top of page

15 ສິ່ງ ຄວາມເປັນຈິງໃນຊີວິດ ທີ່ມີຫນ້ອຍຄົນຈະຍອມຮັບໄດ້.


ຂ້າພະເຈົ້າ ໄດ້ເຄີຍອາໄສຢູ່ມາ 5 ປະເທດທີ່ມີຄວາມແຕກຕ່າງກັນ ບໍ່ວ່າຈະເປັນທາງດ້ານພາສາ, ວັດທະນະທໍາ, ການດໍາລົງຊີວິດ...

ໄດ້ຮັບຟັງຫລາຍຮ້ອຍຄົນ ທີ່ໄດ້ແບ່ງປັນປະສົບການຊີວິດຂອງເຂົາເຈົ້າ.

ເຄີຍຢູ່ໃນເຫດການກັບຄົນທີ່ກໍາລັງປະເຊີນຫນ້າກັບຄວາມເປັນ-ຄວາມຕາຍ, ລວມທັງການອ່ານປື້ມມາຫລາຍກວ່າ ພັນໆ ເຫລັ້ມ.

ແມ່ນແລ້ວ ຂ້ອຍເປັນຄົນທີ່ໃຫ້ຄໍາປືກສາກັບຜູ້ຄົນທີ່ກຳລັງຕ້ອງການຄວາມຊ່ວຍເຫລືອທາງດ້ານ ແນວຄວາມຄິດ, ຈິດໃຈ ແລະ ການດໍາລົງຊີວິດ.

ຄວາມຈິງກໍ່ຄຶ ມັນເປັນເລື່ອງທີ່ບໍ່ຢາກຈະໄດ້ຍິນເລີຍເມື່ອມີຄົນມາຢູ່ຕໍ່ຫນ້າຂອງເຈົ້າ ແລ້ວບອກໃຫ້ເຈົ້ານັ່ງລົງ ພ້ອມທັງຈະເວົ້າຄວາມເປັນຈິງໃຫ້ເຈົ້າຟັງ, ແຕ່ວ່າ ຖ້າເຈົ້າຕ້ອງການທີ່ຈະມີຊີວິດທີ່ດີກວ່າ ເຈົ້າຕ້ອງຮັບຟັງຄວາມຈິງເຫລົ່ານັ້ນໃຫ້ໄດ້, ຕັດເລື່ອງທີ່ບໍ່ມີປະໂຫຍດອອກ ແລະ ຫັນມາສົນໃຈເລື່ອງທີ່ຄິດວ່າດີສຳຫລັບຊີວິດເຮົາຈະດີກວ່າ.

ດ້ານລຸ່ມນີ້ຄຶ 15 ສິ່ງ ຄວາມເປັນຈິງໃນຊີວິດ ທີ່ມີຫນ້ອຍຄົນຈະຍອມຮັບໄດ້, ແຕ່ມັນຈະສາມາດສ້າງໃຫ້ເຈົ້າກາຍເປັນ ບຸກຄົນທີ່ດີຂື້ນ ຖ້າເຈົ້າສາມາດຮຽນຮູ້ສິ່ງຕ່າງໆເຫລົ່ານີ້ໄດ້.

1. ບໍ່ມີໃຜທີ່ຈະມາສົນໃຈເຈົ້າດ໋ອກ.

ເຈົ້າກຳລັງມີຄວາມເຈັບປວດທີ່ຢູ່ໃນຈິດໃຈຢູ່ ຫລື ບໍ່? ຫລືວ່າ ກຳລັງມີຄວາມທຸກທໍລະມານ ກັບເລື່ອງໃດຫນຶ່ງຢູ່? ຫລື ເຈົ້າເຄີຍສູນເສຍບາງສິ່ງບາງຢ່າງ ຫລື ຄົນທີ່່ຮັກເຈົ້າໄປ ຫລືບໍ່? ເຈົ້າເຄີຍທີ່ຈະປະຕິເສດກັບເລື່ອງບາງເລື່ອງ ບໍ່? ເຄີຍທີ່ຈະເຮັດໃຫ້ຫມູ່ຂອງເຈົ້າ ມີຄວາມເຂົ້າໃຈຜິດ ບໍ່? ແລະ ເຈົ້າເຄີຍທີ່ຈະເຮັດໃຫ້ຄົນໃນຄອບຄົວຂອງເຈົ້າບໍພໍໃຈ ໃນເລື່ອງບາງເລື່ອງ ບໍ່? ເຈົ້າລອງເດົາເບິ່ງດຸ? ທຸກໆສິ່ງທີ່ເຈົ້າເຄີຍໄດ້ຮັບຄວາມຮູ້ສຶກ ດັ່ງທີ່ກ່າວມານັ້ນ ຈາກທຸກໆຄົນທີ່ຢູ່ອ້ອມໂຕເຈົ້າ,

