top of page

ເມື່ອໃດທີ່ເຈົ້າໄດ້ຮຽນຮູ້ຄວາມເປັນຈິງຂອງຊີວິດທັງ 7 ຢ່າງນີ້, ມັນຈະເຮັດໃຫ້ເຈົ້າກາຍເປັນຄົນທີ່ເຂັ້ມແຂງຂື້ນ

ເມື່ອໃດທີ່ເຈົ້າໄດ້ຮຽນຮູ້ຄວາມເປັນຈິງຂອງຊີວິດທັງ 7 ຢ່າງນີ້, ມັນຈະເຮັດໃຫ້ເຈົ້າກາຍເປັນຄົນທີ່ເຂັ້ມແຂງຂື້ນ.

ຫາກເຈົ້າຫວັງວ່າທີ່ຈະໄດ້ຮຽນຮູ້ຄຳແນະນຳ ກ່ຽວຊີວິດໃນແບບທີ່ເຈົ້າເຄີຍໄດ້ຮູ້, ໄດ້ຍິນຜ່ານມາ ຈົ່ງຄິດຄຶນອີກເທື່ອຫນຶ່ງ ເພາະວ່ານີ້ມັນຈະແຕກຕ່າງອອກໄປຈາກທີ່ເຈົ້າເຄີຍຮູ້ມາ.

ຄວາມຈິງ 7 ຂໍ້ດັ່ງຕໍ່ໄປນີ້ ບາງທີເຈົ້າກໍ່ອາດຈະເຄີຍໄດ້ຍີນຜ່ານໆຫູມາແດ່ແລ້ວກໍ່ມີ, ແຕ່ວ່າພວກເຮົາຫມັ້ນໃຈວ່າ ຈະສາມາດຊ່ວຍເຈົ້າໃນການຈັດລຳດັບການດຳລົງຊີວິດ ແລະ ປະສົມປະສານຊີວິດຂອງເຈົ້າໃຫ້ສາມາດເຂົ້າກັນໄດ້ຢ່າງດີແນ່ນອນ.

1. ບໍ່ແມ່ນວ່າຄົນອື່ນ ຈະສາມາດມາຊ່ວຍແກ້ໄຂບັນຫາໃຫ້ເຈົ້າໄດ້, ເຈົ້າຕ້ອງແກ້ໄຂດ້ວຍໂຕຂອງເຈົ້າເອງ.

ມີບາງສິ່ງບາງຢ່າງ ຂາດຫາຍໄປຫລືບໍ່? ຈົ່ງຄົ້ນຫາມັນເບີ່ງ ຫາກເຈົ້າຮູ້ສຶກໂສກເສົ້າ ຫລື ບໍ່ດີ, ລອງອອກໄປຄົ້ນຫາມັນ ເພື່ອຈະເຮັດໃຫ້ເຈົ້າມີຄວາມສຸກ.

ຢ່າໄປຄາດຫວັງ ຫລື ລໍຄອຍວ່າມື້ໃດ ເຮົາຈະໄດ້ເງີນຍ້ອນຖືກເລກ, ຢ່າໄປຄາດຫວັງວ່າຈະມີຄົນມາຊ່ວຍເຮັດໃຫ້ຊີວິດຂອງເຈົ້າດີຂື້ນ. ບໍ່ແມ່ນວ່າເຮົາຈະຢູ່ໃນຄວາມທຸກທໍລະມານຂະຫນາດນັ້ນ, ຈົ່ງຄົ້ນຫາສີ່ງທີ່ເຈົ້າຕ້ອງການຢ່າງແທ້ຈິງ ແລ້ວນໍາມັນອອກມາຖາມຕົວເອງວ່າເຈົ້າຈະເຮັດແນວໃດເພື່ອທີ່ຈະສາມາດກ້າວຂ້າມຜ່ານມັນໄປໄດ້.

2. ບໍ່ມີຫຍັງທີ່ຈະສົມບູນແບບ.

“ມັນບໍ່ແມ່ນເວລາທີ່ເຫມາະສົມ, ມັນມີຄວາມສ່ຽງຫລາຍເກີນໄປ, ຂ້ອຍບໍ່ມີທັກສະເລີຍ”

ຈົ່ງຢຸດເຊົາຈົ່ມ, ຢຸດຫາຂໍ້ອ້າງ ຖ້າເຈົ້າເມົາແຕ່ຫາເວລາທີ່ເຫມາະສົມ, ສະຖານທີ່ໆດີ ຫລື ສະຖານະການທີ່ຖືກຕ້ອງແລ້ວ, ສິ່ງທີ່ເຮົາຈະໄດ້ພົບຄຶຕົວເຮົາເອງກຳລັງນອນລໍຖ້າຢູ່ໃນຕຽງນອນທີ່ຫວ້າງເປົ່າ ແລະ ຍ້ອນເບິ່ງໃນສິ່ງທີ່ເຮົາບໍ່ໄດ້ລົງມືເຮັດຫຍັງເລີຍ.

