8 ທັກສະເພື່ອໄປ ພິຊິດຄວາມສໍາເລັດ ໂດຍມະຫາເສດຖີ Jack-Ma.

ຜູ້ກໍ່ຕັ້ງ ແລະ CEO ຂອງບໍລິສັດ ອາລີບາບາ (Alibaba) ຫນຶ່ງໃນບໍລິສັດດ້ານ ອີຄອມເມີດ (E-commerce) ຫລື ການຄ້າຂາຍສິນຄ້າຜ່ານທາງອິນເຕີເນັດ... ເຊິ່ງປັດຈຸບັນ ເຂົາໄດ້ກາຍເປັນຄົນຈີນບຸກຄົນຫນຶ່ງທີ່ມີຊັບສີນລ້ຳລວຍຕິດທ໋ອບຢູ່ໃນໂລກ ແລະ ແນ່ນອນວ່າ ກ່ອນຈະມາຮອດຈຸດນີ້ໄດ້ລາວຍ່ອມຈະເຄີຍພົບກັບສິ່ງທີ່ຜິດຫວັງມາຕ່າງໆນາໆໃນອາດີດ, ແລ້ວແມ່ນຫຍັງຄຶສິ່ງທີ່ສາມາດປຸກລະດົມຄວາມຄິດໃຫ້ຜູ້ຊາຍຄົນນີ້ ສາມາດກາຍມາເປັນບຸກຄົນທີ່ຊົງອິດທິພົນຂອງໂລກໄດ້ໃນທຸກມື້ນີ້ ແລະ ສິ່ງທີ່ຈະເລົ່າຕໍ່ໄປນີ້ ຄຶທັດສະນະຄະຕິ ແລະ ວິໄສທັດ, ຄຶຈຸດເລີ່ມຕົ້ນຂອງຜູ້ຊາຍທີ່ຊື່ວ່າ ແຈັກມ່າ Jack-Ma.
1. ລາວເປັນຄົນທີ່ມີທັດສະນະຄະຕິ.
ເມື່ອເອີ່ຍປາກເຖີງ ແຈັກມ່າ ສິ່ງທີ່ເຂົາເຄີຍເຮັດຜິດພາດທີ່ສຸດຢ່າງຫນຶ່ງກໍ່ຄຶ ເມື່ອຕອນທີ່ເລີ່ມຕົ້ນກໍ່ຕັ້ງບໍລິສັດໃຫມ່ໆ ເຂົາໄດ້ບອກກັບທີມງານຂອງເຂົາວ່າສິ່ງທີ່ສຳຄັນທີ່ສຸດສຳຫລັບພວກເຂົາທຸກຄົນກໍ່ຄຶການມີລູກຄ້າເຂົ້າມາໃຊ້ບໍລິການໃນຫນ້າວຽກຂອງພວກເຂົາ, ແຕ່ວ່າໃນປັດຈຸບັນ ລາວໄດ້ຮຽນຮູ້ບົດຮຽນທີ່ສຳຄັນກວ່ານັ້ນກໍ່ຄຶ ການສ້າງທີມໃຫ້ແຂງແກ່ງ ແລະ ສາມາດເຮັດວຽກຮ່ວມກັນເປັນທີມໄດ້ ແມ່ນສິ່ງທີ່ເຂົາຕ້ອງການໃຫ້ພະນັກງານທຸກຄົນຕ້ອງມີ ແລະ ຕ້ອງໄດ້ຮຽນຮູ້ ຫລາຍກວ່າທັກສະໃນການສ້າງທຸລະກິດໃນທາງທິດສະດີ.

2. ຄວາມມຸ້ງຫມັ້ນຂອງເຂົາຕໍ່ກັບທີມງານ.
