top of page

ບົດຄວາມສຸດທ້າຍຂອງ Holly Butcher ກ່ອນທີ່ລາວຈະສີ້ນໃຈພຽງ 24 ຊົ່ວໂມງ.

ເພາະຊີວິດຄົນເຮົາມັນແສນສັ້ນ ແລະ ບໍ່ຍາວພໍທີ່ຈະໃຫ້ເຮົາໄປໃຊ້ເວລາກັບເລື່ອງທີ່ບໍ່ສຳຄັນ, ແຕ່ຄົງບໍ່ມີໃຜທີ່ຈະ ສາມາດຕະຫນັກຮູ້ເຖີງເລື່ອງນີ້ໄດ້ ເທົ່າກັບຄົນທີ່ກຳລັງຈະສູນເສຍຊີວິດໄປ ເທົ່າກັບ Holly Butcher ຍິງສາວທີ່ປ່ວຍເປັນໂລກມະເຮັງໃນໄວອາຍຸພຽງ 26 ປີ, ລາວໄດ້ເສຍຊີວິດຫລັງຈາກທີ່ໂພດສ໋ ບົດຄວາມນີ້ລົງໃນ Facebook ສ່ວນຕົວຂອງລາວ ພຽງ 24 ຊົ່ວໂມງ ແລະ ຫລັງຈາກນັ້ນຄອບຄົວຂອງລາວກໍ່ໄດ້ນຳເອົາບົດຄວາມທີ່ລາວຂຽນຂື້ນນີ້ອອກມາເຜີຍແຜ່ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ຕະຫນັກໄດ້ວ່າຊີວິດນີ້ມີຄ່າສ່ຳໃດ.

ບົດຄວາມທີ່ລາວໄດ້ຂຽນຂື້ນມາມີໃຈຄວາມດັ່ງຕໍ່ໄປນີ້:

“ມັນກໍ່ເປັນເລື່ອງທີ່ຫນ້າຕົກໃຈຢູ່ເນາະທີ່ຂ້ອຍຈະຕ້ອງມາຍອມຮັບຄວາມຕາຍໃນໄວອາຍຸພຽງແຕ່ 26 ປີ”.

ຖ້າເວົ້າເຖີງຄວາມຕາຍແລ້ວ ແມ່ນເປັນສິ່ງທີ່ ຫນຸ່ມ-ສາວ ທົ່ວໆໄປແບບເຮົາມັກຈະບໍ່ໃຫ້ຄວາມສົນໃຈປານໃດ ເນື່ອງຈາກພວກເຮົາມັກຈະຄິດວ່າມັນຈະມີມື້ອື່ນຢູ່ສະເຫມີ ແລະ ຄິດວ່າພວກເຮົາຈະມີຊີວິດຕະຫຼອດໄປ ຄວາມຕາຍເປັນເລື່ອງຂອງອານາຄົດ ທີ່ບໍ່ມີໃຜຮູ້ວ່າມັນຈະເກີດຂື້ນມື້ໃດ ຂ້ອຍໄດ້ຈິນຕະນາການເຖີງພາບຂອງຕົນເອງຕອນແກ່ເຖົ້າ, ໃບຫນ້າຂອງຂ້ອຍຫຽ່ວຍານ, ຫົວເຕັມໄປດ້ວຍຜົມຫງອກສີຂາວ, ຂ້ອຍໄດ້ຢູ່ໃນທ່າມກາງຂອງຄອບຄົວທີ່ແສນຈະອົບອຸ່ນ, ມີລູກຫລານ ແລ່ນຫລີ້ນຢູ່ເຕັມເຮືອນ, ແນ່ນອນຂ້ອຍຢາກຈະສ້າງຄອບຄົວກັບຄົນທີ່ຂ້ອຍຮັກ ແລະ ໃຊ້ຊີວິດໃນແບບທີ່ໄດ້ຝັນເອົາໄວ້.

ແມ່ນແລ້ວ...ຂ້ອຍຕ້ອງການທີ່ຈະມີຊີວິດແບບນັ້ນ.

ຄິດມາແລ້ວມັນກໍ່ເຈັບປວດຫລາຍ.

