5 ບົດຮຽນສຳຄັນ ທີ່ຈະນຳພາເຈົ້າໄປສູ່ຄວາມສຳເລັດ.
5 ບົດຮຽນສຳຄັນ ທີ່ຈະນຳພາເຈົ້າໄປສູ່ຄວາມສຳເລັດ.

ຄວາມລົ້ມເຫລວ ເປັນສ່ວນຫນຶ່ງຂອງຊີວິດ ແລະ ມັນບໍ່ໄດ້ເປັນເລື່ອງທີ່ຫນ້າອາຍອິຫຍັງກັບມັນເລີຍ ເພາະຄົນທີ່ປະສົບຄວາມສຳເລັດສ່ວນໃຫຍ່ ກໍ່ເຕີບໂຕມາຈາກຄວາມລົ້ມເຫລວ ຫລາຍຄັ້ງ ຫລາຍຄາວ ເຊັ່ນກັນ.
ຜູ້ຄົນສ່ວນໃຫຍ່ມັກຢ້ານທີ່ຈະພົບກັບຄວາມລົ້ມເຫລວ ເພາະພວກເຂົາຖືກສອນມາຕັ້ງແຕ່ນ້ອຍວ່າ ຄວາມລົ້ມເຫລວ ຫລື ຄວາມຜິດພາດ ນັ້ນເປັນສິ່ງທີ່ບໍ່ດີ. ດັ່ງນັ້ນເມື່ອຄົນເຫລົ່ານັ້ນພົບກັບຄວາມຜິດຫວັງ ກໍ່ຈະເປັນບັນຫາພາໃຫ້ເກີດເປັນສະພາວະໂລກຊືມເສົ້າໄດ້.
ມັນເປັນສິ່ງສໍາຄັນຫລາຍສຳຫລັບໂຕເຈົ້າ ທີ່ຈະຕ້ອງເຂົ້າໃຈວ່າ ຄວາມຜິດຫວັງ, ລົ້ມເຫລວ ຄຶວິທີ ທີ່ຈະເຮັດໃຫ້ເຮົາໄດ້ຮຽນຮູ້ ແລະ ກ້າວຕໍ່ໄປ, ມັນເປັນໄປບໍ່ໄດ້ເລີຍວ່າ ເຮົາຈະດຳເນີນຊີວິດໄປໂດຍພົບກັບຄວາມສົມຫວັງຫມົດທຸກຢ່າງ ນອກເສຍຈາກວ່າເຈົ້າຈະດຳເນີນຊີວິດໄປຢ່າງລະມັດລະວັງທີ່ສຸດ ແລະ ນັ້ນມັນກໍ່ບໍ່ມີຫຍັງທີ່ຫນ້າຕື່ນເຕັ້ນກັບຊີວິດເລີຍ.

1. ຮຽນຮູ້ຈາກການປ່ຽນແປງ.
ຄົນສ່ວນໃຫຍ່ແມ່ນບໍ່ມັກການປ່ຽນແປງ ພວກເຂົາອາດຄິດວ່າຈະບໍ່ໄດ້ຮັບການປ່ຽນແປງໃດໆໃນຊີວິດ ເພາະເຂົາເຈົ້າເຂົ້າໃຈວ່າສິ່ງຕ່າງໆສາມາດຄົງຢູ່ໄດ້ຍາວນານ, ແຕ່ຄວາມຈິງແລ້ວຄວາມປ່ຽນແປງແມ່ນກຳລັງລໍຖ້າເຂົາຢູ່ ແລະ ອາດຈະເກີດຂື້ນໄດ້ຕະຫລອດເວລາ. ການຮັບຮູ້ຈັກການປ່ຽນແປງ ຫມາຍເຖີງການທີ່ເຮົາໄດ້ຕະຫນັກດີເຖີງສະຖານະການທີ່ຈະເກີດຂື້ນ ແລະ ນຳໄປສູ່ການຍອມຮັບໃນສິ່ງທີ່ຈະປ່ຽນແປງນັ້ນໄດ້.
“ຄົນທີ່ສາມາດເອົາຕົວລອດໄດ້ ບໍ່ແມ່ນຄົນທີ່ ແຂ່ງແກ່ນ ຫລື ສະຫລາດທີ່ສຸດ,
ແຕ່ແມ່ນຄົນທີ່ສາມາດຈັດການກັບການປ່ຽນແປງໄດ້ດີທີ່ສຸດຕ່າງຫາກ” – Charles Darwin.
2. ຈົ່ງຍອມຮັບກັບການປ່ຽນແປງ.
ການຍອມຮັບການປ່ຽນແປງອາດຈະເປັນເລື່ອງທີ່ຍາກ ໃນຕອນທຳອິດ, ແຕ່ເຮົາຕ້ອງເຂົ້າໃຈຄວາມຈິງວ່າ ການຍອມຮັບການປ່ຽນແປງນີ້ ຈະຊ່ວຍໃຫ້ເຮົາໄດ້ຮັບສິ່ງທີ່ດີໃນຊີວິດ, ການປ້ອງກັນ ແລະ ລະງັບການປ່ຽນແປງທີ່ເກີດຂື້ນໃນໂຕເຈົ້າ ອາດຈະເປັນເລື່ອງທີ່ບໍ່ດີສຳຫລັບເຈົ້າ ເພາະມັນຫມາຍເຖີງການປະຕິເສດຄວາມເປັນຈິງທີ່ວ່າສະຖານະການຍ່ອມເກີດການປ່ຽນແປງໄດ້ຕະຫລອດເວລາ.

