top of page

ເຈົ້າກຳລັງຄິດວ່າຕົນເອງມີຄວາມສາມາດທີ່ເຫນືອກວ່າ ຫົວຫນ້າຂອງເຈົ້າຫລືບໍ່? ຖ້າເຈົ້າມີຄວາມຄິດແບບນັ້ນ, ນີ້ຄຶ

ມີຫລາຍສິ່ງຫລາຍຢ່າງ ທີ່ເວົ້າກ່ຽວກັບວິທີການ ທີ່ຜູ້ຈັດການ ຫລື ຫົວຫນ້າ ຄວນຈະກ້າວຂ້າມຜ່ານຄວາມເຫັນແກ່ຕົວ ແລະ ຈ້າງພະນັກງານທີ່ມີຄວາມຮູ້, ຄວາມສາມາດ ຫລາຍກວ່າຕົວຂອງພວກເຂົາເອງ ເພື່ອມາປັບປຸງສິ່ງທີ່ດີໃຫ້ແກ່ບໍລິສັດ ພ້ອມທັງເພື່ອການສົ່ງເສີມການຮຽນຮູ້ ແລະ ການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດ.

ເມື່ອເຮົາເວົ້າເຖີງລັກສະນະທີ່ບໍ່ດີຂອງ ຜູ້ຈັດການ ຫລື ຫົວຫນ້າ ເຊັ່ນ: ການຂາດທັກສະ ໃນຄວາມເປັນຜູ້ນຳ, ການລຳອຽງ-ຄວາມບໍ່ຍຸດຕິທຳ, ເຮົາຈະບໍ່ຄ່ອຍທີ່ຈະມັກກ້າເວົ້າເຖີງເລື່ອງນີ້ປານໃດ. ແນວໃດກໍ່ຕາມ ຍັງມີຫລາຍໆປະເພດຜູ້ນຳທີ່ຍັງຂາດຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດທີ່ບໍ່ສົມຄວນ ສຳຫລັບພາລະບົດບາດນີ້ຢູ່.

ດັ່ງນັ້ນເຈົ້າຈະມີວິທີການແນວໃດ ເມື່ອເຈົ້າຮູ້ສຶກວ່າໂຕເອງ ມີທັກສະ, ຄວາມຮູ້, ຄວາມສາມາດ ທີ່ດີກວ່າຫົວຫນ້າຂອງໂຕເອງ? ແລະ 6 ວິທີຕໍ່ໄປນີ້ ຄຶສິ່ງທີ່ເຈົ້າ ສາມາດນຳໄປຮັບມືກັບສະຖານະການ ດັ່ງກ່າວນັ້ນໄດ້.

1.ເອົາໃຈໃສ່ໃນຫນ້າວຽກ.

ແທນທີ່ຈະໄປເສຍເວລາກັບເລື່ອງນີ້ ຂ້ອຍຂໍແນະນຳໃຫ້ເຈົ້າ ເບິ່ງໄປທີ່ພາບລວມທີ່ໃຫຍ່ກວ່າ ໂດຍການມຸ້ງເນັ້ນໄປທີ່ສິ່ງທີ່ເຈົ້າຢາກຈະໄດ້ຮັບ ແລະ ຢາກຈະເຮັດຫນ້າທີ່ຂອງຕົນເອງໃຫ້ສຳເລັດໃນບໍລິສັດ ຈະດີກວ່າ, ເພາະວ່າຫນ້າວຽກຂອງເຮົາເປັນສິ່ງຫນຶ່ງທີ່ຄວນຈະໃຫ້ຄວາມສຳຄັນມາເປັນອັນດັບຫນຶ່ງ ແລະ ມັນຈະສົ່ງໃຫ້ເຮົາສາມາດປະສົບຄວາມສຳເລັດໄດ້. ສະນັ້ນ ຈົ່ງໃຊ້ເວລາທີ່ມີຄ່າຂອງເຮົາໄປສ້າງສັນວຽກໃຫ້ກັບບໍລິສັດທີ່ເຮົາຢູ່ໃນປັດຈຸບັນ ເແລ້ວມັນຈະກັບມາສ້າງຄຸນຄ່າໃຫ້ກັບໂຕເຮົາເອງ ກໍ່ຄຶ ປະສົບການຂອງເຮົານັ້ນລະ.