ຊີວິດຂອງເຮົານີ້ມັນເບາະບາງເຫລືອເກີນ, ຄາດເດົາອິຫຍັງບໍ່ໄດ້ເລີຍ ທຸກໆມື້ທີ່ເຮົາມືນຕາຕື່ນຂີ້ນມາແລ້ວຍັງມີຊີວິດຢູ່ມັນຄຶຂອງຂວັນອັນລ້ຳຄ່າທີ່ສຸດແລ້ວ, ຕອນນີ້ຂ້ອຍມີອາຍຸ 26 ປີແລ້ວ ແລະ ຂ້ອຍກໍ່ຮັກຊີວິດຂອງຂ້ອຍຫລາຍ, ຂ້ອຍພໍໃຈກັບມັນ, ເພາະຂ້ອຍໄດ້ຮັບຄວາມຮັກທີ່ດີຈາກທຸກຄົນ.

ແຕ່ດັ່ງທີ່ທຸກຄົນຮູ້ວ່າ ບໍ່ມີໃຜທີ່ຈະສາມາດຄວບຄຸມຄວາມຕາຍ ກໍ່ຄຶສະຕາຊີວິດໄດ້ທັງນັ້ນ.

ຂ້ອຍຂຽນບົດຄວາມນີ້ກ່ອນຂ້ອຍຈະເສຍຊີວິດ, ຄວາມຕາຍເປັນສິ່ງທີ່ເປັນຕາຢ້ານຫລາຍ, ແຕ່ພວກເຮົາທຸກຄົນຕ່າງກໍ່ເບິ່ງຂ້າມ ແລະ ພະຍາຍາມທີ່ຈະບໍ່ຄິດເຖີງກ່ຽວກັບມັນ. ຂ້ອຍກໍ່ເຄີຍຄິດວ່າມັນຈະບໍ່ເກີດຂຶ້ນກັບຕົວຂ້ອຍເອງ ຫຼື ຄົນອື່ນທີ່ໃກ້ຊິດຂ້ອຍໃນໄວໆແບບນີ້ ການຄິດເຖີງຄວາມຕາຍມັນເປັນເລື່ອງທີ່ຂ້ອຍບໍ່ເຄີຍຄິດມາກ່ອນເລີຍ.

ສິ່ງທີ່ຂ້ອຍຢາກຈະບອກກະຄຶ ທ່ານຈົ່ງເລີກກັງວົນກ່ຽວກັບບັນຫາເລັກໆນ້ອຍໆ ໄດ້ແລ້ວຄວາມກັງວົນບໍ່ແມ່ນເຫດຜົນຫລັກຂອງຊີວິດ ແລະ ຈົ່ງຈື່ໄວ້ວ່າພວກເຮົາຍ່ອມຈະຕ້ອງໄດ້ປະເຊີນຫນ້າກັບໂຊກສະຕາກຳຂອງຄວາມຕາຍກັນທັງນັ້ນ, ສິ່ງທີ່ພວກເຮົາຄວນເຮັດຄືການດໍາລົງຊີວິດໃນແຕ່ລະມື້ດ້ວຍຄວາມຮູ້ສຶກທີ່ດີ, ໃຊ້ຊີວິດໃຫ້ມີຄຸນຄ່າ ແລະ ຕັດເລື່ອງໄລສາລະເຫລົ່ານັ້ນໄປໃຫ້ຫມົດ.

ຂ້ອຍໄດ້ໃຊ້ເວລາ ຄິດ, ໄຕ່ຕອງ ກັບຊີວິດຂອງຕົວເອງໃນວາລະສຸດທ້າຍນີ້ ພຽງແຕ່ ສອງ-ສາມເດືອນທີ່ຜ່ານມານີ້ເທົ່ານັ້ນ ແລະ ມີຫລາຍໆຄັ້ງຂ້ອຍມັກຈະສະດຸ້ງຕື່ນຂື້ນມາກາງເດີກ ຍ້ອນກັງວົນກັບເລື່ອງນີ້ຫລາຍ. ໃນເວລາທີ່ທ່ານກໍາລັງຈົ່ມໃຫ້ກັບເລື່ອງເລັກໆນ້ອຍໆນັ້ນ, ຂໍໃຫ້ພວກທ່ານຮັບຮູ້ໄວ້ ຍັງມີຄົນອື່ນທີ່ປະສົບກັບບັນຫາແບບດຽວກັບພວກທ່ານຢູ່ ຫລື ບໍ່ກໍ່ບັນຫາຂອງພວກເຂົາເຫລົ່ານັ້ນອາດຈະຮ້າຍແຮງກົ່ວທີ່ເຈົ້າພົບຢູ່ກະເປັນໄດ້ ຈົ່ງໂຍນມັນຖີ້ມອອກໄປຊະ.