ມັນຮອດເວລາແລ້ວທີ່ເຈົ້າຕ້ອງຮັບຮູ້ວ່າ ຄວາມເຈັບປວດທັງຫມົດຂອງເຈົ້ານັ້ນມັນບໍ່ແມ່ນເລື່ອງທີ່ພິເສດຫຍັງເລີຍ; ມັນເປັນພຽງສ່ວນຫນຶ່ງຂອງການດໍາລົງຊີວິດຢູ່ ບໍ່ມີໃຜທີ່ຈະມາສົນໃຈເລື່ອງຂອງເຮົາທັງຫມົດດ໋ອກ ເພາະວ່ານັ້ນຄຶສິ່ງທີ່ເຈົ້າຄວນຈະແຍກໃຫ້ອອກຈາກຊີວິດ ຖ້າຕ້ອງການຄວາມປ່ຽນແປງໃນຊິວິດທີ່ດີ.

2. ຈົ່ງເປັນຄົນທີ່ມີຄວາມຮັບຜິດຊອບ.

ລອງຄິດເບິ່ງວ່າ ແມ່ນໃຜທີ່ເປັນຄົນຄວບຄຸມຄວາມຄິດ, ຄໍາເວົ້າ ແລະ ການກະທໍາຂອງເຈົ້າ? ກະໂຕເຈົ້າເອງ ເປັນຄົນເຮັດມັນທັງຫມົດທີ່ເວົ້າມານັ້ນ ແມ່ນບໍ່? ສະນັ້ນຖ້າຫາກວ່າໂຕເຈົ້າໄດ້ເຮັດສິ່ງທີ່ບໍ່ດີ ຫລື ເປັນອັນຕະລາຍ ແລະ ຜິດພາດມາ ຄວາມຜິດດັ່ງກ່າວນັ້ນ ກໍ່ຈະເປັນຂອງເຈົ້ານັ້ນເອງ, ຢຸດໂທດຄົນອື່ນ, ຫມູ່ເພື່ອນ ຫລື ຄອບຄົວຂອງເຈົ້າ ໄດ້ແລ້ວ, ຈົ່ງຮັບຜິດຊອບທຸກສິ່ງທຸກຢ່າງທີ່ເກີດຂື້ນກັບໂຕເຈົ້າເອງ ທີ່ເປັນຄົນສ້າງມັນຂື້ນມາ.

3. ເກັບຄວາມຮູ້ສຶກ ຂອງເຈົ້າເອົາໄວ້ໃຫ້ດີ.

ຈົ່ງເກັບຄວາມຢ້ານກົວ, ຄວາມວິຕົກກັງວົນ ແລະ ບາດແຜ ທີ່ເກີດຂື້ນຢູ່ພາຍໃນຈິດໃຈຂອງທ່ານ. ຈົ່ງຍອມຮັບໃຫ້ໄດ້ວ່າທຸກໆຄົນຕ່າງກໍ່ມີຂໍ້ບົກຜ່ອງດ້ວຍກັນທັງນັ້ນ ຫລື ການທີ່ຮູ້ສຶກວ່າມີບາງສິ່ງທີ່ເຮົາບໍ່ໄດ້ຕ້ອງການທີ່ຢາກຈະໃຫ້ຄິດເຖີງ ກໍ່ຈົ່ງອອກມາຈາກຄວາມຄິດນັ້ນຢ່າງໄວ ເທົ່າທີ່ເຮົາສາມາດອອກມາໄດ້, ແຕ່ ເຮົາຈະຢ່າງອອກຈາກສິ່ງໃດສິ່ງຫນຶ່ງໄດ້ແນວໃດ ຖ້າເຮົາບໍ່ຍອມຮັບໃນເລື່ອງນັ້ນໆໄດ້. ສະນັ້ນ ຈົ່ງຍອມຮັບກັບທຸກເລື່ອງໃຫ້ໄດ້ເສຍກ່ອນ ແລ້ວຈຶ່ງກ້າວເຂົ້າຂັ້ນຕໍ່ໄປ.

