ຈົ່ງມີຄວາມອົດທົນ, ຢ່າຍອມແພ້ ເພາະຄົນທີ່ມີຄວາມອົດທົນ ຍ່ອມຈະໄດ້ຮັບລາງວັນທີ່ຄຸ້ມຄ່າສະເຫມີ.
ຈົ່ງມີຄວາມອົດທົນ, ຢ່າຍອມແພ້ ເພາະຄົນທີ່ມີຄວາມອົດທົນ ຍ່ອມຈະໄດ້ຮັບລາງວັນທີ່ຄຸ້ມຄ່າສະເຫມີ.

ຖ້າເຈົ້າກຳລັງຮູ້ສຶກວ່າຕົນເອງຫມົດກຳລັງໃຈ ບໍ່ສາມາດທີ່ຈະກ້າວໄປຕໍ່ໄດ້.
ທຸກສິ່ງທຸກຢ່າງ ລວມທັງວຽກງານທີ່ເຈົ້າກຳລັງເຮັດຢູ່ ເບິ່ງຄຶວ່າມັນໄດ້ສວນທາງກັບຄວາມຄິດ ຫລື ສິ່ງທີ່ເຈົ້າຕ້ອງການ ແລະ ຢາກຈະເປັນ. ສິ່ງທີ່ສຳຄັນທີ່ສຸດຄຶ ໂຕເຈົ້າເອງຍັງບໍ່ຮູ້ດ້ວຍຊ້ຳວ່າຍ້ອນຫຍັງມັນຈຶ່ງເຮັດໃຫ້ເຈົ້່າເປັນແນວນັ້ນ.
ເຈົ້າບໍ່ສາມາດທີ່ຈະເຮັດໃຫ້ເກີດມີແຮງຈູງໃນການກ້າວຕໍ່ໄປໄດ້ເລີຍ, ທຸກໆມື້ຫລັງຈາກທີ່ລຸກຂື້ນມາຈາກຕຽງນອນ ເຫມືອນຄົນທີ່ບໍ່ມີຈຸດຫມາຍປາຍທາງ, ບໍ່ຮູ້ວ່າຊີວິດຈະກ້າວໄປຕໍ່ໄດ້ແນວໃດ, ບໍ່ຮູ້ຄວາມຫມາຍຂອງຊີວິດ.
ແຕ່ເຖີງແນວໃດກໍ່ຕາມ ເລື່ອງທີ່ເກີດຂື້ນທັງຫມົດນີ້ ຂ້ອຍແນະນຳວ່າຢ່າໄປກັງວົນກັບມັນຫລາຍ, ແຕ່ຂ້ອຍບໍ່ໄດ້ຫມາຍຄວາມວ່າໃຫ້ເຈົ້ານີ້ງເສີຍກັບເລື່ອງນີ້ ພຽງແຕ່ຢາກບອກວ່າ ເຈົ້າຕ້ອງກ້າວຂ້າມຜ່ານຕໍ່ໄປໃຫ້ໄດ້ ເຖີງວ່າມັນຈະເປັນເລື່ອງທີ່ຍາກແດ່ກໍ່ຕາມ.
ບຸກຄົນທີ່ສ້າງຄວາມດີ ຍ່ອມຈະໄດ້ຮັບລາງວັນທີ່ຄຸ້ມຄ່າສະເຫມີ.
ຕາບໃດທີ່ເຈົ້າຍຶດຖືໃນຄວາມດີ ແລະ ເຮັດດີໃນທຸກໆມື້ແລ້ວ ຊີວິດຂອງເຈົ້າຈະປ່ຽນໄປຄຶ ມີແຕ່ສິ່ງທີ່ດີໆເຂົ້າມາຫາຢ່າງແນ່ນອນ, ເພາະກົດແຫ່ງຄວາມດຶງດູດ ມັກຈະເອົາສິ່ງທີ່ຄ້າຍຄຶກັນເຂົ້າມາຢູ່ໃກ້ໆກັນ.
ເຊັ່ນດຽວກັນກັບຄວາມດີເລັກໆນ້ອຍ ທີ່ເຮົາໄດ້ມອບ ຫລື ເຮັດໃຫ້ກັບຄົນອື່ນ ຍ່ອມຈະມີຜົນດີສະທ້ອນກັບມາສູ່ເຮົາ ຫລື ຄົນອື່ນຈະເຫັນຄວາມດີຂອງເຮົາແນ່ນອນ ແລະ ເຊັ່ນດຽວກັບໂອກາດທີ່ດີໆ ກໍ່ຈະມາຮອດມືເຮົາ ໃນແບບທີ່ເຈົ້າບໍ່ເຄີຍຄິດມາກ່ອນຢ່າງແນ່ນອນ.