ຕ້ອງຍອມຮັບວ່າເລື່ອງບາງເລື່ອງມັນອາດຈະກະທົບຈິດໃຈ ແລະ ສ້າງຄວາມລຳຄານໃຫ້ກັບ ຊີວິດ, ແຕ່ຢ່າແບກຮັບມັນເອົາໄວ້ ເພາະບໍ່ພຽງແຕ່ທ່ານເທົ່ານັ້ນ ມັນຍັງຈະສົ່ງຜົນກະທົບທາງລົບຕໍ່ຊີວິດຂອງຄົນອື່ນທີ່ຢູ່ໃກ້ຊິດທ່ານອີກດ້ວຍ.

ໃນເວລາທີ່ທ່ານເລີ່ມໂມໂຫ ຂໍໃຫ້ຍ່າງອອກມາຈາກອາລົມນັ້ນກ່ອນ ແລ້ວສູດລົມຫາຍໃຈເຂົ້າລືກໆໃຫ້ເຕັມປອດ, ແຫຍນເບິ່ງທ້ອງຟ້າທີ່ຍັງສົດໃສ, ເບິ່ງຄວາມຂຽວກະຈາຍຂອງຕົ້ນໄມ້-ໃບຫຍ້າ ເຫັນບໍ່ວ່າມັນງາມຫຼາຍ ທ່ານໂຊກດີສ່ຳໃດແລ້ວທີ່ຍັງມີຊີວິດ ແລະ ຫາຍໃຈໄດ້ໃນຕອນນີ້.

ມື້ທີ່ທ່ານເຊັງ ຫລື ຄຽດກັບບັນຫາລົດຕິດ ຫລື ອາດຈະນອນບໍ່ເຕັມອື່ມເພາະວ່າລູກນ້ອຍຂອງທ່ານກວນຢູ່ຕະຫຼອດຄືນ, ມື້ທີ່ທ່ານໄປຕັດຜົມ ແຕ່ບັງເອີນວ່ານາຍຊ່າງຕັດຜົມ ໄດ້ຕັດຜົມໃຫ້ສັ້ນເກີນໄປ, ເລັບມືທີ່ທ່ານຫາກໍ່ໄປຕໍ່ຢູ່ທີ່ຮ້ານເສີມສວຍມາ ມັນເປັນຮອຍເຮັດໃຫ້ບໍ່ງາມ ຫລື ທ່ານມີຄວາມກັງວົນກັບຮູບຮ່າງລັກສະນະຂອງຕົນເອງທີ່ຄິດວ່າ ດັງບໍ່ຄ່ອຍໂດ່ງຄຶຄົນອື່ນ, ມີຕົ້ນຂາທີ່ໃຫຍ່ເກີນໄປ ຫລື ມີພຸງທີ່ຫນ້າລັງກຽດ.

ເຈົ້າຈົ່ງປ່ອຍຄວາມຄິດເລື່ອງບ້າໆ ພວກນັ້ນໄປສະ.

ຂ້ອຍສາບານໄດ້ເລີຍວ່າ ພວກທ່ານຈະບໍ່ຄິດຫາເລື່ອງພວກນີ້ເດັດຂາດ ຖ້າທ່ານຮູ້ວ່າຕົນເອງຈະຕາຍໃນອີກບໍ່ຊ້ານີ້. ມັນເປັນສິ່ງທີ່ສຳຄັນກວ່າຖ້າທ່ານຖອຍອອກມາແລ້ວແນມເບິ່ງຊີວິດໃນພາບລວມທັງຫມົດ. ໂຕຂ້ອຍເອງໄດ້ເຫັນຮ່າງກາຍຂອງຕົວເອງເສື່ອມສະຫລາຍໄປຕໍ່ຫນ້າຕໍ່ຕາໂດຍທີ່ຂ້ອຍບໍ່ສາມາດເຮັດຫຍັງກັບມັນໄດ້ທັງນັ້ນ, ສິ່ງທີ່ຂ້ອຍຕ້ອງການກວ່າຫມູ່ ທັງຫມົດແມ່ນ ຂ້ອຍຕ້ອງການທີ່ຈະມີຊີວິດຢູ່ໃຫ້ຮອດວັນຄົບຮອບວັນເກີດຂອງຂ້ອຍ ຫຼື ຮອດວັນຄຣິດສ໋ມາດ ທີ່ຂ້ອຍຈະໄດ້ໃຊ້ຊີວິດຢູ່ກັບຫມູ່ເພື່ອນທີ່ດີຂອງຂ້ອຍ, ຂ້ອຍຈະໄດ້ແລ່ນຫລີ້ນກັບຫມາຂອງຂ້ອຍ ແລະ ມີຄວາມສຸກກັບຄອບຄົວທີ່ຂ້ອຍຮັກ ພຽງອີກຈັກຄັ້ງດຽວກໍ່ພໍແລ້ວ.