4. ເຮົາບໍ່ມີທາງທີ່ຈະສາມາດ ເຮັດໃຫ້ທຸກໆຄົນ ກາຍມາເປັນຫມູ່ຂອງເຮົາໄດ້.

ຢ່າພະຍາຍາມເລີຍ. ຈົ່ງເຮັດໃຫ້ແນ່ໃຈວ່າ ໂຕເຈົ້າເອງນັ້ນແຫລະທີ່ໄດ້ຮັບຮູ້ວ່າ ຕົນເອງຄຶຄົນທີ່ສຳຄັນທີ່ສຸດໃນໂລກ.

5. ຢ່າມົວເມົາແຕ່ຄົ້ນຫາຄວາມສຸກ.

ເພາະວ່າຄວາມຫມາຍຂອງຄຳວ່າຄວາມສຸກ ຄຶມັນມີຢູ່ໃນ ທຸກທີ່-ທຸກເວລາ, ທຸກໆ ສຽງຫົວ ແລະ ຮອຍຍີ້ມ ລວມທັງທຸກໆການທັກທາຍ. ສະນັ້ນ ຈົ່ງຢຸດປະຕິເສດທີ່ຈະຮັບເອົາທຸກໆຄວາມສຸກທີ່ມັນໄດ້ເກີດຂື້ນຢູ່ອອມຮອບກາຍຂອງເຮົາ ເພາະນີ້ຄຶຄວາມສຸກທີ່ຍິ່ງໃຫຍ່ແລ້ວ. ຂໍໃຫ້ຈົ່ງມ່ວນຊື່ນກັບມັນ.

6. ເງີນບໍ່ສາມາດທີ່ຈະມອບຄວາມສຸກທີ່ແທ້ຈິງໃຫ້ກັບໂຕເຈົ້າ ແລະ ມັນກໍ່ບໍ່ສາມາດຈະເດີນທາງໄປສູ່ໂລກຫນ້າ ກັບໂຕເຈົ້າໄດ້.

ຖ້າພາຍໃນໂຕຂອງເຈົ້າບໍ່ມີຄວາມສຸກ ເຊື່ງບໍ່ມີສິ່ງໃດທີ່ເຮັດໃຫ້ເຈົ້າມີຄວາມສຸກເລີຍ. ຄຳວ່າຄວາມສຸກແມ່ນມາຈາກສ່ວນເລີກຂອງຫົວໃຈ, ຟັງເບິ່ງແລ້ວຄຶເລື່ອງນໍ້າເນົ່າແມ່ນບໍ່? ຢ່າງໃດກໍ່ຕາມແຕ່ ຖ້າເຈົ້າບໍ່ເຊື່ອຂ້ອຍ ນັ້ນກໍ່ອາດຈະເປັນຫນື່ງເຫດຜົນທີ່ເຮັດໃຫ້ເຈົ້າບໍ່ພົບກັບຄວາມສຸກຢ່າງແທ້ຈິງ.

ເຈົ້າຮູ້ບໍ່ວ່າ ໃນຄໍ່າຄຶນທີ່ແສນຍາວນານໃດຫນຶ່ງນັ້ນ ເຈົ້າໄດ້ພະຍາຍາມທີ່ຈະເຮັດວຽກຢ່າງຫນັກ ເພື່ອສ້າງໃຫ້ຕົນເອງມີຊັບສົມບັດ ໂດຍທີ່ເຈົ້າບໍ່ສົນໃຈເຖີງສຸຂະພາບ ຂອງໂຕເອງວ່າຈະແນວໃດ ລວມເຖີງການໃສ່ໃຈ ໃນຄົນທີ່ເຈົ້າຮັກ ກໍ່ເຊັ່ນກັນ, ເມື່ອເຖີງເວລາທີ່ເຈົ້າໄດ້ຈາກໂລກນີ້ໄປ ເວລາໃນຄໍ່າຄຶນທີ່ເຈົ້າໄດ້ພະຍາຍາມສ້າງມັນຂື້ນມານັ້ນ ກໍ່ມີຄ່າສູນເປົ່າ ເຊັ່ນດຽວກັນກັບຊັບສົມບັດທີ່ເຈົ້າຫາມາໄດ້ນັ້ນ ກໍ່ບໍ່ສາມາດທີ່ຈະນຳເອົາໄປໃຊ້ໃນໂລກຫນ້າກັບເຈົ້າໄດ້ເຊັ່ນກັນ.