ຈົ່ງຢູ່ເພື່ອທີ່ຈະຊ່ວຍສ້າງສິ່ງທີ່ດີໃນເຊີງບວກ, ບໍ່ແມ່ນຢູ່ ເພື່ອທີ່ຈະສະແດງວ່າຕົນເອງມີຄວາມຮູ້-ຄວາມສາມາດ ຫລາຍກວ່າຄົນອື່ນຫລາຍເທົ່າໃດ.

2.ເຮັດວຽກຮ່ວມກັນເປັນທີມ.

ບໍ່ສຳຄັນວ່າເຈົ້າຈະມັກ ຫລື ບໍ່ມັກ ໃນໂຕຂອງເພື່ອນຮ່ວມງານ ຫລື ຫົວຫນ້າ ເຈົ້າເທົ່າໃດ ແຕ່ສຸດທ້າຍແລ້ວ ເຈົ້າກໍ່ຄຶສ່ວນຫນຶ່ງໃນທີມຂອງເຈົ້າຢູ່ດີ, ເຖີງວ່າຈະພົບກັບຫລາຍໆບັນຫາ ທີ່ເນື່ອງມາຈາກ ບຸກຄົນຮ່ວມທີມ ປານໃດກໍ່ຕາມ ແຕ່ໂປດຈື່ໄວ້ວ່າ ການເຮັດວຽກເປັນທີມເວີກ ຄຶສິ່ງທີ່ດີກວ່າ ແລະ ໃນເວລາມີການປະສານງານກັບພະແນກອື່ນ ສິ່ງທີ່ສຳຄັນອີກຢ່າງຫນຶ່ງຄຶ ບໍ່ຄວນທີ່ຈະໄປຕຳນິສິ່ງທີ່ບໍ່ດີຂອງຫົວຫນ້າເຮົາ ໃຫ້ຄົນອື່ນຟັງ.

ອີກເທື່ອຫນຶ່ງ ຈົ່ງຈຳໄວ້ວ່າ: ຈົ່ງຢູ່ເພື່ອທີ່ຈະຊ່ວຍສ້າງສິ່ງທີ່ດີໃນເຊີງບວກ, ບໍ່ແມ່ນຢູ່ ເພື່ອທີ່ຈະສະແດງວ່າຕົນເອງມີຄວາມຮູ້-ຄວາມສາມາດ ຫລາຍກວ່າຄົນອື່ນຫລາຍເທົ່າໃດ.

“ຖ້າພວກເຮົາທຸກຄົນ ກ້າວໄປຂ້າງຫນ້າພ້ອມກັນ ແລ້ວຄວາມສຳເລັດຈະເປັນໂຕກຳນົດຕົວມັນເອງ” – Henry Ford.

3. ຄິດບວກ.

