top of page

ເຈົ້າໄດ້ມີຄວາມຝັນທີ່ຢາກຈະປະສົບຄວາມສຳເລັດ ຫລື ກຳລັງໄຝຄວ້າຫາຄວາມຝັນຂອງເຈົ້າຢູ່ຫລືບໍ່?

ພວກເຮົາທຸກຄົນຍ່ອມຈະມີສັກກະຍະພາບໃນຕົວຕົນທີ່ແຂ່ງແກ່ນ.

ແຕ່...ການໃຊ້ຊີວິດໃຫ້ປະສົບຄວາມສຳເລັດ ມັນບໍ່ແມ່ນເລື່ອງທີ່ງ່າຍປານໃດ...ແມ່ນແລ້ວ ເຈົ້່າອ່ານບໍ່ຜິດດ໋ອກ, ຊີວິດນີ້ມັນບໍ່ງ່າຍເລີຍ ຖ້າຫາກວ່າມັນງ່າຍ ແນ່ນອນວ່າທຸກໆຄົນກໍ່ຈະປະສົບຜົນສຳເລັດດ້ວຍກັນຫມົດໂລກນີ້ໄປແລ້ວ.

ເຈົ້າໄດ້ມີຄວາມຝັນທີ່ຢາກຈະປະສົບຄວາມສຳເລັດ ຫລື ກຳລັງໄຝຄວ້າຫາຄວາມຝັນຂອງເຈົ້າຢູ່ຫລືບໍ່?

ແມ່ນແລ້ວ...ຂ້ອຍກຳລັງຖາມໂຕເຈົ້າຢູ່ ນະປັດຈຸບັນນີ້ແຫລະ. ແມ່ນຫຍັງຄຶສິ່ງທີ່ເຈົ້າກຳລັງເຮັດ ເພື່ອທີ່ຈະໄປເຖີງຈຸດເປົ້າຫມາຍຂອງເຈົ້ານັ້ນໄດ້?

ສັ້ນໆເລີຍ ມັນມີພຽງແຕ່ 2 ທາງເລືອກນີ້ເທົ່ານັ້ນ:

1.ຄຶ ພະຍາຍາມຕໍ່ສູ້ ແລະ ເອົາເປົ້າຫມາຍມາສ້າງເປັນແຮງຈູງໃຈ.

2.ຄຶ ບໍ່ຕ້ອງພະຍາຍາມຫຍັງເລີຍ ແລະ ຍອມແພ້ມັນໄປຊະ.

ການທີ່ເຮົາຕັດສິນໃຈທີ່ຈະລົງມືຕໍ່ສູ້ມັນຄຶນິມິດຫມາຍທີ່ດີ.

ການມີຄວາມພະຍາຍາມດີ້ນຮົນຢ່າງຫນັກ ເຊັ່ນວ່າ: ການພະຍາຍາມປີນໄຕ່ຂື້ນພູເຂົາທີ່ສູງຊັນ ໃນຄະນະດຽວກັນກັບມີ ດິນ-ຫີນ ສະໄລລົງມານັ້ນ ມັນໄດ້ເປັນສັນຍານເຕືອນໃຫ້ນັກປີນຜາຮູ້ວ່າ ຕົນເອງກຳລັງໄດ້ເຂົ້າໃກ້ຄວາມທ້າທາຍທີ່ກຳລັງຈະມາຮອດແລ້ວ.

ການເລີ່ມຕົ້ນປະເຊີນກັບບັນຫາ ເຮົາຄວນຈະແກ້ໄຂໃນສິ່ງທີ່ທ້າທາຍຢູ່ຕໍ່ຫນ້າດວງຕາສີດຳຂອງເຈົ້້ານັ້ນເສຍກ່ອນ ເພາະມັນສາມາດເຮັດໃຫ້ ເຮົາມີ ແຮງຈູງໃຈ ແລະ ແຮງກະຕຸ້ນ ທີ່ດີໄດ້, ຖ້າເຮົາເບິ່ງວ່າບັນຫານັ້ນເປັນບັນຫາທີ່ງ່າຍ ເຊີ່ງເຮົາສາມາດແກ້ໄຂໄດ້ ສິ່ງອື່ນໆທີ່ໃຫຍ່ກວ່າມັນກໍ່ຈະງ່າຍໄປຕາມເຮົາ.