7. ທຸກໆຄົນທີ່ຢູ່ໃກ້ຊິດອ້ອມໂຕເຈົ້າ ມື້ຫນຶ່ງພວກເຂົາຈະຈາກໂລກນີ້ໄປ ໂດຍບໍ່ມີວັນທີ່ຈະຫວນກັບຄຶນ.

ສະນັ້ນ ຈົ່ງພະຍາຍາມຢ່າໄປເຮັດໃຫ້ຄົນທີ່ຢູ່ຕໍ່ຫນ້າທ່ານມີຄວາມໂສກເສົ້າ ແລະ ຄວາມກັງວົນທັງປວງ, ເພາະວ່າດັ່ງທີ່ເຮົາຮູ້ວ່າມື້ຫນຶ່ງ ພວກເຂົາກໍ່ຈະຈາກໂລກນີ້ໄປ ດ້ວຍກັນທັງຫມົດ. ຄວາມຕາຍຄຶສ່ວນຫນຶ່ງຂອງຊີວິດ; ຈົ່ງໃຊ້ຊີວິດ ໃນເວລາທີ່ທ່ານຍັງມີລມຫາຍໃຈຢູ່.

8. ຈົ່ງແບ່ງປັນເວລາທີ່ມີຄຸນຄ່າຂອງທ່ານ.

ເວລາເປັນຊັບພະຍາກອນ ທີ່ມີຄ່າທີ່ສຸດສິ່ງຫນຶ່ງທີ່ເຮົາຈະສາມາດທຸ້ມເທມັນໃຫ້ກັບຄົນໃດຫນຶ່ງໄດ້. ຈົ່ງຮຽນຮູ້ທີ່ຈະລົງທຶນ, ແບ່ງປັນເວລາໃຫ້ກັບຊຸມຊົນທີ່ທ່ານອາໄສຢູ່ ເພື່ອທີ່ຈະໄດ້ຮຽນຮູ້ແລກປ່ຽນ ເຊິ່ງກັນ ແລະ ກັນ, ວາງໂທລະສັບຂອງທ່ານໄວ້ແດ່ກະໄດ້ ແລ້ວຫັນມາໃຫ້ຄວາມສົນໃຈກັບບຸກຄົນທີ່ກຳລັງຢູ່ຕໍ່ຫນ້າທ່ານ ໃນປັດຈຸບັນນີ້ ດ້ວຍການຍີ້ມແຍ້ມ, ໂອ້ລົມ ດ້ວຍຄວາມໃສ່ໃຈ.

9. ຈົ່ງຮູ້ຈັກທີ່ຈະຂອບໃຈໃນສິ່ງຕ່າງໆທີ່ເກີດຂື້ນ.

ຕາບໃນມື້ຂອງເຮົາທີ່ຈະມາເຖີງ ຈົ່ງຈື່ໄວ້ສະເຫມີວ່າ ຄົນທີ່ຍັງຢູ່ຍ່ອມຈະຍັງມີຊີວິດທີ່ພົບກັບຄວາມຜິດຫວັງຢູ່ສະເຫມີ, ສະນັ້ນ ຈົ່ງພະຍາມທີ່ຈະຄົ້ນຫາສິ່ງທີ່ດີໆຂອງ ກັນ ແລະ ກັນ ບໍ່ວ່າຈະເປັນຫມູ່ທີ່ທ່ານຮັກ ແລະ ຫາເວລາໄປຮ່ວມ Dinner ກັບພວກເຂົາເຫລົ່ານັ້ນແດ່; ຈົ່ງຈົດຈໍາສິ່ງທີ່ດີໆຕ່າງໆນັ້ນເອົາໄວ້.

10. ເວລາຂອງເຮົາ ມີຄ່າເທົ່າກັບເງີນ.

ເຮົາມາຄິດແບບນີ້: ໃນອາທິດຫນຶ່ງ ພວກເຮົາທຸ້ມເທເວລາໄປບໍ່ຫນ້ອຍກວ່າ 40 ຊົ່ວໂມງເພື່ອເຮັດວຽກແລກກັບການທີ່ຈະໄດ້ເງີນໃນເດືອນໆຫນຶ່ງ. ຈະເວົ້າໄປ ເວລາກໍ່ຄຶເງີນ ນັ້ນເອງ ແລະ ການສູນເສຍເວລາ ກໍ່ຄຶການສູນເສຍເງີນ ຄຶກັນ; ຈົ່ງໃຊ້ເວລາຢ່າງຊານສະຫລາດ.