ຂ້ອຍໄດ້ຍິນຄົນສ່ວນຫລາຍມີແຕ່ຈົ່ມກ່ຽວກັບບັນຫາເລື່ອງວຽກງານຂອງເຂົາເຈົ້າ ຫລື ອ້າງແຕ່ວ່າ ບໍ່ມີເວລາທີ່ຈະໄປອອກກໍາລັງກາຍ ຈົ່ງສຳນຶກໃນຕອນນີ້ເທາະວ່າມັນດີສ່ຳໃດແລ້ວທີ່ຮ່າງກາຍຂອງເຈົ້າມັນຍັງສາມາດເຮັດວຽກໄດ້, ໄປມາໄດ້ ສະດວກ-ສະບາຍ. ໃນແຕ່ລະມື້ທ່ານເຮັດວຽກ ຫຼື ແຕ່ລະຊ່ວງຂອງໄລຍະທາງຂອງທ່ານ ມັນເບິ່ງຄຶວ່າເປັນເລື່ອງນ້ອຍໆ ແຕ່ມັນຈະມີຄຸນຄ່າຢ່າງຫລວງຫຼາຍ ຖ້າຫາກມື້ຫນຶ່ງເຈົ້າພົບວ່າ ຈະບໍ່ສາມາດເຮັດສິ່ງຕ່າງໆເຫລົ່ານັ້ນໄດ້ອີກແລ້ວ.

ຂ້ອຍພະຍາຍາມທີ່ຈະເບິ່ງແຍງສຸຂະພາບຂອງຕົນເອງ ນັ້ນແມ່ນເປັນຄວາມຕັ້ງໃຈຂອງຂ້ອຍທີ່ຕ້ອງການຈະມີສຸຂະພາບດີ, ຈົ່ງຮັກຮ່າງກາຍຂອງເຈົ້າເທີດ ເຖີງແມ່ນວ່າຮູບຮ່າງຂອງເຈົ້າອາດຈະບໍ່ເປັນດັ່ງທີ່ທ່ານປາຖະຫນາ, ຈົ່ງເບິ່ງໃນດ້ານດີຂອງມັນ, ພະຍາຍາມເລືອກກິນອາຫານທີ່ສົດໃຫມ່ ແລະ ເປັນປະໂຫຍດຕໍ່ຕົວທ່ານເອງ, ແຕ່ຢ່າຍຶດຕິດກັບລົດຊາດຫລາຍຈົນເກີນໄປ.

ຈົ່ງຈື່ເອົາໄວ້ ຄຳວ່າ: “ສຸຂະພາບດີ” ຄວາມຫມາຍຂອງມັນຈະກວ້າງກວ່າ ການມີຮ່າງກາຍທີ່ແຂງແຮງ, ສິ່ງທີ່ສໍາຄັນແມ່ນສຸຂະພາບຈິດ, ອາລົມ ແລະ ຄວາມສຸກໃນທາງຈິດວິນຍານຕ່າງຫາກ. ເມື່ອກັບມາເບິ່ງຄຶນໃຫມ່ ທ່ານຈະພົບວ່າມັນຈະມີສາລະ ຫຼາຍກວ່າການມີຮູບຮ່າງລັກສະນະພາຍນອກທີ່ ດີ-ງາມ ເພື່ອເອົາໄວ້ອວດໂຊ, ສະແດງໃຫ້ຄົນອື່ນເຫັນໃນສື່ສັງຄົມອອນລາຍເທົ່ານັ້ນ. ນອກນັ້ນຈົ່ງໄປລົບ ຫຼື ໄປກົດຍົກເລີກການຕິດຕາມພວກເພດສ໌ (Page), ຫມູ່ເພື່ອນໃນ Facebook ທີ່ທ່ານອ່ານແລ້ວເຮັດໃຫ້ໂຕເອງຮູ້ສຶກບໍ່ດີ ແລະ ເຮັດໃຫ້ທ່ານຮູ້ສຶກມີຄຸນະພາບຊີວິດຕ່ຳລົງ.