ສິ່ງຕ່າງໆທີ່ມີຜົນອອກມາແຕກຕ່າງກັບທີ່ເຮົາຄາດຫວັງໄວ້ ແລະ ນີ້ເປັນສິ່ງທີ່ດີຫລາຍ ເພາະວ່າມັນຈະເຮັດໃຫ້ເຮົາສາມາດທີ່ຈະຮັບມືກັບການປ່ຽນແປງໄດ້ມີປະສິດທິພາບດີຍິ່ງຂື້ນກັບສິ່ງໃຫມ່ໆ.
3. ຮຽນຮູ້ຈາກອາດີດ.
ເມື່ອເຈົ້າຍອມຮັບການປ່ຽນແປງ ເຊີ່ງຫມາຍເຖີງ ການຍອມຮັບທີ່ຈະເລີ່ມຕົ້ນສ້າງຄວາມຮູ້ສືກ ແລ້ວເຈົ້າຈະຄົ້ນພົບບົດຮຽນຈາກການທີ່ສາມາດຮຽນຮູ້ໄດ້, ສິ່ງທີ່ສໍາຄັນຕ້ອງພະຍາຍາມຮຽນຮູ້ຈາກຄວາມຜິດພາດທີ່ເກີດຂື້ນກ່ອນຫນ້ານີ້ໃຫ້ໄດ້ ເນື່ອງຈາກວ່າມັນຈະຊ່ວຍເປັນບົດຮຽນໃຫ້ເຮົາໄດ້ຮຽນຮູ້ທີ່ຈະບໍ່ເຮັດຜິດອີກໃນອານາຄົດ

“ຢູ່ໃນສັງຄົມ ເຮົາຖືກສອນວ່າ: ຄວາມຜິດພາດເປັນເລື່ອງທີ່ບໍ່ດີ, ແຕ່ຄວາມເປັນຈິງແລ້ວມະນຸດທຸກຄົນ ຖືກອອກແບບມາໃຫ້ຮຽນຮູ້ຈາກຄວາມຜິດພາດ” – Robert Kiyosaki.
4. ຈົ່ງຮຽນຮູ້ທີ່ຈະເຕີບໂຕ.
ການຍອມຮັບ, ການອົດທົນ ແລະ ຮຽນຮູ້ຈາກການປ່ຽນແປງຍ່ອມຈະເຮັດໃຫ້ເຈົ້າແຂງແກ່ນ ແລະ ດີ ຂື້ນກວ່າທີ່ເຄີຍເປັນມາ, ຄວາມສາມາດໃນການຮຽນຮູ້ຈາກອາດີດຂອງເຈົ້າ ຈະເຮັດໃຫ້ເຈົ້າເປັນຄົນທີ່ສາມາດຈັດການກັບການປ່ຽນແປງ ໄດ້ງ່າຍຂື້ນ ແລະ ສາມາດກ້າວເດີນໄປຂ້າງຫນ້າໄດ້ດ້ວຍບໍ່ມີຄວາມຮູ້ສືກທີ່ຈະເສຍໃຈໃນຊີວິດ, ນອກຈາກນີ້ ການຮຽນຮູ້ທີ່ຈະປ່ຽນແປງນີ້ຍັງຈະສາມາດສ້າງແນວທາງໃນການດຳລົງຊີວິດໃຫມ່ໄດ້ດ້ວຍ