ເຊັ່ນດຽວກັບຂ້ອຍ ເມື່ອເວລາທີ່ກຳລັງຈະກາຍເປັນຄົນຫວ້າງງານ ທີ່ບໍ່ມີວຽກເຮັດ ເຊີ່ງເປັນຊ່ວງທີ່ຕັດສິນໃຈໄດ້ຍາກ ເພາະບໍ່ຮູ້ຈະໄປຫົນທາງໃດ ຍ້ອນເຫດຜົນທີ່ບໍພໍໃຈກັບຄວາມກ້າວຫນ້າ, ຕຳແຫນ່ງທີ່ໄດ້ຮັບ ແລະ ສິ່ງດຽວທີ່ເຮັດໄດ້ຄຶເຮົາຕ້ອງຍອມຮັບກັບສະຖານະການທີ່ເປັນຢູ່ໃຫ້ໄດ້ສາກ່ອນ.

ການຕໍ່ສູ້ຄຶສັນຍານການເລີ່ມຕົ້ນທີ່ດີ, ເມື່ອເວລາທີ່ເຮົາເລີ່ມລຸກຂື້ນສູ້ ສິ່ງຕ່າງໆມັນຈະຄ່ອຍໆດີຂື້ນໄປເອງ ແລະ ເຮົາຈະຮູ້ໄດ້ວ່າມັນຍັງມີສິ່ງທີ່ດີໆເຫລືອຢູ່.

ເຮົາຄວນຈະເຮັດແນວໃດ ເພື່ອຕໍ່ສູ້ກັບສິ່ງຕ່າງໆເຫລົ່ານັ້ນ?

ລອງໃຊ້ວິທີການຕໍ່ໄປນີ້ເພື່ອເປັນແນວທາງໃຫ້ເຈົ້າເບິ່ງກະໄດ້.

ແລະ ຕໍ່ໄປນີ້ຄຶວິທີການໃນການຕໍ່ສູ້ກັບສິ່ງຕ່າງເຫລົ່ານັ້ນ ທີ່ຂ້ອຍໄດ້ເອົາມາໃຊ້ຢູ່ເປັນປະຈຳ.

1. ຕ້ອງຍອມຮັບໃນຕົວຕົນຂອງເຈົ້າໃຫ້ໄດ້ເສຍກ່ອນ.

  • ວິທີການນີ້ຈະເຮັດໃຫ້ເຈົ້າໄດ້ຮັບຮູ້ຄວາມເປັນຈິງໃນຕົວຕົນຂອງເຈົ້າ.

2. ສ້າງຄວາມສະຫງົບພາຍໃນຈິດໃຈ ດ້ວຍການນັ່ງສະມາທິ ເພື່ອໃຫ້ຈິດໃຈສະຫງົບຈາກສິ່ງຕ່າງໆທີ່ເຂົ້າມາວຸ້ນວາຍ.

  • ເພາະຄວາມຄຽດຈະເຮັດໃຫ້ເຈົ້າເຮັດສິ່ງຕ່າງໆທີ່ບໍ່ຄາດຄິດໄດ້.

3. ຢ່າເຫັນດີກັບຄົນສ່ວນຫລາຍຈົນເກີນໄປ.

  • ຂ້ອຍມັກຕອບຕົກລົງກັບການເຮັດທຸລະກິດໃຫມ່ໆທີ່ມັນມີຄວາມສ່ຽງຢູ່ຕະຫລອດ ທີ່ຂ້ອຍໄດ້ຍິນຫລາຍໆຄົນເວົ້າວ່າມັນດີ.

4. ພະຍາຍາມ ຢັບຢັ້ງຄວາມຄຽດໃຫ້ໄດ້.