ມື້ນີ້ທ່ານຈົ່ງມີຄວາມສຸກຖ້າຫາກຮ່າງກາຍຂອງທ່ານຍັງແຂງແຮງດີຢູ່ ຫລື ບາງທີທ່ານອາດຈະມີອາການເປັນຫວັດ, ໄອ, ເມື່ອຍຫລັງ ຫລື ເຈັບປວດຂໍ່ຕີນ-ມື ກໍ່ຕາມ ເພາະອາການເຫຼົ່ານີ້ບໍ່ເຮັດໃຫ້ທ່ານເສຍຊີວິດຍ້ອນດ໋ອກ ອີກບໍ່ດົນເຈົ້າກໍ່ຈະຫາຍດີ.

ຈົ່ມໃຫ້ຫນ້ອຍລົງ ແລ້ວຫັນມາເກືອກູນເພື່ອນມະນຸດຮ່ວມໂລກດຽວກັນ.

ຈົ່ງເພື່ອແຜ່, ຈົ່ງໃຫ້ ແລ້ວກໍ່ໃຫ້ ຄົນອື່ນຢູ່ສະເຫມີ ເຮົາມັກຈະມີຄວາມສຸກເວລາທີ່ໄດ້ເຮັດສິ່ງດີໆໃຫ້ກັບຄົນອື່ນ ຫລາຍກວ່າເວລາທີ່ເຮົາເຮັດເພື່ອຕົນເອງສະເຫມີ. ເພາະຕົວຂ້ອຍຕອນນີ້ກໍ່ຍັງຕ້ອງການທີ່ຈະເຮັດສິ່ງດີໆໃຫ້ກັບຄົນອື່ນ ແລະ ສັງຄົມຢູ່.

ນັບຕັ້ງແຕ່ເລີ່ມເຈັບປ່ວຍມາ ຂ້ອຍໄດ້ພົບກັບສິ່ງທີ່ວິເສດຫລາຍໆຢ່າງ, ຜູ້ຄົນທີ່ມີຈິດໃຈດີ ທັງຄົນທີ່ຮູ້ຈັກ ແລະ ຄົນທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ, ຄວາມຮັກ ແລະ ກໍາລັງໃຈ ທີ່ເຕັມປ່ຽມ ຈາກຄອບຄົວທີ່ປະເສີດທີ່ສຸດຂອງຂ້ອຍ ພວກເຂົາໄດ້ມອບໃຫ້ຂ້ອຍຢ່າງຫລວງຫລາຍ, ຫຼາຍເກີນກວ່າຂ້ອຍຈະສາມາດທົດແທນໄດ້ຫມົດ, ເຊຶ່ງ ຂ້ອຍຈະບໍ່ມີມື້ທີ່ຈະລືມພວກເຂົາ ແລະ ສິ່ງທີ່ດີນີ້ໄດ້ເລີຍ.

ເລື່ອງເງີນທອງ ກໍ່ເຊັ່ນກັນ ເມື່ອມາຮອດວາລະສຸດທ້າຍຂອງຊີວິດ ຕົວຂ້ອຍເອງບໍ່ໄດ້ຄິດຫາເລື່ອງການໃຊ້ຈ່າຍເງີນທອງອິຫຍັງເລີຍ, ເພາະມັນບໍ່ແມ່ນເວລາທີ່ເຮົາຈະໄປຊ໋ອບປີ໋ງ, ຊື້ເຄື່ອງຕ່າງໆທີ່ມັກ, ຊື່ເຄື່ອງນຸ່ງໃຫມ່ໆທີ່ຢາກສວມໃສ່ ເພື່ອໄປອວດຄົນອື່ນ ແລະ ໃຫ້ສັງຄົມຍອມຮັບ. ນະເວລານີ້ໂຕຂ້ອຍມາຄິດໄດ້ວ່າ ທີ່ຜ່ານມາເຮົາໄດ້ໃຊ້ເງີນຄຳໄປເປັນຈຳນວນຫລວງຫລາຍ ກັບເຄື່ອງນຸ່ງ-ເສື້ອຜ້າ ແລະ ເລື່ອງສີ້ນເປືອງອື່ນໆໃນຊີວິດ ໃນຕະຫຼອດໄລຍະຜ່ານມາ.

ທຸກໆມື້ ທ່ານອາດຈະຄິດແຕ່ເລື່ອງກ່ຽວກັບການຊື້ເຄື່ອງນຸ່ງໃຫມ່, ສິ່ງຂອງງາມໆ, ເຄື່ອງປະດັບທີ່ອອກມາຫລ້າສຸດ ເພື່ອຈະໄດ້ໃສ່ໄປງານແຕ່ງ, ງານສັງຄົມອື່ນໆ ໂດຍທີ່ທ່ານບໍ່ຮູ້ວ່າດ໋ອກ ວ່າ:

1. ບໍ່ມີໃຜທີ່ຈະມານັ່ງ ຫລື ສັງເກດວ່າທ່ານຈະໃສ່ຊຸດຊ້ຳກັນມາງານ.