ຄົນທີ່ຢູ່ຕໍ່ຫນ້າເຮົາ ຫລື ພົບເຫັນໃນທຸກມື້ແມ່ນສາມາດທີ່ຈະເປັນບົດຮຽນ ໃຫ້ເຮົາໄດ້ສະເຫມີ, ບາງຄັ້ງອາດຈະແມ່ນຢູ່ວ່າຫົວຫນ້າຂອງເຮົາ ອາດຈະບໍ່ແມ່ນບຸກຄົນທີ່ສາມາດ ໃຫ້ແຮງບັນດານໃຈແກ່ກັບໂຕເຮົາໄດ້ຫລາຍທີ່ສຸດ, ແຕ່ເຖີງແນວໃດກໍ່ຕາມ ແນ່ນອນວ່າຕ້ອງມີບົດຮຽນບາງຢ່າງທີ່ເຮົາຈະສາມາດຮຽນຮູ້ຈາກເຂົາໄດ້ ເຊັ່ນວ່າ: ຫົວຫນ້າຂອງເຮົາ ອາດຈະບໍ່ເກັ່ງໃນບາງຢ່າງເທົ່າກັບເຈົ້າ ແຕ່ແນ່ນອນວ່າ ລາວຕ້ອງມີບາງຢ່າງທີ່ເຮົາຍັງຈະຕ້ອງໄດ້ຮຽນຮູ້ຈາກລາວ ເຊັ່ນ: ປະສົບການ-ທັກສະ ໃນການເຂົ້າສັງຄົມທີ່ດີ. ຈົ່ງພ້ອມທີ່ຈະຮຽນຮູ້ຈາກພວກເຂົາ.

ຈົ່ງສັງເກດຢ່າງໃກ້ຊິດດ້ວຍການຄິດບວກ ເພາະມັນເປັນທັກສະ ສິ່ງທີ່ມີຢູ່ໃນໂຕຂອງພວກເຂົາ, ຈົ່ງໃຊ້ທັກສະໃນການຮັບຟັງຂອງເຮົາໃຫ້ດີວ່າອັນໃດທີ່ເຮົາຍັງຂາດຢູ່ ແລ້ວສິ່ງໃດທີ່ເຮົາຈະສາມາດຮຽນຮູ້ໄດ້ຈາກພວກເຂົາໄດ້.

ຢ່າຕໍານິຫົວຫນ້າຂອງເຈົ້າ ດ້ວຍການທີ່ພຽງແຕ່ຄິດວ່າ ຕົວເອງມີຄວາມຮູ້ທີ່ສາມາດເຮັດວຽກໄດ້ທຸກຢ່າງ, ຈົ່ງຄົ້ນຫາສັກຍະພາບທີ່ດີທີ່ຫນ້າຊື່ນຊົມ ແລະ ຄວນເຄົາລົບ ຂອງລາວໃຫ້ເຫັນ,ເມື່ອເຮົາເຮັດແບບນີ້ໄດ້ແລ້ວ ເຮົາຈະສາມາດເບິ່ງເຫັນພາບທີ່ສົດໃສ ຂອງສະຖານະການທີ່ຈະເຮັດວຽກຮ່ວມກັບຫົວຫນ້າໄດ້ຢ່າງດີຂື້ນໄດ້.

4.ຢ່າທະເຍີທະຍານ ຈົນເກີນໄປ.

ໃນສະຖານະການແບບນີ້ ເປັນເລື່ອງງ່າຍທີ່ເຮົາຈະກາຍເປັນຄົນທີ່ ມີຄວາມທະເຍີທະຍານຈົນເກີນໂຕ ແນວໃດກໍ່ຕາມເຮົາຕ້ອງໄດ້ພະຍາຍາມເອົາໃຈໃສ່ໃນຈຸດນີ້ ທີ່ມັນຈະເກີດຂື້ນກັບໂຕເຮົາໃຫ້ດີ, ເພາະມັນຈະກາຍເປັນການໂອ້ອ້ວດຂອງເຮົາ ທີ່ຈະເກີດຂື້ນໃນບ່ອນເຮັດວຽກ ເຊິ່ງແນ່ນອນວ່າບໍ່ມີໃຜທີ່ຈະມັກຄົນແບບນັ້ນຢ່າງແນ່ນອນ.