ແຈັກມ່າ ເຂົ້າໃຈດີວ່າ ບໍ່ວ່າເຮົາຈະໃຊ້ຄວາມພະຍາຍາມຢ່າງຫນັກສໍ່າໃດ ເຮົາກໍ່ບໍ່ສາມາດທີ່ຈະເຮັດໃຫ້ຖືກໃຈຫມົດທຸກຄົນໄດ້ ບໍ່ວ່າຈະເປັນ ຄູ້ຄ້າທາງທຸລະກິດ ຫລື ນັກລົງທຶນລາຍໃຫຍ່. ຈົ່ງມີຄວາມເຊື່ອຫມັ້ນໃນໂຕເອງ, ພ້ອມທັງຍອມຮັບທີ່ຈະປ່ຽນແປງ ນັ້ນຄຶວິທີການ ແລະ ເປັນກະແຈທີ່ຈະໄປສູ່ຄວາມສຳເລັດທີ່ຍິ່ງໃຫຍ່ຂອງເຂົາ. ແທນທີ່ຈະລວບລວມເປົ້າຫມາຍທັງຫມົດໃຫ້ມາຂື້ນຢູ່ກັບບຸກຄົນໆດຽວ ລາວໄດ້ປ່ຽນມາເປັນການລວມເປົ້າຫມາຍຂອງຫມົດທຸກຄົນທີ່ມີ ໃຫ້ມາຢູ່ຮ່ວມກັນ ເພາະລາວເວົ້າວ່າ ວິໃສທັດຂອງທຸກຄົນ ແມ່ນມີຄວາມສຳຄັນຫລາຍກວ່າການມີທັກສະ ໃນຄວາມເປັນຜູ້ນຳ.
3. ລາວມີຄວາມສາມາດໃນການ ຄິດການໄກ.
ແຈັກມ່າ ມີຄວາມເຊື່ອວ່າ ຜູ້ນຳທີ່ດີຕ້ອງຮູ້ຈັກເບິ່ງການໄກ, ລາວໄດ້ພະຍາຍາມຢ່າງຫນັກທີ່ຈະເດີນໄປຂ້າງຫນ້າເພື່ອທີ່ຈະແຂ່ງຂັນໃນການພັດທະນາຢູ່ສະເຫມີ, ບໍ່ວ່າຈະເປັນການຄາດຄະເນ ຫລື ການຕັດສິນໃຈໃນທາງທຸລະກິດ, ລາວໄດ້ໃຊ້ເວລາໃນການພັດທະນາໃນດ້ານຄວາມຄິດສ້າງສັນ ເພື່ອຝຶກຝົນໃນຕົວຂອງລາວເອງ, ເຊິ່ງນັ້ນແມ່ນສິ່ງທີ່ນັກທຸລະກິດທີ່ດີຄວນຈະມີ.
4. ລາວເລືອກຈ້າງເພື່ອຮ່ວມງານ ທີ່ມີທັກສະໃນການເຮັດວຽກທີ່ດີເທົ່ານັ້ນ.
ເມື່ອມີຄົນມາຖາມ ແຈັກມ່າ ເຖີງວິທີການເລືອກພະນັກງານທີ່ຈະມາເຮັດວຽກຮ່ວມກັບລາວ ແມ່ນລາວມີວິທີການຄັດເລືອກຄົນແບບໃດ ລາວມັກຈະຕອບວ່າ: ພະນັກງານທີ່ຈະມາເຮັດວຽກຮ່ວມກັບເຮົາ ຍ່ອມຈະຕ້ອງມີທັກສະໃນການເຮັດວຽກດີກ່ອນເຮົາ, ຖ້າບໍ່ເຊັ່ນນັ້ນມັນກໍ່ບໍ່ຕ່າງຫຍັງກັບວ່າຈ້າງຄົນຜິດ. ຈົ່ງເບິ່ງຫາທັກສະ, ຄວາມສາມາດ ທີ່ມີຢູ່ໃນໂຕຂອງບຸກຄົນນັ້ນໆ ແລະ ເບິ່ງຫາຄົນທີ່ມີຄວາມມັກ ຫລື ສາມາດເຮັດວຽກຕາມວິໄສທັດຂອງບໍລິສັດໄດ້ ເຊິ່ງນັ້ນແມ່ນເປັນຮາກຖານທີ່ສຳຄັນຂອງບໍລິສັດໃຫຍ່ໆທຸກແຫ່ງຄວນຈະມີ.

