top of page

5 ຂັ້ນຕອນໃນການທີ່ຈະເອົາຊະນະກັບຄວາມຢ້ານ


5 ຂັ້ນຕອນໃນການທີ່ຈະເອົາຊະນະກັບຄວາມຢ້ານ, ທີ່ເປັນສິ່ງຂັດຂວາງເຮົາຈາກຄວາມປະສົບຜົນສໍາເລັດ.

ຖ້າເຮົາສັງເກດເບິ່ງດີໆແລ້ວ ສະຫມອງຂອງຄົນເຮົາມີສ່ວນຫນຶ່ງທີ່ເອີ້ນວ່າເປັນໂຕສ້າງຄວາມຢ້ານກົວໃຫ້ແກ່ໂຕເຮົາ, ເປັນໂຕຂັດຂວາງໄອເດຍດີໆຂອງເຮົາ, ມັນຈະພະຍາຍາມຫາທຸກວິທີທາງເພື່ອໃຫ້ສະຫມອງອີກສ່ວນຫນຶ່ງຂອງເຮົາທີ່ມີແນວຄິດສ້າງສັນດັ່ງກ່າວນັ້ນເກີດຄວາມຢ້ານກົວຕໍ່ທຸກສິ່ງທຸກຢ່າງທີ່ເຮົາຄິດວ່າຈະສາມາດເປັນໄປໄດ້ ສຸດທ້າຍແລ້ວຈະເຮັດໃຫ້ເຮົາລົ້ມເລີກຄວາມຄິດທີ່ຢາກຈະເຮັດ, ຢາກຈະເປັນ ຍ້ອນຄວາມຢ້ານທີ່ເກີດຂື້ນຕ່າງໆເຫລົ່ານັ້ນ.

“ໃນທຳມະຊາດຂອງມະນຸດແລ້ວ ທຸກໆຄົນຍ່ອມຈະມີຄວາມຢ້ານກົວທີ່ເກີດຂື້ນພາຍໃນຈິດໃຈ ດ້ວຍກັນທັງນັ້ນ ແລະ ແນ່ນອນວ່າເຮົາກໍ່ສາມາດຮຽນຮູ້ທີ່ຈະເອົາຊະນະຄວາມຢ້ານກົວເຫລົ່ານັ້ນໄດ້ເຊັ່ນກັນ”. ” – Karl Augustus Menninger

ໃນຂະນະທີ່ຄວາມຢ້ານກົວຂອງເຮົາ ພາໃຫ້ເກີດມີຄວາມທ້າທາຍໃນຄວາມຄິດ ຫລື ສົ່ງຜົນໃຫ້ເຮົາຄິດອອກໄປນອກກອບແນວຄວາມຄິດນັ້ນ ສະຫມອງຂອງເຮົາຈະຄ່ອຍໄດ້ຮັບການປ່ຽນແປງ ແລະ ມີການປັບຕົວໄປນຳ, ຄວາມຄິດໃນສ່ວນທີ່ສ້າງສັນ, ຄວາມຄິດໃນການພັດທະນາໄອເດຍ ແລະ ລວມເຖີງການມີຄວາມສຸກກັບສິ່ງຕ່າງ ກໍ່ຈະໄດ້ຮັບຜົນສະທ້ອນໄປນຳກັນ ເພາະວ່າສະຫມອງຂອງເຮົາໄດ້ຖືກຄອບຄອງ ຫລຶ ໄດ້ຮັບການສັ່ງງານຈາກແນວຄວາມຄິດພວກນັ້ນໄປແລ້ວ.

ນັກກິລາທີ່ເກັ່ງໆ ພວກເຂົາເຈົ້າຍ່ອມບໍ່ໄດ້ເຝຶກຊ້ອມເພື່ອໃຫ້ຄວາມສາມາດ ແລະ ທັກສະຂອງເຂົາເຈົ້າຢູ່ບ່ອນເກົ່າ ຫລື ເທົ່ານັ້ນ ແນ່ນອນວ່າພວກເຂົາຕ້ອງໄດ້ມີການພັກດັນ ແລະ ພັດທະນາໂຕເອງຢູ່ເປັນປະຈໍາ ເພື່ອບັງຄັບໃຫ້ສະພາບຫ່າງກາຍ ແລະ ຈິດໃຈມີຄວາມເຂັ້ມແຂງໃນລະດັບທີ່ສາມາດຕໍ່ສູ້ກັບຄູ່ແຂ່ງໄດ້. ຫລັກການດຽວກັນນີ້ ໃຊ້ກັບສະຫມອງຂອງເຮົາ ຖ້າເຮົາເມົາແຕ່ປະປ່ອຍໃຫ້ສະຫມອງໃນສ່ວນຄວາມຢ້ານກົວຂອງເຮົາອອກມາເຮັດວຽກ ຫລຶ ເປັນໂຕກະຕຸ້ນຄວາມຄິດຂອງເຮົາຕະຫລອດ ແນ່ນອນວ່າຄວາມຄິດໃນສ່ວນນັ້ນກໍ່ຈະສາມາດຄອບຄອງການກະທຳຂອງເຮົາໄດ້.