ໄຊຊະນະ ຫລື ລາງວັນ ຍ່ອມເຫມາະສົມກັບບຸກຄົນທີ່ຄູ່ຄວນທີ່ຈະໄດ້ຮັບເທົ່ານັ້ນ.
ແລ້ວພວກເຮົາຈະໄດ້ຮັບລາງວັນນີ້ໄດ້ແນວໃດ? ການປະຕິບັດຕົນເອງໃຫ້ເປັນຄົນດີ ແລະ ນ້ອບນ້ອມຖ່ອມຕົນ, ພ້ອມທັງເຮັດຫນ້າທີ່ຂອງຕົນເອງໃຫ້ດີໃນທຸກໆຢ່າງ ແລ້ວເຈົ້າຈະໄດ້ຮັບລາງວັນ ດັ່ງວິທີຕໍ່ໄປນີ້:
ຊ່ວຍເຫລືອຄົນອື່ນໂດຍບໍ່ຫວັງສິ່ງຕອບແທນ.
ຍີ້ມໃຫ້ກັບທຸກໆຄົນທີ່ເຈົ້າມີໂອກາດໄດ້ພົບຫນ້າ.
ພະຍາຍາມທັກທາຍ, ຕອບກັບຂໍ້ຄວາມ ຫລື ຄອມເມັ້ນກັບຄຶນຫມູ່ເພື່ອນທີ່ທັກທາຍເຂົ້າມາຫາທາງ ສື່ສັງຄົມອອນໄລ໌ (Social media).
ພາໂຕເອງເຂົ້າໄປໃນສັງຄົມແຫ່ງການຄິດບວກ ເຊັ່ນ: ຊອກອ່ານປື້ມ ຫລື ຟັງຫນັງສືສຽງ ຫລື ແມ້ກະທັງຕິດຕາມ ບົດຄວາມດີໆ ທາງບ໋ອກໂພດສ໊ (Blogs post) ເຊັ່ນນີ້.
ຈົ່ງມີຄວາມຫວັງກັບສິ່ງທີ່ຄົນອື່ນໆຄິດ ຫລື ເຫັນວ່າມັນເປັນສິ່ງທີ່ເປັນໄປບໍ່ໄດ້.
ຫ້າ ຂໍ້ທີ່ກ່າວມາຂ້າງເທິ່ງນັ້ນແມ່ນສິ່ງທີ່ເຮົາສາມາດນຳມາປະຕິບັດກັບໂຕເຮົາໄດ້ ເຖີງແມ່ນວ່າເຮົາຈະພົບພໍ້ກັບຄວາມວຸ້ນວາຍໃນຊີວິດປານໃດກໍ່ຕາມ. ຫລາຍຄົນມັກເວົ້າກັບຂ້ອຍວ່າ: “ຄຳເວົ້າມັນກໍ່ເວົ້າງ່າຍແທ້, ແມ່ນໃຜກໍ່ເວົ້າໄດ້, ສັກໄຊ ມັນຍາກກວ່າທີ່ເຈົ້າຄິດຫລາຍເທົ່າ”.
ເຊີ່ງ ຂ້ອຍມັກໄດ້ຕອບກັບໄປວ່າ: “ແມ່ນແລ້ວ ເຈົ້າເວົ້າຖືກ, ມັນກໍ່ບໍ່ແມ່ນເລື່ອງງ່າຍ, ຖ້າມັນງ່າຍ ປານນີ້ທຸກໆຄົນ ກໍ່ພາກັນປະສົບຄວາມສຳເລັດໃນການດຳລົງຊີວິດ ໄປຫມົດແລ້ວ.”
ຢ່າງໃດກໍ່ຕາມແຕ່...

ຢ່າຍອມແພ້ງ່າຍໆ...ຈົ່ງກ້າວຕໍ່ໄປຂ້າງຫນ້າ ດ້ວຍຄວາມມີມານະອົດທົນ.