ຮຽນຮູ້ທີ່ຈະເຝີກຝົນຄວາມຄິດຂອງເຈົ້າຢູ່ຕະຫລອດເວລາ ແລະ ຈົ່ງພະຍາຍາມເອົາໂຕເອງເຂົ້າໄປຢູ່ໃນສະພາບແວດລ້ອມທີ່ໄດ້ຮຽນຮູ້ເຊັ່ນນັ້ນ ຈົ່ງຈື່ໄວ້ວ່າພຽງແຕ່ການທີ່ເຮົາຮູ້ສຶກ ວ່າຕົນເອງຮູ້ກວ່າຫົວຫນ້ານັ້ນ ບໍ່ໄດ້ຫມາຍຄວາມວ່າເຮົາຈະຮູ້ໄປຫມົດທຸກຢ່າງ. ດັ່ງນັ້ນ ຈົ່ງເປັນຄົນທີ່ຖະຫນອມຖ່ອມຕົນ ແລະ ຮຽນຮູ້ທີ່ຈະຢູ່ຢ່າງຕໍ່າ, ບໍ່ໂອ້ອ້ວດ. ແລ້ວມື້ຫນຶ່ງຂ້າງຫນ້າເຈົ້າຈະກາຍເປັນຜູ້ນຳທີ່ດີໄດ້.

“ຢ່າຢ້ານກົວ ທີ່ຈະຢ້ານເຫລວ, ເພາະຄວາມລົ້ມເຫລວ ຖືເປັນບາດກ້າວຫນຶ່ງທີ່ສຳຄັນ, ຢ່າເປັນຄົນທີ່ອ້ວດອົ່ງທະນົງຕົວ ຈົນເກີນໄປ, ເພາະມັນຈະເປັນສິ່ງທີ່ຂັດຂວາງການພັດທະນາ ສັກກະຍະພາບໃນໂຕເຈົ້າ”. – Tony Jaa.

5.ຫລີກລ້ຽງການນິນທາ.

ບາງຄັ້ງເຈົ້າອາດຈະຖືກໄຖ່ຖາມເຖີງຄວາມອຶດອັດໃຈ ແລະ ຄວາມບໍ່ພໍໃຈຂອງເຈົ້າ ທີ່ມີຕໍ່ກັບທີມງານ, ການກ່າວຂວັນຫົວຫນ້າພຽງເລັກນ້ອຍ ມັນອາດຈະນຳໄປໃຫ້ເກີດເລື່ອງໄປທົ່ວຫ້ອງການເລີຍກໍ່ເປັນໄດ້ ໂດຍທີ່ບໍ່ມີວັນສີ້ນສຸດ, ການກ່າວຂວັນນິນທາ ມັນສະທ້ອນເຖີງສິ່ງທີ່ບໍ່ດີໃນໂຕເຈົ້າ, ທາງທີ່ດີແມ່ນຄຶການທີ່ເຮົາຢູ່ຂ້າງດຽວກັບຫົວຫນ້າ ໃນສິ່ງທີ່ດີໃນໂຕຂອງລາວ ເຖີງວ່າບາງຄັ້ງມັນອາດຈະເຮັດໃຫ້ເຮົາລໍາຄານໄປແດ່ກໍ່ຕາມ.

6. ຫາທີ່ປືກສາ ທີ່ໄວ້ວາງໃຈໄດ້.

ຖືເປັນສິ່ງທີ່ສຳຄັນທີ່ເຮົາຈະຕ້ອງມີຜູ້ທີ່ໃຫ້ຄຳປືກສາໃນຫນ້າວຽກຂອງເຮົາ. ຄົນທີ່ສາມາດແນະນຳເຮົາໄດ້ ຍ່ອມຈະຊ່ວຍແນະນຳເຮົາໃຫ້ເດີນໄປຕາມເສັ້ນທາງທີ່ຖືກຕ້ອງໄດ້ ແລະ ຊ່ວຍໃຫ້ເຮົາເຂົ້າໄປໃກ້ເປົ້າຫມາຍໃນການເຮັດວຽກໄດ້ດີຂື້ນ, ຫລາຍຄົນເບິ່ງໄປທີ່ການປືກສານຳຫົວຫນ້າ ແຕ່ໃນສະຖານະການແບບນີ້ ທີ່ເຮົາມີຄວາມຮູ້ສືກວ່າຕົວເຮົາເອງມີຄວາມສາມາດເຮັດວຽກໄດ້ດີ ກວ່າເຊັ່ນນີ້ ທາງອອກອີກຢ່າງຫນຶ່ງກໍ່ຄຶການໄປຊອກຫາບຸກຄົນລະດັບສູງຄົນອື່ນໆທີ່ຢູ່ໃນບໍລິສັດດຽວກັບເຮົາ.