ດັ່ງນັ້ນ ສິ່ງທີ່ເຮົາຄວນຈະເຮັດເປັນສິ່ງທຳອິດກວ່າຫມູ່ແມ່ນຫຍັງ? ແລະ ເຮົາຈະມີວິທີທີ່ຈະສາມາດເອົາຊະນະຄວາມຢ້ານກົວເຫລົ່ານັ້ນໄດ້ແນວໃດ?

1. ຕ້ອງຮູ້ຈັກຄວາມຢ້ານກົວຂອງເຈົ້າເສຍກ່ອນ.

ສຶກສາຄວາມຢ້ານກົວທີ່ມີຢູ່ໃນໂຕເຈົ້າທັງຫມົດເຫລົ່ານັ້ນ ວ່າມັນເປັນບັນຫາທີ່ໃຫຍ່ ຫລຶ ນ້ອຍສໍ່າໃດ ເຊຶ່ງແທ້ທີ່ຈິງແລ້ວ ຂະຫນາດມັນບໍ່ໄດ້ສຳຄັນ ເພາະສະຫມອງຂອງເຈົ້າຍັງຄົງໄຫລໄປຕາມສິ່ງທີ່ເຈົ້າກັງວົນ ຫລຶ ຄວາມຢ້ານກົວຢູ່ຄຶເກົ່າ, ຫົນທາງໃນການແກ້ໄຂກໍ່ຄຶຕ້ອງຮູ້ວ່າແມ່ນຫຍັງຄຶສິ່ງທີ່ເຮັດໃຫ້ເຮົາຢ້ານ, ແລ້ວເຮົາຈະລົບລ້າງສິ່ງດັ່ງກ່າວນີ້ດ້ວຍວິທີໃດຕ່າງຫາກ ນີ້ແມ່ນວິການແກ້ໄຂທີ່ດີທີ່ສຸດ.

2.ໃຫ້ຄວາມສຳຄັນກັບຄວາມຢ້ານກົວຕ່າງໆເຫລົ່ານັ້ນ.

ເຮົາຄວນຈັດລໍາດັບຄວາມຢ້ານກົວຂອງເຮົາຈາກຄວາມກົວທີ່ຫລາຍໄປຫາຫນ້ອຍ ໂດຍການເລືອກສິ່ງທີ່ມີອິດທິພົນຕໍ່ຄວາມຄິດຂອງເຮົາຫລາຍສຸດ ແລະ ຮອງລົງມາ ແລ້ວເຮົາຈະສາມາດເບິ່ງເຫັນພາບຂອງມັນໄດ້ ສຸດທ້າຍແລ້ວເຮົາຈະສາມາດລະບຸໄດ້ຢ່າງຊັດເຈນວ່າຕົ້ນຕໍຂອງຄວາມຢ້ານກົວຕ່າງໆເຫລົ່ານັ້ນມັນຄຶສິ່ງໃດ ແລະ ເກີດມາຈາກສາເຫດອັນໃດ ແລ້ວຈຶ່ງຄ່ອຍຫາວິທີແກ້ໄຂຕໍ່ໄປ.

3. ເລີ່ມດຳເນີນການ ແລະ ເອົາຊະນະສິ່ງທີ່ເລັກນ້ອຍກ່ອນ.

ຫລັງຈາກທີ່ໄດ້ຮູ້ ຈາກການຈັດລຳດັບຄວາມຢ້ານກົວທີ່ເວົ້າໃນຂໍ້ທີ່ຜ່ານມາໄດ້ແລ້ວ ໂດຍຮູ້ວ່າ ຄວາມຢ້ານກົວທີ່ໃຫຍ່ທີ່ສຸດນັ້ນແມ່ນຫຍັງແລ້ວນັ້ນຄຶສິ່ງທີ່ເຮົາຈະຈັດການໃນຂັ້ນຕອນຕໍ່ໄປ. ດັ່ງນັ້ນຈົ່ງກຳນົດ 5 ຄວາມຢ້ານກົວທີ່ໃຫຍ່ທີ່ສຸດໃນໂຕເຈົ້າມາ ແລະ ນັ້ນເອງຄຶຈຸດເລີ່ມຕົ້ນຂອງເຈົ້າ.