2. ມັນຈະດີກວ່າທີ່ຈະເອົາເງີນເຫລົ່ານັ້ນໄປໃຊ້ຊີວິດ, ໄປກີນອາຫານແຊບໆ ກັບຫມູ່ເພື່ອນ, ອາດຈະຊື້ຕົ້ນໄມ້ ຫລື ຊື້ຂອງຂວັນ ທີ່ຫມູ່ທ່ານມັກໄປຕ້ອນພວກເຂົາ ຫລື ຈະພາກັນໄປຫາກິດຈະກຳດີເຮັດຮ່ວມກັນ, ພະຍາຍາມເຫັນຄຸນຄ່າໃນຊີວິດຂອງຄົນອື່ນ, ຢ່າປ່ອຍໃຫ້ພວກເຂົາໃຊ້ເວລາດົນເພື່ອລໍຖ້າທ່ານ ຍ້ອນນິໄສມາຊ້າຂອງທ່ານຢູ່ສະເຫມີ, ຈົ່ງໃຫ້ກຽດ ແລະ ເຄົາລົບກັບທຸກໆຄົນ ແລ້ວໂຕເຈົ້າເອງກໍ່ຈະໄດ້ຮັບກຽດ ແລະ ການເຄົານັບຖືຈາກຄົນອື່ນເຊັ່ນກັນ.

ໃນປີນີ້ຄອບຄົວຂອງຂ້ອຍບໍ່ໄດ້ກຽມຫໍ່ຂອງຂວັນ ຫຼື ຕົກແຕ່ງຕົ້ນໄມ້ສຳລັບ ວັນຄຣິດສ໌ມາດ ຄຶແຕ່ລະປີທີ່ຜ່ານມາ, ມາເບິ່ງອີກແງ່ມູມຫນຶ່ງມັນກໍ່ດີຄຶກັນ ພວກເຂົາຈຶ່ງບໍ່ໄດ້ມາກົດດັນວ່າຈະຕ້ອງໄປຫາເລາະຊື້ຂອງຂວັນ ຫຼື ຕຽມຂຽນບັດກ໊າດອວຍພອນໃຫ້ຄົນອື່ນ, ແຕ່ຂ້ອຍກໍ່ແອບຄິດຢູ່ວ່າຂ້ອຍຫນ້າຈະໄດ້ຮັບຂອງຂວັນ ເບິ່ງຄຶວ່າມັນອາດຈະເກີນໄປແດ່ ແຕ່ພວກບັດກ໊າດອວຍພອນທີ່ຂຽນໃຫ້ກັນ ແມ່ນມັນມີຄວາມຫມາຍສໍາລັບຂ້ອຍຫຼາຍກວ່າຂອງຂວັນທີ່ຊື້ໃຫ້ກັນ ໃນຊ່ວງເທດສະການເສຍອີກ ແຕ່ນັ້ນກໍ່ບໍ່ໄດ້ຖືວ່າເປັນເລື່ອງໃຫຍ່ກວ່າ ວັນຄຣິດສ໌ມາດ ທີ່ມີຄວາມຫມາຍຫລອກ.

ຈົ່ງເອົາເງີນຂອງທ່ານໄປໃຊ້ກັບປະສົບການທີ່ດີເທາະ ຫລື ຢ່າງນ້ອຍກໍ່ຢ່າເຜົາຜ່ານເງີນໄປຈົນຫມົດ, ຈົນບໍ່ໄດ້ເຮັດຫຍັງທີ່ເປັນປະໂຫຍດເລີຍ. ເຈົ້າອາດຈະຂັບລົດໄປທີ່ລໍາທານທີ່ສະຫງົບ ແລະ ຮົ່ມເຢັນຈັກບ່ອນ ແລ້ວນັ່ງສູດເອົາອາກາດທີ່ບໍລິສຸດ ພ້ອມກັບເອົາແຂ່ງຂອງເຈົ້າລົງໄປຈຸ່ມນ້ຳນັ້ນ ເຊຶ່ງ ມັນອາດຈະເຮັດໃຫ້ເຄື່ອງຂອງເຈົ້າປຽກໄປແດ່ ມັນກໍ່ບໍ່ເປັນຫຍັງຍ້ອນດ໋ອກ.

ຈົ່ງຢູ່ກັບທໍາມະຊາດ.