ການທີ່ເຮົາໄປຂໍຮຽນຮູ້ນຳບຸກຄົນທີ່ອາວຸດໂສ ທີ່ເຮົາຊື່ນຊົມ, ເຄົາລົບນັບຖື ແລະ ເປັນບຸກຄົນທີ່ເຮົາສາມາດທີ່ຈະຮຽນຮູ້ນຳໄດ້ ທີ່ຢູ່ໃນບໍລິສັດຂອງເຮົານັ້ນ ຖືເປັນສິ່ງທີ່ດີຫລາຍ ເນື່ອງຈາກວ່າເຮົາຈຳເປັນທີ່ຈະຕ້ອງໄດ້ຮຽນຮູ້ ເພື່ອທີ່ເຮົາຈະໄດ້ເຕີບໂຕຂື້ນ ຢ່າໃຫ້ການທີ່ມີຜູ້ນຳທີ່ບໍ່ດີມາຢຸດຄວາມກ້າວຫນ້າຂອງເຮົາໄດ້.

ການທີ່ເຮົາມີຄວາມສາມາດຫລາຍກວ່າຫົວຫນ້າຂອງເຮົາ ມັນຖືໄດ້ວ່າເປັນສິ່ງທີ່ຍາກໄປແດ່, ແຕ່ຖ້າເຮົາຕ່າງກໍ່ຍອມຮັບດ້ວຍການເບິ່ງໃນແງ່ບວກ ແລະ ມີທັດສະນະຄະຕິທີ່ຖືກຕ້ອງ ມັນກໍ່ບໍ່ແມ່ນເລື່ອງຍາກທີ່ຈະສາມາດຮ່ວມງານນຳກັນດ້ວຍຄວາມລາບລື່ນ.

ແນ່ນອນວ່າ ທຸກໆຄົນຕ່າງກໍ່ມີຂໍ້ບົກຜ່ອງ ແລະ ບໍ່ມີໃຜ ທີ່ສົມບູນແບບໄດ້ຫມົດທຸກຢ່າງ ດັ່ງນັ້ນຈົ່ງເຊົາຈົ່ມ ແລ້ວຫັ້ນມາ ຕັ້ງຫນ້າຕັ້ງຕາເຮັດວຽກຮ່ວມກັບ ຫົວຫນ້າຂອງເຈົ້າໃຫ້ດີ, ເພາະນີ້ມັນພຽງແຕ່ເປັນສ່ວນປະກອບໃນອາຊີບຂອງການເຮັດວຽກໃດຫນຶ່ງຊື່ໆ, ຈົ່ງໄປໂຟກັດ ທີ່ສິ່ງທີ່ໃຫຍ່ ແລະ ເຫນືອກວ່າ ດ້ວຍການຕັ້ງຫນ້າຝືກຝົນຕົນເອງໃນສາຂາ

ອາຊີບທີ່ຕົນເອງຖະຫນັດ ແລະ ມັກ ເພື່ອທີ່ຈະເຮັດໃຫ້ໂຕເຈົ້າມີຄ່າທີ່ສູງຂື້ນ.

WEBSITE: http://www.hisakxay.com/ FACEBOOK: facebook.com/sakxay INSTAGRAM: hi.sakxay YOUTUBE: https://tinyurl.com/ycwn7p8s


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page