5. ຮຽນຮູ້ໃນການເສີມສ້າງພູມປັນຍາ ແລະ ຮັກສາມັນໄວ້ໃຫ້ດີ.
ຍິ່ງເຮົາໄດ້ຮັບການປ່ຽນແປງໃນຊີວິດຫລາຍເທົ່າໃດ ກໍ່ຍິ່ງຈະເປັນຜົນດີແກ່ຊີວິດເຮົາຫລາຍເທົ່ານັ້ນ
ການມີສະຕິປັນຍາ ຈະສາມາດນຳພະລັງ ແລະ ເພີ້ມຄວາມແຂງແກ່ນມາສູ່ຊີວິດຂອງເຮົາດ້ວຍຄວາມສັນຕິສຸກ ແລະ ຄວາມເສລີພາບ. ການໄດ້ຮັບເຖີງການປ່ຽນແປງ ແລະ ພ້ອມທີ່ຈະຍອມຮັບວ່າມັນເປັນສ່ວນຫນຶ່ງຂອງຊີວິດທີ່ຂາດບໍ່ໄດ້ ມັນຈະກາຍມາເປັນບົດຮຽນທີ່ຈະເປັນການໄດ້ຮຽນຮູ້ຊີວິດ ຫລື ເປັນຄູໃຫ້ແກ່ເຮົານັ້ນເອງ.
ເປັນທີ່ຫນ້າສັງເກດວ່າ ໃນຂະບວນການຂອງການປ່ຽນແປງ ເຮົາຈຳເປັນຕ້ອງໄດ້ມີຄວາມຊື່ສັດກັບຊີວິດຂອງຕົວເອງຢ່າງຈິງຈັງ ເພາະຄົນສ່ວນໃຫຍ່ ແມ່ນພວກເຂົາໄດ້ປະຕິເສດ ແລະ ບໍ່ເຂົ້າໃຈເຫດຜົນທີ່ແທ້ຈິງຂອງເບື້ອງຫລັງໃນການປ່ຽນແປງສິ່ງຕ່າງໆ.

ເບິ່ງຄຶວ່າມັນເປັນເລື່ອງທີ່ຂາດສະຕິ ໃນການທີ່ເຮົາໄດ້ເຮັດຜິດພາດຊ້ຳໆໃນເລື່ອງເກົ່າຢູ່ຕະຫລອດເວລາ ແຕ່ກົງກັນຂ້າມເຮົາກັບມີຄວາມຄາດຫວັງຜົນລັບທີ່ດີຢູ່ສະເຫມີ.
ດັ່ງນັ້ນ ຖ້າເຮົາບໍ່ໄດ້ຮຽນຮູ້ ຈາກຄວາມຜິດພາດຂອງເຮົາ ແນ່ນອນທີ່ສຸດວ່າຄວາມຜິດພາດກໍ່ຈະມາຢູ່ຫນ້າປະຕູລໍຖ້າເຮົາເຊັ່ນເຄີຍ.
ແນ່ນອນວ່າຄວາມຜິດຫວັງຈະສາມາດເກີດຂື້ນກັບເຮົາໄດ້ອີກຄັ້ງ, ພຽງແຕ່ວ່າມັນຈະເກີດກັບເຮົາໃນສະຖານະການທີ່ແຕກຕ່າງກັນອອກໄປ ແລະ ທ້າຍທີ່ສຸດແລ້ວມັນກໍ່ຄຶປະສົບການທີ່ດີນັ້ນເອງ.

ບັນຫາມັນກະເປັນພຽງສ່ວນຫນຶ່ງທີ່ເຮົາຈະຕ້ອງໄດ້ພົບໃນລະຫວ່າງເສັ້ນທາງເດີນເພື່ອໄປຫາເປົ້າຫມາຍຂອງເຮົາເທົ່ານັ້ນ, ສິ່ງທີ່ສໍາຄັນທີ່ສຸດກໍ່ຄຶການບັງຄັບດວງຕາຂອງເຮົາໃຫ້ເບິ່ງໄປທີ່ເສັ້ນໄຊທີ່ໄດ້ຕັ້ງໄວ້ຕ່າງຫາກ.
ຄວາມລົ້ມເຫລວ ກໍ່ປຽບສະເຫມືອນ ການທີ່ເຮົາຕົກລົງໄປໃຫ້ຂຸມ ແລະ ບໍ່ຍອມລຸກຂື້ນຢືນ, ແຕ່ເມື່ອໄດ້ທີ່ເຮົາພະຍາຍາມທີ່ຈະລຸກອອກມາຈາກຂຸມນັ້ນໃຫ້ໄດ້ ມັນກໍ່ບໍ່ເອີ້ນວ່າລົ້ມເຫລວອີກຕໍ່ໄປແລ້ວ. ການທີ່ເຮົາຈະເປັນຜູ້ທີ່ຊະນະ ໃນຊີວິດໄດ້ນັ້ນຈະຕ້ອງເປັນຄົນທີ່ບໍ່ຍອມສູນເສຍຄວາມຫວັງ ແລະ ມັກຈະເບິ່ງຫາດ້ານບວກ ເຖີງແມ່ນວ່າຈະໄປຕົກຢູ່ໃນສະຖານະການທີ່ຫຍຸ້ງຍາກທີ່ສຸດກໍ່ຕາມ ແລະ ທັງຫມົດນັ້ນຄຶສິ່ງທີ່ຄົນປະສົບຄວາມສຳເລັດເຂົາເຈົ້າໄດ້ປະຕິບັດ.
ສັກໄຊ ແສງອາລຸນ
ຮຽບຮຽງ ແລະ ແປໂດຍ: Kee Khammisai
FACEBOOK: facebook.com/sakxay
28-ເມສາ-2018