ຈົ່ງໃຊ້ເວລາກັບໂຕເອງ ແລະ ຄົນທີ່ຢູ່ຮອບໂຕ ເພາະມັນເປັນເວລາທີ່ວິເສດທີ່ສຸດ ບໍ່ແມ່ນເມົາແຕ່ຖ່າຍຮູບ ຫລື ຫລີ້ນມືຖືຢ່າງດຽວເທົ່ານັ້ນ, ເພາະຊີວິດທີ່ແທ້ຈິງບໍ່ໄດ້ແມ່ນການທີ່ຈະຢູ່ກັບຫນ້າຈໍ ຫຼື ການຄອຍແຕ່ຈະຖ້າຖ່າຍຮູບແນວໃດໃຫ້ອອກມາສວຍງາມເທົ່ານັ້ນ, ຈົ່ງໃຊ້ຊີວິດຢູ່ກັບປັດຈຸບັນໃນຊົ່ວຂະນະເວລານັ້ນຢ່າງມີຄວາມສຸກ ແລະ ຢ່າຫ່ວງຄົນອື່ນຫລາຍເກີນໄປກວ່າຕົນເອງ.

ເລື່ອງທີ່ຂ້ອຍບໍ່ເຂົ້າໃຈອີກເລື່ອງຫນຶ່ງຄຶ ເປັນຫຍັງແມ່ຍິງແບບເຮົາຈະຕ້ອງໃຊ້ເວລາຫຼາຍຊົ່ວໂມງເພື່ອໄປແຕ່ງຫນ້າ, ເຮັດຜົມໃນທຸກໆມື້ ຫຼື ແມ້ກະທັ້ງເວລາກາງຄຶນ ຕອນທີ່ຈະອອກໄປທ່ຽວກໍ່ຕາມ. ລອງຫັດນອນຕື່ນໃຫ້ເຊົ້າເບິ່ງແດ່ ແລ້ວລຸກຂື້ນມາຟັງສຽງນົກຮ້ອງ, ເບິ່ງຄວາມງາມຂອງດວງຕາເວັນ ກຳລັງຂື້ນມາຈາກຂອບຟ້າ, ພ້ອມທັງເປີດເພັງເບົາໆທີ່ທ່ານມັກຟັງ ມັນກໍ່ຮູ້ສຶກດີໄປອີກແບບຫນຶ່ງໄດ໋.

ໃຊ້ເວລາເພື່ອຫຼີ້ນກັບໂຕຫມາທີ່ທ່ານລ້ຽງແດ່.

ຄິດມາແລ້ວເສົ້າເນາະ ເພາະຕໍ່ໄປຂ້ອຍຈະບໍ່ໄດ້ເຮັດແບບນັ້ນແລ້ວ.

ໂອ້ລົມກັບຫມູ່ເພື່ອນ, ເລີກສົນໃຈມືຖື ແລະ ໂລກໂຊຊ໋ຽວ, ໃສໃຈ-ຖາມໄຖ່ ແດ່ວ່າຊ່ວງນີ້ຊີວິດຂອງຫມູ່ເຈົ້າ ໂອເຄ ຢູ່ບໍ່.

ຈົ່ງຕັ້ງໃຈເຮັດວຽກເພື່ອສໍາລັບການລ້ຽງຊີບ, ແຕ່ຢ່າພີຊີບເພື່ອການເຮັດວຽກ.

ທ່ານຕ້ອງເຮັດໃຫ້ຫົວໃຈຂອງທ່ານ ເຕັມອື່ມໄປດ້ວຍຄວາມເບີກບານ.

ກີນໂລດເຄັກທີ່ແຊບໆຫັ້ນ ບໍ່ຕ້ອງຢ້ານວ່ານ້ຳຫນັກຊິຂື້ນຍ້ອນເຄັກຈານນ້ອຍໆ ນັ້ນດ໋ອກ.

ບໍ່ຈໍາເປັນຕ້ອງໄປໄລ່ຕາມຄົນອື່ນ, ບໍ່ຕ້ອງພະຍາຍາມທີ່ຈະໄປເຕີມເຕັມຊີວິດແບບທີ່ຄົນອື່ນເຮັດ, ເພາະເອົາເຂົ້າແທ້ໆແລ້ວ ເຈົ້າອາດຈະຕ້ອງການທີ່ຈະມີຊີວິດແບບພື້ນໆ, ລຽບງ່າຍ ແລະ ສະບາຍໆ ເທົ່ານັ້ນ.