11. ຄວາມຝັນທີ່ລົ້ມເຫລວສໍາຫລັບຜູ້ທີ່ບໍ່ຕັ້ງໃຈ; ຈົ່ງເລີ່ມລົງມືເຮັດຕັ້ງແຕ່ຕອນນີ້.

ທຸກໆຄົນຍ່ອມມີສິດທີ່ຈະມີຄວາມຝັນ, ນັ້ນແຫລະເປັນຫຍັງເຮົາຈຶ່ງມັກໄດ້ຍີນຫລາຍໆຄົນທີ່ເຄີຍມາຂາຍຄວາມຝັນສູ່ເຮົາຟັງ, ແຕ່ມັນມີຈັກຄົນກັນແທ້ ທີ່ຈະພະຍາຍາມສານຝັນຂອງຕົນເອງໃຫ້ກາຍເປັນຈິງຕາມທີ່ເຂົາເຈົ້າຝັນໄວ້? ບໍ່ມີຮອດເຄິ່ງຫນຶ່ງຊ້ຳແມ່ນບໍ່. ຈົ່ງຢຸດທີ່ຈະຄອງຄອຍ ແລະ ຫວັງເພື່ອທີ່ຈະໃຫ້ຄົນອື່ນມາຊ່ວຍໃນການສ້າງຝັນຂອງເຮົາ; ຈົ່ງເລີ່ມລົງມືເຮັດມັນໄປເລີຍຕັ້ງແຕ່ຕອນນີ້.

12. ການລົງທຶນໃນສິ່ງທີ່ສໍາຄັນທີ່ສຸດ, ຄຶການລົງທຶນໃນໂຕເຮົາເອງ.

ເຈົ້າສາມາດທີ່ຈະໃຊ້ຊີວິດໄດ້ພຽງແຕ່ຄັ້ງດຽວເທົ່ານັ້ນ ຄຶຊີວິດທີ່ເຈົ້າມີຢູ່ນີ້ແຫລະ, ເພາະວ່າຫລັງຈາກທີ່ເຈົ້າຈາກໄປ ມັນກໍ່ຄຶຄວາມຫວ້າງເປົ່າ ກໍ່ຄຶທຸກສິ່ງໃນໂຕເຈົ້າຈົບລົງ. ລະເປັນຫຍັງ ເຮົາຄຶບໍ່ລອງມາຄິດເບິ່ງວ່າ ໃນຊີວິດດຽວທີ່ເຮົາໄດ້ມານີ້ ຄຶບໍ່ເຮັດໃຫ້ຄຸ້ມຄ່າໃຫ້ສົມກັບການທີ່ເຮົາໄດ້ເກີດມາເປັນມະນຸດ? ຈົ່ງລົງທຶນໃນໂຕເອງ, ໃນຮ່າງກາຍ, ໃນຈິດໃຈ ແລະ ຈິດວິນຍານ ຂອງການເປັນຄົນທີ່ເຈົ້າໄດ້ຮັບມາ.

13. ແບ່ງປັນຄວາມຮູ້ ແລະ ປະສົບການທີ່ເຈົ້າມີ.

ທຸກໆສິ່ງ, ທຸກໆບົດຮຽນ, ປະສົບການໃນການເດີນທາງ ຫລືແມ້ກະທັງເຄັດລັບ, ຂໍ້ຄິດທີ່ດີຕ່າງໆ ທີ່ເຮົາໄດ້ຮັບມາ ມັນຈະບໍ່ມີຄ່າຫຍັງເລີຍ ຖ້າຫາກເຮົາບໍ່ເອົາມັນໄປແຊຣ໋ໃຫ້ກັບຄົນອື່ນໄດ້ຮຽນຮູ້ນຳ.

14. ຢູ່ກັບປັດຈຸບັນ.

ຈົ່ງຮຽນຮູ້ທີ່ຈະຢູ່ກັບປັດຈຸບັນ, ທີ່ບໍ່ແມ່ນມື້ວານ ຫລື ມື້ອື່ນ ອານາຄົດ ທີ່ຍັງບໍ່ທັນມາຮອດ. ມື້ນີ້ຄຶສິ່ງທີ່ສຳຄັນທີ່ສຸດໃນຕອນນີ້, ຈົ່ງເລີ່ມຮຽນໃນການຢູ່ກັບຕົນເອງຕັ້ງແຕ່ດຽວນີ້.