ສິ່ງທີ່ເຮົາຈະເຮັດຄຶການສ້າງເສັ້ນທາງຂອງເຮົາຂື້ນມາ ແລ້ວກ້າວເດີນໄປຢ່າງມີຄວາມທ້າທາຍ ແລະ ແຮງພັກດັນ. ການເລີ່ມຕົ້ນຈາກກ້າວນ້ອຍໆ ດ້ວຍການເອົາຊະນະຄວາມຢ້ານທີີ່ມີຄວາມສຳຄັນນ້ອຍກວ່າ ແລ້ວຈຶ່ງຄ່ອຍໄຕ່ເຕົ້າຂຶ້ນໄປ, ການທີ່ເຮັດແບບນີ້ມັນຈະຊ່ວຍໃຫ້ສະຫມອງເຂົາເຮົາມີພະລັງ ແລະ ແຮງບັນດານໃຈເພີ້ມຂື້ນໃນການທີ່ຈະສາມາດທຳລາຍກຳແພງທີ່ສູງກວ່າໄດ້.

“ການຫລີກຫນີບັນຫາ ມັນພຽງເປັນການແກ້ໄຂບັນຫາໄດ້ຊົ່ວຄາວເທົ່ານັ້ນ, ແຕ່ການກ້າທີ່ຈະປະເຊີນຫນ້າ, ແລ້ວຫາທຸກວິທີທາງເພື່ອແກ້ໄຂບັນຫາເຫລົ່ານັ້ນຕ່າງຫາກ ທີ່ເອີ້ນວ່າການແກ້ໄຂໃນໄລຍະຍາວໄດ້”. – Helen Keller

4. ບໍ່ຄວນມີຂໍ້ຈຳກັດສຳຫລັບເວລາ ພຽງແຕ່ຕ້ອງມີວິໃນການເຝຶກຝົນ.

ທຸກໆເປົ້າຫມາຍເຮົາບໍ່ຄວນທີ່ຈະໄປກຳນົດ ຫລຶ ບັງຄັບເຂບເຂດດ້ານເວລາ ເພາະວ່າໃນການທີ່ຈະຈັດການກັບຄວາມຢ້ານກົວນັ້ນ ຖ້າເຮົາໄປກຳນົດເລື່ອງຂອງເວລາມັນຈະປຽບສະເຫມືອນເປັນການບັງຄັບ ແລະ ເຮັດໃຫ້ເຮົາມີຄວາມກົດດັນໃນທີ່ສຸດ.ສະນັ້ນຈຶ່ງຂໍແນະນຳໃຫ້ບໍ່ຄວນທີ່ຈະເອົາເວລາມາເປັນສິ່ງຂັດຂວາງໃນການພິຊິດຄວາມຢ້ານກົວຂອງເຮົາ.

ແທນທີ່ຈະໄປຕັ້ງ ຫລຶ ກຳນົດເວລາ ໃຫ້ກັບການເອົາຊະນະຄວາມກັງວົນເຫລົ່ານັ້ນເຮົາຄວນມຸ້ງໄປທີ່ການເຝຶກຝົນເພື່ອໃຫ້ສຳເລັດຈະດີກວ່າ ເຊັ່ນວ່າ: ຖ້າເຮົາເປັນຄົນທີ່ຂີ້ອາຍ ແລະ ບໍ່ມີຄວາມຫມັ້ນໃຈໃນເວລາເວົ້າຢູ່ຕໍ່ຫນ້າຜູ້ຄົນ ຫລຶ ບ່ອນສາທາລະນະ ສິ່ງທີ່ເຮົາຄວນເຮັດກັບຄວາມກົວເຫລົ່ານັ້ນກໍ່ຄຶການໄປເຝຶກຊ້ອມເວົ້າເວທີນ້ອຍໆກ່ອນ ແລະ ຕ້ອງມີວິໄນໃນການເຝຶກຝົນກັບໂຕເອງໃນການພະຍາຍາມນັ້ນ.

5. ພະຍາມຍາມປະຕິບັດຊ້ຳຫລາຍໆຄັ້ງ.

ແນ່ນອນວ່າແນວທາງນີ້ມັນບໍ່ແມ່ນການແກ້ໄຂໃຫ້ໄດ້ຢ່າງໄວທັນໃຈ,ມັນຍ່ອມຈະຕ້ອງໄດ້ອາໄສຄວາມພາກພຽນ ແລະ ເວລາ, ເຊິ່ງມັນຈະມີຄວາມຢ້ານກົວ ແລະ ສິ່ງທີ່ທ້າທາຍໃຫມ່ໆຖ້າເຮົາຢູ່, ກະແຈດອກສໍາຄັນມັນຄຶການມີທັກສະໃນການເອົາຊະນະຄວາມກັງວົນ ຫລຶ ຄວາມຢ້ານກົວເຫລົ່ານັ້ນໄດ້ຢ່າງຖືກວິທີ ແທນທີ່ຈະປະປ່ອຍໃຫ້ຕົນເອງມີເກີດຄວາມທໍ້ທອຍ ແລະ ຍອມແພ້ໄປໃນທີ່ສຸດ.

ຮຽບຮຽງ ແລະ ແປໂດຍ: Kee Khammisai


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page