ເວລາທີ່ເຫມາະສົມທີ່ສຸດກໍ່ຄຶເວລາໃນປັດຈຸບັນ ຈົ່ງກ້າທີ່ຈະກ້າວອອກໄປ ເພື່ອທີ່ຈະໄດ້ຮັບໃນສິ່ງທີ່ເຈົ້າຕ້ອງການ.

3. ເຮົາຈະພົບກັບຄວາມລົ້ມເຫລວ.

ວິທີດຽວທີ່ເຮົາຈະສາມາດຫລີກລ້ຽງຈາກການ ວິພາກ, ວິຈານ ຈາກສັງຄົມໄດ້ກໍ່ຄຶການບໍ່ເຮັດ, ບໍ່ເວົ້າຫຍັງເລີຍ. ຄວາມລົ້ມເຫລວມັນເປັນເລື່ອງປົກກະຕິ, ມັນເປັນເລື່ອງລາວໃນໄລຍະທາງທີ່ທຸກຄົນຕ້ອງໄດ້ພົບ.

ເຮົາຈະຄິດວ່າໂຕເອງເປັນຄົນທີ່ໂງ່, ເຮົາຈະຕັດສິນໃຈໄປໃນສິ່ງທີ່ບໍ່ຖືກຕ້ອງ ແລະ ແນ່ນອນວ່າເຮົາຈະເຮັດໃນສິ່ງທີ່ຜິດພາດໄປ

ແຕ່ກໍ່ບໍ່ເປັນຫຍັງດ໋ອກ ເມື່ອໃດທີ່ເຮົາຜິດພາດໄປ ກໍ່ຈົ່ງຮີບນຳໂຕເອງກັບຄຶນມາໃຫ້ໄດ້, ຢ່າໄປທໍ້ຖອຍພຽງເພາະວ່າເຮົາໄດ້ເຮັດຜິດພາດໄປໃນຄັ້ງທຳອິດ

4. ເຮົາບໍ່ສາມາດທີ່ຈະກັບໄປແກ້ໄຂອາດີດໄດ້.

ຂ້ອຍເຂົ້າໃຈວ່າເລື່ອງນີ້ເປັນສິ່ງທີ່ຍາກລຳບາກ, ບໍ່ວ່າເຮົາຈະພະຍາຍາມປານໃດກໍ່ຕາມ ອາດີດທີ່ຜ່ານມາເຮົາຈະບໍ່ສາມາດທີ່ຈະກັບໄປຂຽນມັນຂື້ນມາໃຫມ່ໄດ້ຢ່າງແນ່ນອນ. ຢ່າໃຊ້ເວລາໄປຢູ່ກັບຄວາມເສຍໃຈ ແລະ ຄວາມຜິດພາດທີ່ເກີດຂື້ນຢູ່ໃນອາດີດ, ເຮົາຄວນຈະມຸ້ງເນັ້ນໄປທີ່ແຜນການທີ່ຈະເຮັດໃນອານາຄົດ ແລະ ເລີ່ມດຳເນີນການຕາມຂັ້ນຕອນທີ່ໄດ້ລະບຸໄວ້, ເຮັດແຕ່ສິ່ງທີ່ເປັນຜົນດີ ເພື່ອທີ່ຈະສາມາດບັນລຸຕາມເປົ້າຫມາຍຂອງເຮົາ.

5.ເຮົາບໍ່ສາມາດຮູ້ໄດ້ຫລອກວ່າ ເຮົາຈະມີເວລາຢູ່ຮອດມື້ອື່ນຫລືບໍ່.

ຈົ່ງຈື່ໄວ້ວ່າ “ຄວາມຕາຍ ສາມາດມາເອົາຊີວິດຂອງເຮົາໄດ້ທຸກເມື່ອ-ທຸກເວລາ” ຄຳເວົ້ານີ້ຖືໄດ້ວ່າເປັນສິ່ງທີ່ດີ ແລະ ສຳຄັນສິ່ງຫນຶ່ງ ທີ່ມາຈະມາຊ່ວຍເຮັດໃຫ້ເຮົາເລືອກຕັດສິນໃຈທຸກໆຢ່າງໃນຊີວິດ, ເພາະເກືອບທຸກຢ່າງຂອງຄວາມຢ້ານກົວ, ຄວາມລໍາບາກໃຈ, ຄວາມຢ້ານທີ່ຈະລົ້ມເຫລວ ສິ່ງທີ່ກ່າວມານັ້ນລ້ວນແລ້ວແຕ່ແມ່ນສົບຕາຢູ່ກັບຄວາມຕາຍຢູ່ແລ້ວ, ສະນັ້ນຈົ່ງຮຽນຮູ້ວ່າສິ່ງໃດຄຶສິ່ງທີ່ສຳຄັນຢ່າງແທ້ຈິງ.

ທຸກຄົນສາມາດທີ່ຈະຈາກໂລກນີ້ໄດ້ຢູ່ທຸກເວລາ, ຢ່າລໍຖ້າໃຫ້ຮອດມື້ອື່ນ ສິ່ງໃດທີ່ສາມາດເຮັດໃຫ້ສຳເລັດໄດ້ໃນມື້ນີ້ ກໍ່ຈົ່ງລົງມືເຮັດເລີຍ, ເພາະສຳລັບຄົນບາງຄົນແລ້ວ ມັດຈຸລາດຂອງຄວາມຕາຍຈະບໍ່ລໍຖ້າ ໃຫ້ຢູ່ຮອດມື້ອື່ນ.