5. ລາວເປັນຄົນທີ່ມີຄວາມຍຶດຫມັ້ນໃນແນວຄິດຂອງໂຕເອງ.
ນອກເຫນືອຈາກການມີວິໄສທັດເບິ່ງການໄກແລ້ວ ແຈັກມ່າ ຍັງກ່າວວ່າ ຜູ້ນຳທີ່ດີຄວນຈະມີຄວາມຍຶດຫມັ້ນໃນແນວຄິດຂອງໂຕເອງ, ເພາະມັນຈະເປັນວິໄສທັດທີ່ດີ ແລະ ຊັດເຈນ, ເມື່ອຮູ້ວ່າ ເຮົາມີຄວາມຕັ້ງໃຈ ຫລື ເປົ້າຫມາຍແນວໃດ ແລ້ວມັນຈະສາມາດເປັນແຮງພັກດັນ ເພື່ອທີ່ຈະເອົາຊະນະອຸປະສັກທີ່ຈະເຂົ້າມາ ເຊັ່ນດຽວກັນ ມັນຍັງສາມາດແບ່ງປັນແຮງບັນດານໃຈໄປໃຫ້ຄົນອອ້ມຂ້າງ ທີ່ພວກເຂົາໄດ້ທຸ້ມເທເຮັດວຽກຢ່າງຫນັກ ເພື່ອບັນລຸເປົ້າຫມາຍດຽວກັນກັບບໍລິສັດ ເຊິ່ງມັນເປັນຄວາມພາກພູມໃຈ ຈຶ່ງເວົ້າໄດ້ວ່າເລື່ອງນີ້ເປັນສິ່ງທີ່ສຳຄັນຫລາຍ ແລະ ໃນການດຳເນີນທຸລະກິດຍ່ອມຈະຂາດບໍ່ໄດ້ເຊັ່ນກັນ.
6. ເຂົາເປັນຄົນທີ່ໃຫ້ນິຍາມຂອງຄໍາວ່າ ຄວາມລົ້ມເຫລວ ຫມາຍເຖີງ ການຍອມແພ້.
ລາວກ່າວວ່າ: ເມື່ອເຮົາພົບກັບຄວາມລົ້ມເຫລວທີ່ຫນັກທີ່ສຸດໃນຊີວິດ ແລ້ວເຮົາພະຍາຍາມທີ່ຈະຫາທາງອອກ ແຕ່ກໍ່ບໍ່ພົບວິທີທາງແກ້ບັນຫາ ເຮົາກໍ່ພຽງແຕ່ວ່າເບິ່ງຂ້າມມັນໄປແລ້ວນຶກເຖີງສິ່ງທີ່ເຮົາຕ້ອງການ ມັນກໍ່ເທົ່ານັ້ນ, ລາວບໍ່ແມ່ນຄົນທີ່ຈະຍອມແພ້ງ່າຍໆ ເຊັ່ນດຽວກັນກັບຜູ້ນໍາທີ່ປະສົບຄວາມສຳເລັດສ່ວນໃຫຍ່ ລາວມັກທີ່ຈະຮຽນຮູ້ຈາກຄວາມຜິດພາດ ແລະ ອົດທົນຕໍ່ຄວາມຍາກລຳບາກ ເພາະມັນເປັນອຸປະນິໃສ ທີ່ຈະເຮັດໃຫ້ຄົນສ່ວນໃຫຍ່ປະສົບຜົນສຳເລັດໄດ້.

7. ລາວເປັນຄົນທີ່ຮູ້ຈັກໃນການໃຊ້ຊີວິດ.