  • ເພາະຄວາມຄຽດຈະເຮັດໃຫ້ທຸກສິ່ງທຸກຢ່າງຢ້ຳແຢ້ລົງ, ພະຍາມຢ່າເຮັດໃຫ້ໂຕທ່ານໄປຄິດກັບເລື່ອງພວກນັ້ນ.

5. ບັນທຶກຄວາມດີຂອງເຈົ້າ 3 ຢ່າງ ລົງໃນສະມຸດໂນ້ດ ທີ່ເຈົ້າໄດ້ເຮັດໃນທຸກໆມື້.

  • ເພາະມັນຈະເປັນການບັງຄັບໃຫ້ເຈົ້າໄດ້ສ້າງຄວາມດີໄປໃນໂຕ.

6. ລົບຄວາມຄິດສິ່ງຕ່າງທີ່ມັນບໍ່ດີ ອອກຈາກສະຫມອງຂອງເຈົ້າໄປໃຫ້ຫມົດ.

  • ເພາະທຸກໆມື້ເຮົາມັກຈະມີເລື່ອງຕ່າງໆທີ່ມັນໄລສາລະເຂົ້າມາໃຫ້ເຮົາຄິດຢູ່ແລ້ວ ຈົ່ງພະຍາຍາມປ່ອຍວາງສິ່ງເຫລົ່ານັ້ນໄປໃຫ້ຫມົດ ເພາະມັນເຮັດໃຫ້ເຈົ້້າເສຍສະມາທິໄປລ້າໆ.

ແລະ ຂັ້ນຕອນສຸດທ້າຍ...ຄຶ ການເຮັດໂຕໃຫ້ສະບາຍ ແລະ ປ່ອຍວາງຄວາມກັງວົນທັງຫມົດ.

ຈົ່ງຈື່ໄວ້ວ່າໂລກຂອງເຈົ້້າຈະບໍ່ສີ້ນສຸດໃນມື້ອື່ນ, ເຈົ້າສາມາດເລີ້ມຕົ້ນໃຫມ່ໄດ້ອີກຢູ່ ເມື່ອເວລາທີ່ເຈົ້າລົ້ມ ແລ້ວຈົ່ງຮີບລຸກຂື້ນມາເລີ່ມຕົ້ນໃຫມ່, ຢ່າໄດ້ໂທດຕົນເອງ ເພາະເຮົາທຸກຄົນຍ່ອມຈະໄດ້ຕໍ່ສູ້ ແລະ ໄດ້ເຮັດດີທີ່ສຸດເທົ່າທີ່ຈະເຮັດໄດ້ແລ້ວ, ຈົ່ງຮຽນຮູ້ຈາກປະສົບການ ເພື່ອສ້າງໃຫ້ຕົນເອງເຕີບໃຫຍ່ໄດ້ ແລະ ອີກຢ່າງ ການຂາດຄວາມອົດທົນ ແລະ ການມີຄວາມວິຕົກ ຫລາຍໆ ຈະເຮັດໃຫ້ເຮົາອ່ອນແອໄດ້, ຖ້າເຮົາສາມາດເອົາຊະນະບັນຫາໄດ້ ກະເທົ່າກັບວ່າເຮົາສາມາດກໍານົດຕົວຕົນຂອງເຮົາໄດ້.

ພວກເຮົາທຸກຄົນຍ່ອມຈະມີສັກກະຍະພາບໃນໂຕທີ່ບໍ່ມີຂີດຈຳກັດ ພຽງແຕ່ເຮົາຕ້ອງຮຽນຮູ້ໃນການຕໍ່ສູ້ ແລະ ສິ່ງດຽວກັນນີ້ຈະເປັນຫມາກຜົນທີ່ດີ ຈົນເຈົ້າສາມາດຍອມຮັບ ແລະ ພາກພູມໃຈໄດ້.

ຮຽບຮຽງ ແລະ ແປໂດຍ: Kee Khammisai

SAKXAY SENGALOUN

------------------------------------


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page