມສ້າງແຮງພັກດັນໃຫ້ແກ່ໂຕເຮົາ.

ມັນບໍ່ມີຫຍັງທີ່ພິເສດ ສຳຫລັບຄົນທີ່ຖີ້ມເຮົາໄປ ແລ້ວພະຍາຍາມທີ່ຈະກັບຄຶນດີກັບເຮົາຫລັງຈາກທີ່ເຂົາເບື່ອຫນ່າຍກັບຄົນທີ່ເຂົາຍອມເລີກກັບເຈົ້າເພື່ອໄປຫາ, ມັນບໍ່ມີຫຍັງທີ່ພິເສດ ສຳຫລັບຂໍ້ຄວາມທີ່ຂຽນວ່າ “ຄິດຮອດ” ຈາກຄົນທີ່ບໍ່ສົມຄວນເລີຍທີ່ຈະຕິດຕໍ່ກັບເຈົ້າອີກຕໍ່ໄປ.

ມັນບໍ່ມີຫຍັງທີ່ພິເສດ ສຳຫລັບຄົນທີ່ເຄີຍປະປ່ອຍເຈົ້າໄປ ເຖີງວ່າສຸດທ້າຍແລ້ວເຂົາຈະເຂົ້າໃຈ ແລະ ເຫັນຄຸນຄ່າຂອງເຈົ້າກໍ່ຕາມ. ຈົ່ງຢູ່ໃຫ້ຫ່າງຈາກບຸກຄົນທີ່ບໍ່ຕ້ອງການທີ່ຈະມີຄວາມສຳພັນກັບເຈົ້າ ແຕ່ຕ້ອງການທີ່ຈະໃຫ້ເຈົ້າປະຕິບັດທຸກຢ່າງຄ້າຍຄຶກັບວ່າເຂົາເປັນແຟນກັບເຈົ້າ, ຢ່າໄປສົນນຳຄົນທີ່ເຮັດໂຕບໍ່ເປັນຜູ້ໃຫຍ່ ທີ່ບໍ່ສົມຄວນທີ່ຈະຄູ່ຄວນກັບເຈົ້າເລີຍ.

ເຈົ້າຈະໄດ້ພົບກັບຄົນຫລາກຫລາຍຮູບແບບ ທີ່ຕ້ອງການຈະສະແດງໃຫ້ເຈົ້າເຫັນວ່າເຂົາຍິ່ງໃຫຍ່,ບາງຄົນຈະພະຍາຍາມເວົ້າເຖີງແຕ່ສິ່ງທີ່ມັນເປັນໄປໄດ້ ໂດຍທີ່ບໍ່ຕ້ອງໄດ້ໃຊ້ຄວາມພະຍາຍາມຫຍັງເລີຍ. ຄົນປະເພດນີ້ມັກຈະເປັນຄົນທີ່ຜ່າຍແພ້ຢ່າງແທ້ຈິງ, ເປັນຄົນທີ່ບໍ່ໄດ້ເລື່ອງເລີຍ ເມື່ອຂ້ອຍເວົ້າມາຮອດນີ້ເຈົ້າຈະສາມາດຄິດເຖີງຊື່ຂອງເຂົາໄດ້ເລີຍແມ່ນບໍ່.

ເຈົ້າຮູ້ໂຕບໍ່ວ່າເຈົ້າປຽບເຫມືອນເປັນດັ່ງດອກກຸຫລາບ...ເຊິ່ງມັນເປັນສິ່ງທີ່ສຳຄັນຫລາຍທີ່ຄວນຈະຈື່ຈຳໄວ້ວ່າ ເຈົ້າມີຄວາມສາມາດທີ່ຈະຫົດນ້ຳ ຫລື ເພີ້ມນໍ້າໃຫ້ກັບສວນຂອງເຈົ້າເອງໄດ້, ເຈົ້າປຽບສະເຫມືອນເປັນດັ່ງຍິງສາວທີ່ໂດດເດັ່ນຄຶດັ່ງດວງຈັນ ເຊິ່ງເປັນສິ່ງທີ່ສຳຄັນທີ່ສຸດທີ່ເຈົ້າຕ້ອງຮັບຮູ້ວ່າບໍ່ມີໃຜທີ່ຈະສາມາດສະເຫນີເອົາດວງດາວໃຫ້ກັບເຈົ້າໄດ້ ໃນເມື່ອເຈົ້າໄດ້ກາຍເປັນເຈົ້າຂອງໆທ້ອງຟ້າໃນຍາມລາຕີເຊັ່ນນີ້.

ເຖີງຄົນທີ່ກຳລັງອ່ານຂໍ້ຄວາມນີ້ຢູ່...ບໍ່ວ່າທ່ານຈະກຳລັງຕໍ່ສູ້ກັບສິ່ງໃດ ສິ່ງຫນຶ່ງຢູ່ກໍ່ຕາມ ຫລື ກຳລັງຕໍ່ສູ້ຢູ່ກັບນ້ຳຕາແຫ່ງຄວາມເຈັບປວດ ຫລື ການອິດເຫມື່ອຍກັບຄວາມສຳພັນທີ່ມັນບໍ່ຄ່ອຍຈະລາບລື່ນປານໃດກໍ່ຕາມ.

ເຈົ້າມີຈຸດມຸ້ງຫມາຍທີ່ດີທີ່ສົມຄວນຈະໄດ້ຮັບຫລາຍກວ່າທີ່ຈະຕ້ອງມາທົນທຸກທໍລະມານແບບນີ້ ແລະ ຂ້ອຍຫວັງວ່າເຈົ້າຈະໄດ້ພົບກັບໃຜບາງຄົນທີ່ເຂົ້າກັບໂຕເຈົ້າໄດ້ ແລະ ຄົນທີ່ດີແບບເຈົ້າ, ເພາະເຈົ້າສົມຄວນທີ່ຈະໄດ້ພົບກັບຄວາມສຳພັນທີ່ຈະບໍ່ເຮັດໃຫ້ເຈົ້າເສຍໃຈ ແຕ່ກ່ອນທີ່ຈະໄດ້ພົບກັບຄົນແບບນັ້ນ ຈົ່ງຢ່າຍອມແພ້ ແລະ ລົ້ມເລີກຄວາມຕັ້ງໃຈຂອງເຈົ້າໄປກ່ອນ.

ຈາກ ສັກໄຊ ແສງອາລຸນ


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page