ລາວມັກຈະຢ້ຳບອກກັບຕົວເອງວ່າ: ລາວຈະຕ້ອງເປັນຄົນທີ່ມີອາລົມດີ ແລະ ໃຊ້ຊີວິດແບບຄົນຄິດບວກ, ເພາະລາວເຊື່ອວ່າມະນຸດເຮົາເກີດມາເພື່ອສ້າງຄຸນຄ່າໃຫ້ກັບຄົນອື່ນ ແລະ ຈົ່ງມີຄວາມສຸກໃນການໃຊ້ຊີວິດໃນທຸກບາດກ້າວຢ່າງ, ຢ່າມົວແຕ່ເຮັດວຽກຢ່າງຫນັກ, ຈົ່ງຄອຍຮຽນຮູ້ຈາກປະສົບການ ສິ່ງຕ່າງໆ ແລະ ຫມັ່ນຊ່ວຍເຫລືອຜູ້ອື່ນ, ການຕ້ອງການທີ່ຈະມີຊັບສິນ, ເງີນທອງ ບໍ່ຄວນທີ່ຈະເປັນເປົ້າຫມາຍຂອງຊີວິດພຽງຢ່າງດຽວ.
8. ລາວບໍ່ເຄີຍສ້າງສັດຕູ.
ຫນຶ່ງໃນສິ່ງທີ່ເຂົາຍຶດຖືໃນດ້ານປັດສະຍາການເຮັດທຸລະກິດ ຂອງ ແຈັກມ່າ ກໍ່ຄຶການມີມິດຕະພາບກັບຄູ່ແຂ່ງ, ລາວບໍ່ເຄີຍເຫັນຝ່າຍກົງກັນຂ້າມວ່າເປັນສັດຕູ ຫລື ຄູ່ແຂ່ງຂັນກັນເລີຍ ກົງກັນຂ້າມລາວຄິດວ່າພວກເຂົາແມ່ນເປັນເພື່ອນ-ມິດ ທີ່ສາມາດຮຽນຮູ້ ເຊິ່ງກັນ ແລະ ກັນໄດ້, ພ້ອມທັງຍັງເປັນຄວາມທ້າທາຍເພື່ອເຮັດໃຫ້ທັງເຮົາ ແລະ ເຂົາ ໄດ້ສາມາດພັດທະນາສັກກະຍະພາບຂອງຕົນໄດ້ຢ່າງເຕັມທີ່ ອີກຕ່າງຫາກ.

ໃນການທີ່ເຮົາຈະສາມາດປະສົບຄວາມສຳເລັດໄດ້ນັ້ນ ມັນບໍ່ໄດ້ເກີດມາຈາກສິ່ງທີ່ເຮົາມີ ຫລື ບໍ່ມີສິ່ງໃດ, ແຕ່ວ່າມັນໄດ້ມາຈາກຄວາມຄິດ ແລະ ວິທີການກະທໍາຂອງເຮົາຕ່າງຫາກ. ດັ່ງດຽວກັນກັບປັດສະຍາ-ຄວາມຄິດ ຂອງ ແຈັກມ່າ ແມ່ນເຫມາະສົມຫລາຍ ທີ່ຈະເອົາມານຳໃຊ້ຢູ່ໃນໂລກທີ່ກໍາລັງພັດທະນາ ຢ່າງກ້າວກະໂດດເຊັ່ນນີ້. ສະນັ້ນແລ້ວ ພວກເຮົາທຸກຄົນສາມາດນຳເອົາບົດຮຽນຂອງມະຫາເສດຖີທີ່ໄດ້ຮັບການຍອມຮັບແບບລາວ ນຳມາໃຊ້ໃນດຳເນີນຊີວິດຂອງເຮົາໃຫ້ເກີດປະໂຫຍດ.

ໂດຍ: Sakxay
ແປໂດຍ: Kee Khammisai