15. ເຊັ່ນກັນ ໃນມື້ຫນຶ່ງຂ້າງຫນ້າ ໂຕເຈົ້າເອງກໍ່ຈະຈາກໂລກນີ້ໄປ.

ຮຽນຮູ້ທີ່ຈະຍອມຮັບຄວາມຈິງຂໍ້ນີ້ໃຫ້ໄດ້, ຢ່າໃຊ້ຊີວິດແບບປະຫມາດ ເພາະຄວາມຕາຍກຳລັງຈະມາເຖີງ ແລະ ມັນຈະບໍ່ລໍຖ້າ, ບໍ່ໃຫ້ໂອກາດໃຜເລີຍ ບໍ່ວ່າເຈົ້າຈະຍັງມີ ຫລື ກໍາລັງສ້າງຄວາມຝັນໃນຫລາຍໆສິ່ງກໍ່ຕາມ, ເຈົ້າກໍ່ບໍ່ຄວນຈະລໍຖ້າທີ່ຈະເຮັດສິ່ງຕ່າງໆເຊັ່ນກັນ ຈົ່ງລົງມືເຮັດມັນໂລດ.

ທ້າຍນີ້ ຂ້ອຍຂໍໃຫ້ທຸກໆຄົນທີ່ໄດ້ອ່ານບົດຄວາມນີ້ ໄດ້ໃຊ້ເວລາ ຄິດຕະຫນັກເຖີງຄວາມຈິງທີ່ໄດ້ກ່າວມາດ້ານເທິງນີ້, ບາງທີເຈົ້າອາດຈະຄິດວ່າມັນບໍ່ແມ່ນເລື່ອງຈິງສໍາຫລັບໂຕເຈົ້າ ແລະ ອາດຈະຄິດວ່າ ຂ້ອຍຜູ້ຂຽນເອງ ແມ່ນໃຜທີ່ຈະມາເວົ້າຄວາມຈິງຂອງຊີວິດໃຫ້ເຈົ້າຟັງ. ຢ່າງໃດກໍ່ຕາມ ຂໍໃຫ້ຈື່ໄວ້ຢ່າງຫນຶ່ງວ່າ ທັ້ງຫມົດທີ່ຂ້ອຍເວົ້າມານີ້ ມັນບໍ່ແມ່ນສິ່ງທີ່ຂ້ອຍແຕ່ງຂື້ນມາ, ນີ້ແມ່ນຄວາມຈິງທີ່ຜູ້ຄົນ ນັບຮ້ອຍ ນັບພັນ ຄົນທີ່ເຄີຍອາໃສຢູ່ໃນໂລກໃບນີ້ ໄດ້ກ່າວໄວ້. ຂ້ອຍກໍ່ເປັນພຽງບຸກຄົນທີ່ໂຊກດີຄົນຫນຶ່ງທີ່ໄດ້ຮັບຮູ້ ແລະ ມາຮ່ວມແບ່ງປັນ ສິ່ງນີ້ໃຫ້ກັບທຸກຄົນໄດ້ຮັບຮູ້ນຳກັນ.

ດັ່ງນັ້ນ. ແມ່ນຫຍັງຄຶຄວາມຈິງຂອງຊິວິດທີ່ເຈົ້າໄດ້ຮຽນຮູ້ ໃນທີ່ຜ່ານມາ?

ທ່ານສາມາດແບ່ງປັນຄວາມຄິດທີ່ໄດ້ຮຽນຮູ້ ໃຫ້ກັບພວກເຮົາຜ່ານ ການສະແດງຄວາມຄິດເຫັນໄວ້ທາງດ້ານລຸ່ມນີ້ໄດ້ ແລະ ຢ່າລືມແບ່ງປັນບົດຄວາມນີ້ໃຫ້ກັບຄົນທີ່ທ່ານຮັກໄດ້ຮັບຮູ້ນຳແດ່.

ດ້ວຍຄວາມຮັກແພງ.

ສັກໄຊ

05/05/2018 (ສຸກ​ສັນ​ວັນ​ເກີດ ສັກໄຊ)

ຮຽບຮຽງ ແລະ ແປໂດຍ: Kee Khammisai


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page