ບອກຮັກຄົນທີ່ເຈົ້າຮັກທຸກໆຄັ້ງທີ່ເຈົ້າມີໂອກາດ ແລະ ຮັກໃນທຸກສິ່ງທຸກຢ່າງທີ່ເຈົ້າມີ.

ແລະ ເມື່ອມີສິ່ງໃດ ທີ່ເຮັດໃຫ້ທ່ານທຸກ ທ່ານສາມາດປ່ຽນແປງມັນໄດ້ ບໍ່ວ່າຈະເປັນເລື່ອງ ວຽກ, ເລື່ອງຄວາມຮັກ ຫຼື ເລື່ອງອິຫຍັງກໍ່ຕາມ ທ່ານສາມາດປ່ຽນແປງມັນໄດ້ຢູ່ແລ້ວ.

ເຈົ້າບໍ່ຮູ້ດ໋ອກວ່າ ເຈົ້າຈະເຫລືອເວລາຢູ່ໃນໂລກນີ້ອີກດົນປານໃດ, ຢ່າໄປເສຍເວລາກັບບັນຫາເລີຍ ທຸກຄົນມັກຈະເວົ້າແບບນີ້ກັນຫມົດ ແລະ ມັນກໍ່ເປັນຄວາມຈິງທີ່ສຸດ.

ແມ່ນລະ ທັງຫມົດທີ່ເວົ້າມານີ້ຖືວ່າເປັນ ຄໍາແນະນໍາຈາກຂ້ອຍ ເຊຶ່ງ ທ່ານຈະສົນໃຈ ຫລື ບໍ່ນັ້ນກະບໍ່ເປັນຫຍັງດ໋ອກ.

ໂອ້...ແລະ ສິ່ງສຸດທ້າຍອີກອັນຫນຶ່ງ ຖ້າທ່ານສາມາດເຮັດອິຫຍັງດີໆ ໃຫ້ກັບເພື່ອນມະນຸດເຊັ່ນ: ການບໍລິຈາກເລືອດ. ເພາະມັນຈະເຮັດໃຫ້ທ່ານຮູ້ສຶກອີ່ມອົກອີ່ມໃຈ ທີ່ຈະໄດ້ຊ່ວຍຄົນອື່ນ ເຊຶ່ງ ໃນການບໍລິຈາກແຕ່ລະຄັ້ງ ຈະສາມາດຊ່ວຍໃຫ້ຜູ້ທີ່ຕ້ອງການເລືອດໄດ້ ເຖີງ 3ຄົນພຸ້ນໄດ໋ ພຽງແຕ່ເຮັດງ່າຍໆ ແຕ່ຜົນຂອງມັນຍິ່ງໃຫຍ່ຫລາຍ.

ເພາະຂ້ອຍສາມາດມີຊີວິດຢູ່ໄດ້ຮອດເວລານີ້ ກໍ່ເນື່ອງມາຈາກການໄດ້ຮັບການບໍລິຈາກເລືອດຂອງຄົນອື່ນນັ້ນແຫລະ ເຊຶ່ງ ມັນໄດ້ຕໍ່ອາຍຸໃຫ້ຂ້ອຍອີກຕັ້ງວ່າປີຫນຶ່ງມານີ້, ປີທີ່ຂ້ອຍໄດ້ຕັ້ງໃຈວ່າຈະໃຊ້ຊີວິດທີ່ດີທີ່ສຸດໃນໂລກໃບນີ້ ກັບຄອບຄົວ, ຫມູ່ເພື່ອນ ແລະ ຫມາ ທີ່ຂ້ອຍຮັກ ອີກຈັກປີຫນຶ່ງທີ່ຍອດຢ້ຽມທີ່ສຸດ ໃນຊີວິດຂອງຂ້ອຍ.

ຫວັງວ່າຈະໄດ້ພົບກັນອີກ ເນາະ.

Hol

ຂໍຂອບສຳລັບການແບ່ງປັນບົດຄວາມທີ່ດີ…ຂໍໃຫ້ໄປສູ່ສຸຂະຕິເທີນ. “Holly Butcher”

ທາງທີມງານ www.hisakxay.com ຂອງພວກເຮົາຂໍຂອບໃຈມາຍັງ

http://www.goodlifeupdate.com/77242/healthy-mind/true-holly/

ປລ. 1 ອ່ານຕົ້ນສະບັບເຕັມໄດ້ທີ່: https://en.stories.newsner.com/…/27-year-old-dies-tragical…/

2 ອ່ານຕົ້ນສະບັບເຕັມພາສາໄທໄດ້ທີ່: www.facebook.com/lekmonchaiw


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page