ເພາະຂ້ອຍເຊື່ອໃນສັກກະຍະພາບຂອງພວກເຈົ້າທຸກຄົນວ່າສາມາດທີ່ຈະໄດ້ຮັບສິ່ງເຈົ້າຕ້ອງການໄດ້ ຖ້າພວກເຮົາຍັງຄົງມຸ້ງເນັ້ນເດີນຫນ້າ ແລະ ບໍ່ຍອມໃຫ້ຄວາມຄິດໃນແງ່ລົບເຂົ້າມາຂັດຂວາງໂຕເຮົາສາກ່ອນ, ຂ້ອຍເຂົ້າໃຈຢູ່ວ່າມັນຍາກ ແຕ່ຢ່າເອົາມັນມາຖືເປັນຂໍ້ອ້າງ ແລະ ສ່ວນຫນຶ່ງ ຖ້າເປົ້າຫມາຍຂອງເຈົ້າມັນບໍ່ຫນ້າຕື່ນເຕັ້ນພໍ ມັນກໍ່ຈະເຮັດໃຫ້ເຈົ້າບໍ່ມີແຮງຈູງໃຈ ແລະ ລົ້ມເລີກໄປໃນທີ່ສຸດ.
ໃຊ້ຄວາມບໍ່ເຫັນແກ່ໂຕ ເພື່ອມາປ່ຽນແປງມູມມອງ ຫລື ທັດສະນະຄະຕິ ໃນໂຕເຈົ້າ, ລອງສັງເກດເບິ່ງໂຕເອງ ໃນຖານະເປັນຄົນອື່ນ, ລອງເບິ່ງວ່າໃນຕອນນີ້ປຽບເຫມືອນ ເຈົ້າເປັນໃຜ ແລະ ເຈົ້າສາມາດກາຍເປັນແບບໃຜ ໄດ້ແດ່. ແນ່ນອນວ່າພວກເຮົາຫມົດທຸກຄົນສາມາດທີ່ຈະກາຍເປັນຜູ້ນຳໄດ້ ແລະ ເມື່ອເຮົາລອງຍ້ອນເບິ່ງໂຕເຮົາເອງດ້ວຍຄວາມສະຫງົບ ແລະ ປາສະຈາກການມີອີໂກ້ (Ego) ໃນໂຕແລ້ວ ເຮົາຈະຮູ້ວ່າແທ້ທີ່ຈິງແລ້ວເຮົາແມ່ນໃຜກັນແທ້.
ຈົ່ງກ້າທີ່ຈະມີຄວາມຝັນ ແລະ ຢ່າຢ້ານກົວທີ່ຈະມີຄວາມຝັນທີ່ສູງ ແລະ ຍິ່ງໃຫຍ່.
ມີຄົນເຄີຍເວົ້າວ່າ: “ຈົ່ງຕັ້ງຄວາມຝັນໄວ້ທີ່ດວງເດືອນ, ເພາະຖ້າເຮົາບໍ່ສາມາດທີ່ຈະໄປຮອດດວງເດືອນນັ້ນໄດ້ ຢ່າງນ້ອຍເຮົາກໍ່ຈະໄດ້ຢູ່ທາມກາງຄວາມສວຍງາມຂອງແສງສະຫວ່າງຂອງດວງດາວ”.
ຢ່າຢ້ານການຄິດໃຫຍ່ ຫາກເຈົ້າມີເປົ້າຫມາຍທີ່ຍິ່ງໃຫຍ່ ແລະ ມີຄວາມກະຫາຍເຖີງຄວາມສຳເລັດເຫລົ່ານັ້ນ ມັນຍິ່ງເປັນການດີ ຂ້ອຍຂໍແນະນຳວ່າຢ່າປ່ອຍໃຫ້ຄວາມຄິດເຫລົ່ານັ້ນຫາຍໄປຈາກສະຫມອງຂອງເຈົ້າ, ເພາະມັນຈະຊ່ວຍໃຫ້ເຈົ້າສາມາດເດີນທາງ, ຫາວິທີເພື່ອໄປເຖີງເສັ້ນໄຊແຫ່ງເປົ້າຫມາຍຂອງເຈົ້າໄດ້ ຢ່າງແນ່ນອນ.
ຈົ່ງລຸກຂື້ນ, ກ້າວເດີນໄປຂ້າງຫນ້າ ແລະ ຢ່າຍອມແພ້ງ່າຍໆ.
ຂໍໃຫ້ທຸກໆທ່ານມີຄວາມສຸກ ແລະ ສົມຫວັງ ເນື່ອງໃນໂອກາດ ວັນປີໃຫມ່ຈີນ.
ສັກໄຊ ແສງອາລຸນ

ຮຽບຮຽງ ແລະ ແປໂດຍ: Kee Khammisai
SAKXAY SENGALOUN
------------------------------------
FACEBOOK: facebook.com/sakxay