6.ການທີ່ເຮົາມົວແຕ່ຫຍຸ້ງວຽກ ມັນບໍ່ໄດ້ຫມາຍຄວາມວ່າຊີວິດຂອງເຮົາຈະມີປະສິດທີພາບທີ່ດີ.

ຄົນຈຳນວນຫນຶ່ງມີຊີວິດຢູ່ພຽງແຕ່ຫາຂໍ້ອ້າງວ່າພວກເຂົາມີວຽກ ຫລື ພາລະທີ່ຈະຕ້ອງໄດ້ເຮັດຫລາຍເທົ່າໃດ ເທົ່ານັ້ນ, ແຕ່ຖ້າເຮົາລອງໄປເບີ່ງຊີວິດຂອງເຂົາເຈົ້າຢ່າງໃກ້ຊິດແລ້ວ ເຮົາຈະຮູ້ວ່າມັນບໍ່ແມ່ນຄວາມຈິງເລີຍ, ຖ້າພວກເຂົາຕັ້ງຫນ້າ ຕັ້ງຕາເຮັດວຽກ ແລະ ມຸ້ງເນັ້ນໄປໃນທີ່ສິ່ງທີ່ພວກເຂົາຈະຕ້ອງເຮັດຕັ້ງແຕ່ຕົ້ນ ກໍ່ຈະເຮັດໃຫ້ບໍ່ຕ້ອງມາເສຍເວລາຕັ້ງແຕ່ຕອນທຳອິດ.

ການເຮັດວຽກຢ່າງຊານສະຫລາດ ແລະ ຮອບຄອບ ຄຶການເຮັດວຽກບໍ່ໃຫ້ມັນຫຍຸ້ງຍາກ, ຈົ່ງຮຽງລຳດັບຂອງຫນ້າວຽກທຸກສິ່ງ-ທຸກຢາງ ທີ່ເຮົາຈະເຮັດອອກມາ ແລະ ວາງຫນ້າວຽກທີ່ດ່ວນ, ທີ່ສຳຄັນນັ້ນໄວ້ເທີງສຸດ ແລ້ວພະຍາຍາມເຮັດມັນໃຫ້ສຳເລັດ ພ້ອມທັງປິດກັ້ນການແຈ້ງເຕືອນ ຫລື ຢຸດຫລີ້ນສື່ສັງຄົມອອນໄລສ໌ທຸກຢ່າງ ທີ່ມັນຈະມາເຮັດໃຫ້ເຮົາເສຍສະມາທິ ແລະ ເຮັດໃຫ້ວຽກເຮົາບໍ່ແລ້ວ ໂດຍບໍ່ມີຂໍ້ແກ້ໂຕ.

7.ເຊົາບອກກັບທຸກຄົນວ່າ ເຈົ້າບໍ່ມີເວລາພຽງພໍ.

ເຈົ້າບໍ່ມີເວລາແທ້ຫວາ?

ຄຳວ່າ “ຂ້ອຍບໍ່ມີເວລາພຽງພໍ” ຄໍາເວົ້າຄໍານີ້ເມື່ອເຮົາເວົ້າຊໍ້າໆ ກັນຫລາຍຄັ້ງເກີນໄປ ມັນກໍ່ຈະກາຍເປັນຄໍາເວົ້າທີ່ບໍ່ມີຄວາມຫມາຍ, ເຮົາໄດ້ເສຍເວລາໄປດົນປານໃດໃນການເຂົ້າຫລີ້ນສື່ສັງຄົມອອນໄລໃນແຕ່ລະມື້ ຫລື ເຮົາໄດ້ໃຊ້ເວລາໄປຈັກຊົ່ວໂມງຕໍ່ມື້ ໃນການໄປເບີ່ງໂທລະທັດ?

ເຮົາເສຍເວລາໄປໃນແຕ່ລະມື້ກັບເລື່ອງທີ່ບໍ່ເປັນເລື່ອງ, ຈົ່ງໄຈ້ແຍກ ຫລື ແບ່ງເວລາຂອງເຮົາໃຫ້ອອກ ແລ້ວເຮົາຈະພົບວ່າ ມັນມີເວລາພຽງພໍທີ່ຈະສ້າງສັນວຽກ-ງານ ໃນແຕ່ລະມື້ໄດ້ກວ່າທີ່ເຮົາຄິດ.

ດັ່ງນັ້ນນີ້ຄຶຄວາມຈິງ, ມັນຂ້ອນຂ້າງທີ່ຈະຍາກແດ່ທີ່ຈະຮັບຟັງໃນຕອນນີ້ ແລະ ຄຳຖາມໃນຕອນນີ້ກໍ່ຄຶ ເຈົ້າຈະເຮັດແນວໃດຕໍ່ກັບຊີວິດຂອງເຈົ້າ?

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!

ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!

ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ

ຮ້ານປື້ມ ດີບຸກ 97636007 / 99284384


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page